ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລີບານດູຖູກ ແຜນການຂະຫຍາຍ ບົດບາດທະຫານ ສຫລໃຫ້ ກວ້າງອອກອີກ ໃນອັຟການິສຖານ


ທະຫານສະຫະລັດ ຄົນໜຶ່ງ ກວດກາເບິ່ງ ສະຖານທີ່ ຂອງການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ0 30 ມິຖຸນາ 2015.
ທະຫານສະຫະລັດ ຄົນໜຶ່ງ ກວດກາເບິ່ງ ສະຖານທີ່ ຂອງການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ0 30 ມິຖຸນາ 2015.

ກຸ່ມ Taliban ຂອງອັຟການິສຖານ ໄດ້ປະນາມ ແຜນການໃໝ່ຂອງສະຫະລັດ ທີ່ຈະເພີ້ມການໂຈມຕີທາງອາກາດ ຕໍ່ກຸ່ມກະບົດອິສລາມ ແລະ ຈະສົ່ງ ພວກ ທະຫານອາເມຣິກັນ ໄປຍັງສະໜາມລົບ ໃນເວລາທີ່ຈຳເປັນນັ້ນ ວ່າ “ບໍ່ເກີດຜົນດີຫຍັງເລີຍ.”

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮັບຮອງເອົາ ບົດບາດທີ່ ກວ້າງຂຶ້ນອີກ ສຳລັບທະຫານສະຫະລັດ ຫຼັງຈາກການອະພິປາຍ ກັນມາເປັນ ເວລາຫຼາຍເດືອນ ເພື່ອຊ່ອຍເຫຼືອ ກຳລັງຮັກສາຄວາມປອດໄພ ອັຟການິສຖານ ຕໍ່ສູ້ກັບກຸ່ມຕາລີບານ.

ໂຄສົກຂອງກຸ່ມຕາລີບານ ນາຍ Zabihullah Majahid ໄດ້ກ່າວວ່າ ການເຄື່ອນ ໄຫວນັ້ນ ຈະບໍ່ສະກັດກັ້ນຕົນ ຫຼື ເຮັດໃຫ້ຕົນທໍ້ຖອຍຄືນ ແລະ ຍົກເລີກ “ການຕໍ່ ຕ້ານດ້ວຍອາວຸດ.” ຜູ້ກ່ຽວກ່າວອີກວ່າ ມັນພຽງແຕ່ຈະນຳໄປສູ່ ການສູນເສຍ ຊັບສິນລ້າໆແລະ ການສູນເສຍຊີວິດຫຼາຍຂຶ້ນໃນສະໜາມລົບ.

ນາຍ Majahid ກ່າວໃນຖະແຫລງການສະບັບໜຶ່ງ ທີ່ໄດ້ສົ່ງໄປໃຫ້ ວີໂອເອ ໃນວັນເສົາວານນີ້ ທີ່ວ່າ “ພວກເຮົາ ປະນາມ ການປົກຄອງ ແລະ ການຍືດ ເຍື້ອສົງຄາມອອກໄປ. ພວກເຮົາຢາກຈະບອກຊາວອາເມຣະກັນວ່າ ປະເທດ ອັຟການິສຖານຈະ ຕໍ່ຕ້ານຢ່າງໜັກແໜັ້ນ ດ້ວຍສິ່ງສັກສິດ ຕໍ່ການໃຊ້ກຳລັງ ໃນຕະຫຼອດ 15 ປີ ທີ່ຜ່ານມາຂອງພວກເຈົ້າ. ພວກເຮົາຍັງຄົງມີຄວາມມຸ້ງໝັ້ນ ແລະຈະດຳເນີນການໄປໜ້າ ໃນການຕໍ່ສູ້ຂອງ ຈີຮາດ ຂອງພວກເຮົາ ຕ້ານການປົກຄອງ ຂອງພວກເຈົ້າ.”

ຜູ້ກ່ຽວໄດ້ກ່າວອີກວ່າ ທະຫານອັຟການ ຕຳຫຼວດ ພະນັກງານສືບລັບ ແລະ ພວກທະຫານບ້ານໃນທ້ອງຖິ່ນ ທີ່ໄດ້ຮັບການເຝິກແອບໃຫ້ໂດຍປະມານ 500,000 ຄົນ ໄດ້ປະສົບກັບການສູນເສຍຊີວິດ ທຸກໆມື້ ແລະ ປະຖິ້ມ ໜີໄປ ຈາກສະໜາມລົບ ຍ້ອນຝີມືຂອງກຸ່ມຕາລີບານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG