ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳທາລິບານ ເອີ້ນການເຈລະຈາ ສັນຕິພາບວ່າ ຖືກຕ້ອງ ຕາມກົດໝາຍ


ບັນດານັກລົບທາລິບານ ເຕົ້າໂຮມກັນຢູ່ບ່ອນປະຫານຊີວິດ ຜູ້ຊາຍສາມຄົນ ທີ່ຖືກກ່າວຫາວ່າ ປຸ້ນຂ້າສອງຜົວເມຍ.
ບັນດານັກລົບທາລິບານ ເຕົ້າໂຮມກັນຢູ່ບ່ອນປະຫານຊີວິດ ຜູ້ຊາຍສາມຄົນ ທີ່ຖືກກ່າວຫາວ່າ ປຸ້ນຂ້າສອງຜົວເມຍ.

ຜູ້ນຳ​ກະບົດ ທາ​ລິ​ບານ ໃນອັຟກາ​ນິຖານ ​ໄດ້​ເຫັນ​ພ້ອມ​ການ
​ເຈລະຈາທາງດ້ານ​ການ​ເມື​ອງ ກັບ ລັດຖະບານ Kabul ​ແລະ
​ບັນດາ​ປະ​ເທດ​ຕ່າງໆ ​ເພື່ອ​ຊອກ​ຫາ​ຊ່ອງທາງ ໃຫ້​ສົງຄາມທີ່
​ດຳເນີນມາເປັນເວລາ 14 ປີ ສີ້​ນສຸດລົງດ້ວຍຄວາມສັນຕິ.

ຜູ້ນຳທາ​ລິ​ບານ Mullah Omar ​ໄດ້ກ່າວໃນຄຳອວຍພອນ
ປະຈຳ​ປີ ເນື່ອງໃນ ໂອກາດ​ວັນ​ບຸນ Eid ໂດຍໃຫ້ເຫດຜົນ
ກ່ຽວກັບ​ການ​ເຮັດ​ສົງຄາມ ​ຂອງ​ກຸ່​ມດັ່ງ ກ່າວ​ໃນອັຟກາ​ນິສ
ຖ​ານ ​ແຕ່​ວ່າ ຖະ​ແຫລງການ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ສະ​ເໜີ​ໃຫ້​
ເຫັນ​ແບບບໍ່ເຄີຍມີມາ​ກ່ອນ​ ໂດຍການກ່າວປ້ອງ​ກັນ​ ການ
​ພົວພັນ​ຫວ່າງມໍໆ​ມານີ້​ກັບຄະນະເຈລະຈາອັ​ຟການິສຖານ
​ແລະຊາວຕ່າງປະເທດ.

ຜູ້ນຳ​ທາ​ລິ​ບານ ທີ່​ຢູ່​ຢ່າງ​ໂດດດ່ຽວ ກ່າວ​ວ່າ ການ​ເຈລະຈາເປັນ​ຍຸດທະສາດ ທີ່ ຖືກຕ້ອງ
ທາງສາສະໜາ ທີ່​ແນໃສ່​ການ​ຂັບ​ໄລ່​ທະຫານ​ຕ່າງປະ​ເທດ​ອອກ​ຈາກ ອັຟກາ​ນິສຖານ
​ແລະ​ສະຖາປະນາລັດອິສລາມ “ທີ່ຂາວ​ສະອາດ” ໃນ​ປະ​ເທດ ດັ່ງກ່າວ.

ທ່ານ Omar ກ່າວ​ວ່າ “​ເພາະສະ​ນັ້ນ ຈຸດປະ​ສົງຢູ່​ເບຶ້ອງຫລັງ​ການ​ເມືອງ​ຂອງພວກ​ເຮົາ
ຕະຫລອດທັງພະຍາຍາ​ມບາກ​ບັ່ນ ພ້ອມ​ທັງ​ຕິດ​ຕໍ່ ​ແລະ​ມີປະ ຕິກິລິຍາກັບ ບັນດາປະ​
ເທດຕ່າ​ງໆ​ຂອງ​ໂລກ ​ແລະ​ຊາວ​ອັຟການ​ຂອງ​ພວກ​ເຮົາ ​ແມ່ນເພື່ອ​ນຳ​ມາ​ ຊຶ່ງການສີ້​ນສຸດ
​ໃນ​ການຢຶດຄອງ ​ແລະ​ສະຖາປະນາ ລະບົບ​ການປົກຄອງສາສະໜາອິສລາມ​ທີ່​ເປັນ​ເອກ​
ກະລາດ​ຂຶ້ນໃນ​ປະ​ເທດ​ຂອງພວກ​ເຮົາ.”

ໃນການໃຫ້ຄວາມເຫັນ​ທີ່​ປາ​ກົດ​ວ່າ ​ໄດ້​ແນໃສ່​ການ​ແກ້ໄຂຄວາ​ມ​ເປັນ​ຫ່ວງ ​ໂດຍສະ​ເພາະ ກ່ຽວກັບເລື້ອງ ສິດທິຜູ້ຍິງ​ ແລະ​ສິດທິຂອງພວກຊົນກຸ່ມ​ນ້ອຍນັ້ນ ທ່ານ​ຍັງ​ກ່າວ​ວ່າ “ພວກ
​ເຮົາ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ ສິດທິ​ຢ່າງ​ຖືກ​ຕ້ອງຊອບທຳ ຂອງ​ຊາວ​ອັ​ຟການ​ທັງ​ໝົດ ຮວມ ທັງບັນດາ​ຊົນ​ກຸ່ມນ້ອຍ ວ່າ​ເປັນ​ໜ້າ​ທີ່​ທາງ​ສາສະໜາ​ ຂອງ​ພວກ​ເຮົາ.”

XS
SM
MD
LG