ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄ້າຍທະຫານສະຫະລັດ ຖືກໂຈມຕີ ຢູ່ອັຟການິສຖານ (ສະໄລດ໌/ວີດິໂອ)


ເຈົ້າໜ້າທີ່ຕໍາຫຼວດ ເຝົ້າຍາມກວດກາ ຢ່າງແຂງຂັນ ຢູ້ໃກ້ລົດສະບຽງຂອງເນໂຕ້ ທີ່ຖືກໄຟໄໝ້ ລຸນຫລັງການໂຈມຕີໂດບພວກຕາລີບັນ.
ເຈົ້າໜ້າທີ່ຕໍາຫຼວດ ເຝົ້າຍາມກວດກາ ຢ່າງແຂງຂັນ ຢູ້ໃກ້ລົດສະບຽງຂອງເນໂຕ້ ທີ່ຖືກໄຟໄໝ້ ລຸນຫລັງການໂຈມຕີໂດບພວກຕາລີບັນ.
ເຈົ້າໜ້າທີ່​ໃນພາກຕາເວັນອອກຂອງອັຟການີສຖານກ່າວວ່າ
ພວກວາງລະເບີດສະລະຊີບ ໄດ້ໂຈມຕີຄ້າຍທະຫານສະຫະລັດ​
ແຫ່ງ​ນຶ່ງ ຢູ່ໃກ້ໆກັບຊາຍແດນປາກີສຖານ.

​ເຈົ້າ​ໜ້າ​ທີ່ຍັງກ່າວອີກວ່າ ພວກກະບົດ​ໄດ້ໂຈມຕີຄ້າຍດັ່ງກ່າວ
ໃນເຊົ້າວັນຈັນມື້ນີ້ ໃນເມືອງ Torkham ແຂວງ Nangarhar
ທີ່ຍັງຜົນໃຫ້ມີການລະເບີດຂຶ້ນ​ຫລາຍໆ​ບັ້ນ ແລະມີ​ການຍິງ
ຕໍ່ສູ້ກັນ. ມີລົດຫຼາຍຄັນຖືກຈຸດເຜົາ.


ເຈົ້າໜ້າທີ່ກ່າວວ່າ ສ່ວນນຶ່ງຂອງຖະໜົນຫຼວງ ຊຶ່ງເປັນຖະໜົນສາຍຫຼັກສໍາຫຼັບອົງການເນໂຕ
ຂົນສົ່ງລໍາລຽງສໍາພາວຸດນັ້ນໄດ້ຖືກປິດລົງ.

ເຈົ້າໜ້າທີ່ຂອງອົງການເນໂຕກ່າວວ່າ ພະນັກງານຂອງຕົນ ບໍ່ມີຜູ້ໃດ​ເສຍ​ຊີວິດ. ຝ່າຍກໍ່ ການຮ້າຍຕາຍ ສາມຄົນ

ກຸ່ມກໍ່ການຮ້າຍຕາລີບັນ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ສໍາລັບການໂຈມຕີຄັ້ງນີ້.

Afghan Attack
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG