ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການໂຈມຕີ ສະຫຼະຊີບ ທີ່ກາບູລ ສັງຫານ ນາຍຕຳຫຼວດ ຄົນນຶ່ງ


ເຈົ້າໜ້າທີ່ຕຳຫລວດ ອັຟການິສຖານ ກວດສອບ ສະຖານທີ່ເກີດເຫດ ຂອງການໂຈມຕີ ດ້ວຍລະເບີດສະຫຼະຊີບ ໃນນະຄອນຫລວງກາບູລ ປະເທດອັຟການິສຖານ, ວັນທີ 9 ພະຈິກ 2014.
ເຈົ້າໜ້າທີ່ຕຳຫລວດ ອັຟການິສຖານ ກວດສອບ ສະຖານທີ່ເກີດເຫດ ຂອງການໂຈມຕີ ດ້ວຍລະເບີດສະຫຼະຊີບ ໃນນະຄອນຫລວງກາບູລ ປະເທດອັຟການິສຖານ, ວັນທີ 9 ພະຈິກ 2014.

ຜູ້ໂຈມຕີດ້ວຍລະເບີດສະຫຼະຊີບຄົນ​ນຶ່ງ ຂອງກຸ່ມຕາລີບານ ​ໄດ້
ສັງຫານ ທີ່​ປຶກສາອະ​ວຸ​ໂສຄົນ​ນຶ່ງ ຂອງຜູ້​ບັນ​ຊາ​ການ​ຕຳຫລວດ
ໃນນະຄອນຫລວງ ອັຟກາ​ນິສຖານ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຄົນ​ຮ້າຍສາມາດຫລົບຫລີກເຈົ້າໜ້າທີ່
ຮັກສາ ຄວາມປອດໄພ ແລະ ຍ່າງເຂົ້າໄປໃນ ກອງບັນຊາການ
ຕຳຫຼວດ ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ ​ໄດ້​ບີບ​ຄະ​ນວນລະ​ເບີດ​ໃຫ້
ແຕກຂຶ້ນ ທີ່​ໄດ້​ສັງຫານທີ່​ປຶກສາຜູ້ບັນຊາການຕຳຫຼວດ ​ແລະ
ເຮັດໃຫ້ອີກ​ຢ່າງນ້ອຍ 6 ຄົນ​ໄດ້​ຮັບ​ບາດເຈັບ. ຜູ້​ບັນ​ຊາ​ການ​
ຕຳຫລວດ Mohammad Zahir ບໍ່​ໄດ້​ຮັບ​ອັນຕະລາຍໃດໆ ໃນ
​ການ​ໂຈມ​ຕີຄັ້ງນີ້ ຊຶ່ງ​ເກີດ​ຂຶ້ນຢູ່​ທາງດ້ານ​ໜ້າ​ ​ຫ້ອງການຂອງ​ທ່ານ
ໃນຊັ້ນທີ 3 ນັ້ນ.

ຍັງມີລາຍງານທີ່ຂັດແຍ້ງກັນຢູ່ ກ່ຽວກັບວ່າຄົນຮ້າຍໄດ້ນຸ່ງເຄື່ອງແບບ ຕຳຫຼວດ ຫລືນຸ່ງເຄື່ອງ ພົນລະເຮືອນກັນແທ້.

ນາຍພົນ Mohammad Zahir ກ່າ​ວວ່າ “ເມື່ອ​ປະມານ 9 ​ໂມ​ງ​ເຊົ້າ ​ຕາມເວລາ​ທ້ອງ​ຖິ່ນ ​ບໍ່ເປັນຈັ່ງໂຊກ ມີ​ລະ​ເບີດ​ແຕກ​ຂຶ້ນ ໃນ​ຫ້ອງການນຶ່ງ ຂອງກອງບັນຊາການຕຳຫລວດ​ ໃນນະຄອນກາ​ບູລ ທີ່​ໄດ້ເຮັດໃຫ້ ນາຍຕຳຫຼວດອະວຸໂສຄົນນຶ່ງ ກາຍເປັນວິລະຊົນ ​ແລະ ເຮັດ​ໃຫ້​ພະນັກງານ​ອີກ 6 ຄົນ​ ໄດ້​ຮັບ​ບາດ​ເຈັບ. ການ​ສືບສວນ​ສອບ​ສວນ​ ຢ່າງຈິງຈັງ ​ກຳລັງ​ດຳ​ເນີນ​ການ​ຢູ່​ ກ່ຽວ​ກັບ​ເຫດການ​ນີ້.”

ກອງບັນຊາການ​ບ່ອນ​ເກີດ​ການ​ໂຈມ​ຕີຂຶ້ນນັ້ນ ​ແມ່ນເປັນເຂດນຶ່ງ ຂອງ​ກາ​ບູລ ທີ່ມີການ​
ຮັກສາຄວາມປອດໄພຢ່າງ​ເຄັ່ງຄັດ​ທີ່​ສຸດ.

ພວກ​ຕາ​ລີ​ບານ ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ ກ່ຽວກັບການໂຈມຕີ ດັ່ງກ່າວນີ້.

AFGHANISTAN BLAST VO
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG