ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລີບານ ແຕ່ງຕັ້ງ ຜູ້ນຳຄົນໃໝ່ ແລະ ຢືນຢັນ ການຕາຍ ຂອງຜູ້ນຳຄົນເກົ່າ


ຮູບຜູ້ນຳຄົນໃໝ່ ຂອງກຸ່ມຕາລີບານ ທ້າວ Mawlawi Haibatullah Akhundzada.
ຮູບຜູ້ນຳຄົນໃໝ່ ຂອງກຸ່ມຕາລີບານ ທ້າວ Mawlawi Haibatullah Akhundzada.

ພວກ​ກະບົດ​ຕາ​ລີ​ບານ ​ໃນ​ອັຟກາ​ນິສຖານ ​ກ່າວ​ວ່າ ທ້າວ Mawlawi Haibatullah Ak- hundzada ​ໄດ້​ຖືກ​ແຕ່ງຕັ້ງໃຫ້​ເປັນ​ຫົວໜ້າ​ຄົນ​ໃໝ່​ຂອງ​ກຸ່ມ​ດັ່ງ​ກ່າວຫລັງ​ຈາກ Mullah Akhtar Mansoor ​ໄດ້​ຖືກ​ຂ້າຕາຍ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ອອກ​ເປັນ​ພາສາ Pashto ​ໃນ​ວັນ​ພຸດ​ມື້ນີ້ ​ກຸ່ມ​ຕາ​ລີບານ​ຍັງ​ໄດ້​ໃຫ້ການ​ຢືນຢັນ ກ່ຽວ​ກັບ​ການ​ຖືກ​ຂ້າ​ຕາຍ ​ຂອງ Mullah Mansoor ໃນ​ການ​ໂຈມ​ຕີ ໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຂອງ​ສະຫະລັດ​ ໃນ​ອາທິດ​ແລ້ວ​ນີ້.

ທ້າວ Mawlawi Haibatullah Akhundzada ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ຜູ້ນຳ​ຄົນ​ໃໝ່ຂອງ​ກຸ່ມ​ຕາ​ລີ​ບານ ຫລັງ​ຈາກ​ໄດ້ມີ​ການ​ຕົກລົງ​ກັນ​ຢ່າງ​ເປັນ​ເອກ​ກະສັນ​ໂດຍສະພາ​ສູງ​ສຸດ Shura ​ແລະ​ສະມາຊິກ​ທຸກໆ​ຄົນ​ຂອງ​ສະພາ​ດັ່ງກ່າວ ​ໄດ້​ສາບານ​ໂຕ​ທີ່​ຈະ​ຈົງ​ຮັກ​ພັກດີ​ຕໍ່​ທ່ານ ນັ້ນຄືຄຳ​ເວົ້າ​ໃນ​ຖະ​ແຫຼງການ​ຂອງ​ກຸ່ມ​ຕາລີ​ບານ.

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາໄດ້​ໃຫ້ການ​ຢືນຢັນ​ໃນ​ຈັນ​ຜ່ານ​ມານີ້ວ່າ Mullah Mansoor ​ໄດ້​ຖືກ​ກຳຈັດ​ຍ້ອນ​ເປັນ​ຜູ້​ຂັດຂວາງ​ສັນຕິພາບ​ແລະການ​ສ້າງ​ຄວາມ ​ປອງ​ດອງ​ຊາດຢູ່​ໃນ​ອັຟກາ​ນິສຖານ.

ຜູ້ນຳ​ຄົນ​ໃໝ່​ນີ້ ​ແມ່ນ​ຮອງ​ຂອງ Mullah Mansoor ພ້ອມ​ກັບທ້າວ Sirajudin Haqqani ຜູ້ນຳ​ຂອງ​ຕາໜ່າງ Haqqani ທີ່​ມີ​ຊື່​ສຽງ​ບໍ່​ດີ.

ກຳລັງ ຮັກສາຄວາມສະຫງົບ ອັຟການິສຖານ ກວດເບິ່ງ ບ່ອນທີ່ມີການໂຈມຕີ. (25 ພຶດສະພາ 2016)
ກຳລັງ ຮັກສາຄວາມສະຫງົບ ອັຟການິສຖານ ກວດເບິ່ງ ບ່ອນທີ່ມີການໂຈມຕີ. (25 ພຶດສະພາ 2016)

ທ້າວ Haqqani ຍັງ​ກຳ​ຕຳ​ແໜ່​ງ​ເດີມ​ຂອງ​ຜູ້ກ່ຽວ ​ໃນ​ຂະນະ​ທີ່​ລູກ​ຊາຍ​ຂອງ​ຜູ້​ກໍ່ຕັ້ງກຸ່ມ​ຕາ​ ລີ​ບານ Mullah Yaqoob ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຮອງ​ຜູ້​ທີ​ສອງ​ຂອງ ຜູ້ນຳ​ຕາ​ລີ​ບານ​ຄົນ​ໃໝ່.

ຜູ້​ສັງ​ເກດ​ການ​ກ່ຽວ​ກັບ​ອັຟການິສຖານ​ບາງ​ຄົນກ່າວ​ເຖິງທ້າວ Haibatullah ວ່າ ​ເປັນ​ນັກ​ສອນ​ສາສະໜາ​ປະຈຳ​ບ້ານ ຄື​ກັນ​ກັບ​ຜູ້​ກໍ່ຕັ້ງກຸ່ມ​ຕາ​ລີບານ Mullah Omar ​ແລະ​ຄາດ​ວ່າ ຜູ້​ຮອງ​ທັງ​ສອງ​ຂອງ​ທ່ານ ຈະ​ມີ​ບົດບາດ​ສຳຄັນ ​ກ່ຽວ​ກັບເລື້ອງການທະຫານ​ຂອງ​ກຸ່ມ.

ການ​ປະກາດ​ໃນ​ວັນ​ພຸດ​ມື້ນີ້ ມີ​ຂຶ້ນໃນ​ຂະນະ​ທີ່​ການ​ໂຈມ​ຕີ​ສະຫຼະຊີບ​ ຂອງ​ກຸ່ມ​ຕາລີ​ບານ ໄດ້ສັງຫານ​ຢ່າງ​ໜ້ອຍ 11 ຄົນ ​ແລະ​ບາດ​ເຈັບ​ ອີກ​ຈຳນວນ​ນຶ່ງ​ ທີ່​ນະຄອນຫລວງ​ກາ​ບູລ. ຕຳຫຼວດອັຟກາ​ນິສຖານ​ ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ແນ​ເປົ້າໝາຍ​ ໃສ່ລົດ​ຕູ້​ນ້ອຍ​ຄັນ​ນຶ່ງ ທີ່​ບັນທຸກ​ເຈົ້າໜ້າ​ທີ່​ສານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Afghan Taliban
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG