ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລີບານ ສັງຫານ 14 ຄົນ ໃນການລັດໂຈມຕີ ລົດ 3 ຄັນ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ເຈົ້າໜ້າທີ່ອັຟການິສຖານ ກ່າວວ່າ ພວກກະບົດຕາລີບານໄດ້ສັງ
ຫານ 14 ຄົນ ແບບປະຫານຊີວິດ.

ເຈົ້າໜ້າທີ່ເວົ້າວ່າ ພວກຫົວຮຸນແຮງກຸ່ມນີ້ໄດ້ຢຸດລົດ 3 ຄົນ ທີ່ມຸ້ງ
ໜ້າໄປຍັງນະຄອນຫຼວງກາບູລ ໃນຕອນເຊົ້າຂອງວັນສຸກມື້ນີ້ ທີ່
ແຂວງ Ghor.

ຕຳຫຼວດກ່າວວ່າ ພວກມືປືນໄດ້ສັ່ງໃຫ້ຜູ້ໂດຍສານ ພາກັນລຽນ
ແຖວແລ້ວກໍຍິງພວກເຂົາເຈົ້າເທື່ອລະຄົນຢູ່ທີ່ຫົວແລະໜ້າເອິກ.
ພວກເຄາະຮ້າຍເຫຼົ່ານີ້ ມີລາຍງານວ່າ ທັງໝົດເປັນຊາວມຸສລິມ
ນິກາຍຊີໄອທ໌.

ກຸ່ມຕາລີບານຖືວ່າ ປະຊາຄົມຊາວຊີໄອທ໌ ຊຶ່ງເປັນຊົນກຸ່ມນ້ອຍຂອງປະເທດນັ້ນເປັນພວກ ປະຖິ້ມຫຼືນອກສາສະໜາ.

ຍັງບໍ່ທັນມີການອ້າງເອົາຄວາມຮັບຜິດຊອບເທື່ອກ່ຽວກັບການສັງຫານໃນຄັ້ງນີ້ ແຕ່ພວກ ຕາລີບານມັກຈະປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆ ໃນເຫດຮ້າຍຕ່າງໆ ທີ່ມີພົນລະ ເຮືອນເປັນຜູ້ເຄາະຮ້າຍ.

ໃນຕົ້ນເດືອນນີ້ ລາຍງານສະບັບນຶ່ງ ຂອງອົງການສະຫະປະຊາຊາດ ທີ່ພິມເຜີຍແຜ່ທຸກໆ 6 ເດືອນກ່າວວ່າ ການບາດເຈັບລົ້ມຕາຍຂອງພົນລະເຮືອນ ຢູ່ໃນອັຟການິສຖານ ໄດ້ເພີ້ມຂຶ້ນ 24 ເປີເຊັນ.

XS
SM
MD
LG