ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳລັງຮັກສາຄວາມປອດໄພ ອັຟການິສຖານ ຂັບໄລ່ ພວກຕາລີບານ ຈາກເມືອງ Kunduz


ຕຳຫລວດອັຟການິສຖານ ຈັບຕາເບິ່ງເມືອງ Kunduz ປະເທດ Afghanistan.
ຕຳຫລວດອັຟການິສຖານ ຈັບຕາເບິ່ງເມືອງ Kunduz ປະເທດ Afghanistan.

ກຳລັງ​ຮັກສາ​ຄວາມ​ປອດ​ໄພອັຟກາ​ນິສຖານ ​ໄດ້​ຂັບ​ໄລ່​ພວກ Taliban ​ອອກໄປ​ຈາກ ເມືອງ Kunduz ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ນຶ່ງມື້​ຫຼັງ​ຈາກ​ພວກ​ກະບົດ​ຈຸນີ້ໄດ້ບຸກ​ເຂົ້າ ໄປແລະ​ຍຶດ​ເອົາຫລາຍໆ​ເຂດ​ຂອງ​ເມືອງ​ດັ່ງກ່າວ ຊຶ່ງ​ເປັນ​ເມືອງ​ເອກ​ຂອງແຂວງ ເປັນ​ເວລາ​ສັ້ນໆ.

ການ​ສູ້​ລົບ​ດັ່ງກ່າວເກີດ​ຂຶ້ນ​ໃນ​ຂະນະ​ທີ່ບັນດາ​ຄູ່​ຮ່ວມ​ງານ​ຂອງ​ອັຟກາກ​ນິສຖານ ປະຊຸມ ຢູ່ນະຄອນ Brussels ​ໃນ​ວັນ​ອັງຄານ​ມື້​ນີ້​ ເພື່ອ​ຊອກ​ຫາ​ທຶນ​ໃໝ່​ສະໜັບ ສະ​ໜຸນ​ຄວາມ​ພະຍາຍາມ​ບູລະນະ​ສ້າງສາ ​ປະ​ເທ​ດທີ່​ປະສົບ​ກັບ​ໄພສົງຄາມຢ່າງ​ໜ້ອຍໄປ​ຈົນ​ຮອດ​ປີ 2020 ທ່າ​ມກາງທີ່​ມີການ​ຮ້ອງ​ ໃຫ້ຊອກ​ຫາ​ຊ່ອງ​ທາງ​ການ ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ ຕໍ່​ບັນ ຫາຂັດ​ແຍ້​ງນີ້.

ນັກ​ຂ່າວ​ວີ​ໂອ​ເອ ພະ​ແນ​ກພາສາ​ອັຟການິສຖານຄົນ​ນຶ່ງ ​ໃນ​ເມືອງ Kunduz ​ໄດ້​ເຫັນ​ກຳ ລັງ​ລັດຖະບານຄວບ​ຄຸມ​ ​ທີ່​ຕັ້ງ​ຂອງ​ລັດ​ຖະ​ບານ​ທັງ​ໝົດ​ຢູ່​ໃນ​ເມືອງ ຫລັງ​ຈາກ​ໄດ້​ມີ​ການ​ສູ້​ລົບ​ກັນ​ຢ່າງ​ຮ້າຍ​ແຮງ​ໃນ​ຕອນ​ກາງຄືນ ​ໃນ​ຂະນະ​ທີ່ພວ​ກ​ເຈົ້າ​ໜ້າ​ທີ່ປະຈຳ​ແຂວງໄດ້​ຮຽກ​ຮ້ອງ​ໃຫ້ປະຊາຊົນ ພາກັນ​ກັບ​ຄືນ​ໄປປະຕິບັດ​ວຽກ​ງານຂອງ​ເຂົາ​ເຈົ້າ​ຢ່າງ​ປົກ​ກະຕິ. ພວກ​ທ່ານ​ໝໍ​ປະຈຳໂຮ​ງໝໍ​ຂົງ​ເຂດທີ່​ສຳຄັນ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ສູ້​ລົບ​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ​ໄດ້​ຮັບ​ບາດ​ເຈັບ ​ລົ້ມຕາຍ ແຕ່​ບໍ່​ຍອມ​ແຈ້ງ​ໃຫ້​ຊາບ​ໂຕ​ເລກໂດຍ​ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ຫຍຸ້ງ ​ຍາກ​ຫລາຍ​ເພື່ອ​ຮັກສາ​ຊີວິດ ​ແຕ່​ທ່ານກໍ​ຍິນ​ດີ​ທີ່​ຈະ​ນັບ​ຈຳນວນ​ເຂົາ​ເຈົ້າ.”

​ໂຄສົກ​ກະຊວງປ້ອງ​ກັນ​ປະ​ເທດ ທ່ານ Dawlat Waziri ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ຢູ່​ນະ ຄອນ Kabul ​ໃນ​ວັນ​ອັງ​ຄານ​ມື້​ນີ້​ວ່າ ການ​ປະຕິບັດ​ງານ​ຮັກສາ​ຄວາມ​ປອດ​ໄພກຳ​ລັງ​ມີ​ຂຶ້ນ ເພື່ອ​ກວດ​ລ້າງ​ໃນ​ເມືອງ Kunduz ທີ່​ຍັງ​ມີ​ພວກ​ຫົວ​ຮຸນ​ແຮງ​ຕົກ​ຄ້າງ​ຢຸູ່.

ທ່ານ Waziri ກ່າວ​ວ່າ “ກຳລັງ​ຮັກສາ​ຄວາມ​ປອດໄພ​ກຳລັງ​ເຄື່ອນ​ຍ້າຍ​ດ້ວຍ​ຄວາມ​ລະມັດ ລະວັງ ຕໍ່​ກຸ່ມ Taliban ທີ່​ຍັງ​ຕົກ​ຄ້າງ​ຢູ່ ຊຶ່ງ​ພາກັນ​ລີ້​ຊ່ອນ​ຢູ່​ຕາມ​ບ້ານ​ເຮືອນຂອງປະຊາຊົນ
ເພື່ອອ້ອມ​ເອົາ​ເຂົາ​ເຈົ້າ ​ແລະ​ກຳຈັດ​ພວກ​ເຂົາ​ໂດ​ຍທີ່​ບໍ່​ໄດ້​ທຳຮ້າຍ​ປະຊາຊົນ ຫລືຊາວ​ເມືອງທີ່​ນັ້ນ.

ການ​ສູ້​ລົບ​ຢູ່ໃນ​ເມືອງ​ຊຶ່ງ​ຕັ້ງຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ໄດ້​ມີ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ຫລັງ​ຈາກ​ພວກ​ກະບົດ Taliban ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ໃນຕ​ອນ​ເຊົ້າ​ມືດ ຈາກ​ຫລາຍ​ດ້ານ ​ແລະເຂົາ​ເຈົ້າ​ໄດ້ບຸ​ກເຂົ້າ​ໄປ​ເລິກ​ຈົນ​ເຖິງໃຈກາງ​ເມືອງ ​ເພື່ອ​ປັກ​ທຸງ​ສີຂາວ​ເຂົາເຈົ້າ​ຂຶ້ນ​ ຢູ່ຈະຕຸ​ລັດ​ກາງ​ເມືອງ Kunduz ທີ່​ໄດ້​ຕົກ​ຢູ່​ໃນ​ການ​ຄວບຄຸມ​ຂອງ​ພວກ​ກະ​ບົດ​ອິສລາມເມື່ອ​ເດືອນ​ກັນຍາ​ປີ 2015.

ໜ່ວຍກ້າຕາຍ ທະຫານປ້ອງກັນຊາດ ອັຟການິສຖານ ຢູ່ໃນທ່າຕຽມ ລະຫວ່າງການປະຕິບັດງານຢູ່ໃນແຂວງ Helmand.
ໜ່ວຍກ້າຕາຍ ທະຫານປ້ອງກັນຊາດ ອັຟການິສຖານ ຢູ່ໃນທ່າຕຽມ ລະຫວ່າງການປະຕິບັດງານຢູ່ໃນແຂວງ Helmand.

ທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ກ່າວ​ອ້າງວ່າ ຕົນໄດ້​ເຮັດ​ໃຫ້​ຝ່າຍ​ກົງກັນ​ຂ້າມບາດ​ເຈັບ​ລົ້ມຕາຍ​ຢ່າງໜັກ ​ແລະ​ມັນ​ເປັນ​ໄປ​ບໍ່​ໄດ້ ​ທີ່​ຈະ​ຢັ້ງຢືນ​ຢ່າງ​ເປັນ​ອິດສະຫຼະ ​ໃນ​ການ​ກ່າວ​ອ້າງ​ຂອງ​ແຕ່ລະ​ຝ່າຍ.

ກອງທັບ​ສະຫະລັດກ່າວໃນ​ວັນ​ຈັນວານ​ນີ້​ວ່າ ​ຕົນໄດ້​ຕິດ​ຕາມເບິ່ງ​ສະຖານະ​ການ ຢ່າງ​ໃກ້ຊິດ ຢູ່​ໃນ​ເມືອງ Kanduz ​ແລະ​ໄດ້​ກຽມພ້ອມ​ກຳລັງ​ທາງ​ອາກາດ​ເພື່ອ​ໃຫ້ການ​ຊ່ວຍ ເຫລືອ​ແກ່​ກຳລັງອັຟກາ​ນິສຖານ ຖ້າ​ຫາກ​ຕ້ອງການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Afghan Fighting
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG