ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກ ຕາລີບານ ເປີດສາກໂຈມຕີ ເມືອງ Kunduz


ຕຳຫຼວດ ອັຟການິສຖານ ຍາມຕົວເມືອງ Kunduz, ອັຟການິສຖານ, 3 ຕຸລາ, 2016.
ຕຳຫຼວດ ອັຟການິສຖານ ຍາມຕົວເມືອງ Kunduz, ອັຟການິສຖານ, 3 ຕຸລາ, 2016.

ບັນດາເຈົ້າໜ້າທີ່ໃນພາກເໜືອຂອງ ອັຟການິສຖານ ກ່າວວ່າພວກ ຕາລີບານ ໄດ້ເປີດ ການໂຈມຕີປະສານງານກັນໃນເມືອງ Kunduz ແລ້ວ ພວກກໍ່ການຮ້າຍກໍໄດ້ພາກັນເຂົ້າ ໄປໃນເມືອງດັ່ງກ່າວ.

ບັນດາເຈົ້າໜ້າທີ່ກ່າວວ່າ ໃນການໂຈມຕີໃນຕອນເຊົ້າຂອງວັນຈັນມື້ນີ້ໄດ້ດຳເນີນຂຶ້ນ ໂດຍຈາກຫຼາຍທິດທາງ ແລະ ກອງກຳລັງຮັກສາຄວາມປອດໄພ ກໍພວມຜັກດັນພວກຕໍ່ ຕ້ານລັດຖະບານອອກໄປ.

ໂຄສົກຕຳຫຼວດ ທ່ານ Mahfouzullah Akbari ກ່າວວ່າພວກ ຕາລີບານ ແມ່ນຢູ່ໃນບ້ານ ຂອງພົນລະເຮືອນບາງຫຼັງ ແລະ ພວກເຮົາຕ້ອງໄດ້ດຳເນີນການຕິບັດການຕ່າງໆຢ່າງລະ ມັດລະວັງ.

ໂຄສົກພວກ ຕາລີບານ ກ່າວວ່າ ພວກຫົວຮຸນແຮງໄດ້ຍຶດເອົາດ່ານກວດຫຼາຍແຫ່ງໃນ ເມືອງດັ່ງກ່າວ ແລະ ໄດ້ຂ້າທະຫານຫຼາຍຄົນ. ຄຳເຫັນຂອງໂຄສົກຄົນນັ້ນແມ່ນຍັງບໍ່ໄດ້ ຖືກຢືນຢັນເທື່ອ.

ການໂຈມຕີຂອງພວກ ຕາລີບານ ໃນເມືອງດັ່ງກ່າວໄດ້ເກີດຂຶ້ນໜຶ່ງມື້ ກ່ອນກອງປະຊຸມ ຂອງຜູ້ບໍລິຈາກລາຍໃຫຍ່ໃນນະຄອນຫຼວງ Brussels ຈະມີຂຶ້ນ ບ່ອນທີ່ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ຈະພົບປະກັບບັນດາຜູ້ນຳປະເທດມະຫາອຳນາດ ໃນການພະຍາຍາມທີ່ຈະຂໍເງິນເພື່ອນຳໄປສ້າງສາປະເທດຂອງທ່ານຄືນໃໝ່ທີ່ໄດ້ຖືກທຳ ລາຍໂດຍສົງຄາມ.

ໃນເດືອນກັນຍາປີ 2015, ພວກ ຕາລີບານ ໄດ້ຍຶດເອົາເມືອງ Kunduz ແລະ ໄດ້ຄວບຄຸມ ມັນຫຼາຍມື້ ກ່ອນທີ່ຈະຖອນຕົວອອກໄປ.

ກອງກຳລັງ ອັຟການິສຖານ, ໄດ້ຖືກຊ່ວຍເຫຼືອໂດຍ ສະຫະລັດ ແລະ ບັນດາຜູ້ຊີ້ນຳຈາກ ໜ່ວຍປະຕິບັດການສະໜັບສະໜູນຄວາມເດັດດ່ຽວຂອງອົງການ NATO, ສ່ວນໃຫຍ່ປີນີ້ ໄດ້ເພັ່ງເລັງຄວາມພະຍາຍາມຂອງພວກເຂົາເຈົ້າ ໃສ່ການປົກປ້ອງຂົງເຂດ ທີ່ມີປະຊາ ກອນອາໄສຢູ່ໜາແໜ້ນ ໃນຫຼາຍແຂວງທີ່ຕັ້ງຢູ່ພາກເໜືອ, ລວມທັງເມືອງ Kunduz ພ້ອມ ກັບເມືອງ Helmand ໃນພາກໃຕ້ນຳ.

ແຕ່ພວກກະບົດຫົວຮຸນແຮງ ເມື່ອບໍ່ດົນມານີ້ ໄດ້ເປີດສົງຄາມປະກອບອາວຸດຄັ້ງໃໝ່ຢູ່ໃນ ຫຼາຍພາກສ່ວນຂອງພາກຕະເວັນອອກ, ຕາເວັນອອກສຽງໃຕ້ ແລະ ໃຈກາງປະເທດ ອັຟ ການິສຖານ, ເປັນການສ້າງຄວາມກົດດັນໃຫ້ກັບກອງກຳລັງຮັກສາຄວາມປອດໄຟ ອັຟກາ ນິສຖານ ທີ່ຫຼຸດໜ້ອຍລົງຢູ່ແລ້ວນັ້ນ ອ່ອນກຳລັງລົງຕື່ມ.

ຜູ້ບັນຊາການກອງກຳລັງ ສະຫະລັດ ແລະ NATO ໃນ ອັຟການິຖານ, ນາຍພົນ John Nicholson, ເມື່ອບໍ່ດົນມານີ້ ໄດ້ເປີດເຜີຍວ່າ ໃນເດືອນກໍລະກົດພຽງເດືອນດຽວ ທະຫານ ແລະ ຕຳຫຼວດ ອັຟການິສຖານ ໄດ້ຖືກຂ້າຕາຍຫຼາຍກວ່າ 900 ຄົນ ເວລາຕໍ່ສູ້ກັບພວກກະ ບົດ ຕາລີບານນັ້ນຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG