ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ໂຈມຕີ ສະລະຊີບ ສັງຫານ ຕ່າງປະເທດ 4 ຄົນ ໃນ ອັຟການິສຖານ (ສະໄລດ໌)


ຊາວອັຟການິສຖານ ທີ່ມອງຜ່ານ ຈາກຮ້ານຄ້າ ທີ່ມີແກ້ວແຕກ.
ຊາວອັຟການິສຖານ ທີ່ມອງຜ່ານ ຈາກຮ້ານຄ້າ ທີ່ມີແກ້ວແຕກ.

ຜູ້​ໂຈມຕີດ້ວຍ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້​ສັງຫານ​ຊາວ​ຕ່າງປະ
​ເທດ ຢ່າງ​ໜ້ອຍ 4 ຄົນ ​ແລະ​ຄົນ​ອື່ນໆໄດ້​ຮັບ​ບາດ​ເຈັບ​ອີກ​ 6 ​ຄົນ
ໃນການ​ໂຈມ​ຕີ​ທີ່ ບໍລິເວນບ້ານພັກແຫ່ງນຶ່ງ ​ໃນ​ນະຄອນຫຼວງ
​ Kabul ​ໃນ​ວັນ​ອັງຄານ​ມື້​ນີ້.

ຕຳຫລວດ​ອັ​ຟກາ​ນິສຖານ ກ່າວ​ວ່າ ຜູ້​ໂຈມຕີທີ່ຂີ່​ລົດຈັກ ​ໄດ້​ບີບ
ຄະ​ນວນ​ລະ​ເບີດໃຫ້ແຕກຂຶ້ນ ​ຢູ່​ໃກ້ໆ​ກັບກຸ່ມ​ຊາວ​ຕ່າງປະ​ເທດ
ທີ່ພວມ​ພາກັນ​ອອກກຳລັງ​ກາຍຢູ່​ນັ້ນ.

ກຸ່ມ​ Taliban ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ
​ໂດຍ​ກ່າວ​ວ່າພວກທະຫານຮຸກຮານ 15 ຄົນ ​ໄດ້​ຖືກ​ສັງຫານ ​ແລະ​ລົດ​ຫລາ​ຍຄັນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ໃນອັນ​ທີ່ກຸ່ມດັ່ງກ່າວເອີ້ນວ່າ ເປັນຄ້າຍ​ສືບ​ລັບ ຂອງຕ່າງປະ​ເທດ.

ຍັງ​ບໍ່​ທັນ​ມີ​ການໃຫ້ຄວາມເຫັນໃດໆ ກ່ຽວກັບ​ການ​ໂຈມ​ຕີ ​ຈາກກຳລັງ​ປະສົມຂອງ ອົງການ
NATO ພາຍໃຕ້ການນຳພາຂອງສະຫລະດ ທີ່​ໄດ້​ທຳ​ການ​ສູ້​ລົບ​ກັບກຸ່ມ Taliban ມາ​ເປັນ​
ເວລາ 12 ປີແລ້ວນັ້ນ. ສັນຊາດ​ຂອງ​ຜູ້​ເຄາະ​ຮ້າຍ​ຍັງ​ບໍ່​ເປັນ​ທີ່​ແຈ້ງຂາວເທື່ອ​.

ຄວາມ​ຮຸນ​ແຮງ​ເກີດ​ຂື້ນ​ ໃນຂະນະທີ່ສະຫະລັດ ພວມກະກຽມ​ຖອນກຳລັງ​ທັ​ງໝົດ​ຂອງ​ຕົນ​ອອກ​ຈາກອັ​ຟກາ​ນິສຖານ ​ໃນ​ທ້າ​ຍປີ​ນີ້. ນອກນັ້ນ ການໂຈມຕີດັ່ງກ່າວ ​ຍັງ​ເກີດ​ຂື້ນ​ທ່າມ
ກາງການປະເຊີນໜ້າ ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ຂອງ​ປະ​ເທດດັ່ງກ່າວ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG