ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກຕາລີບານ ໂຈມຕີສະລະຊີບ ຢູ່ໃກ້ ສະຖານທູດ ຣັດເຊຍ ໃນນະຄອງຫຼວງ ອັຟການິສຖານ


ທ້າວ Hasib Sadat, ນັກຂ່າວຊາວອັຟການິສຖານ ໄດ້ຮັບບາດເຈັບ ຈາກການໂຈມຕີດ້ວຍລະເບີດສະລະຊີບ ມື້ວານນີ້ ຢູ່ໃກ້ໆ ກັບສະຖານທູດ ຣັດເຊຍ, ກຳລັງນອນຢູ່ຕຽງຂອງໂຮງໝໍ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 21 ມັງກອນ 2016.
ທ້າວ Hasib Sadat, ນັກຂ່າວຊາວອັຟການິສຖານ ໄດ້ຮັບບາດເຈັບ ຈາກການໂຈມຕີດ້ວຍລະເບີດສະລະຊີບ ມື້ວານນີ້ ຢູ່ໃກ້ໆ ກັບສະຖານທູດ ຣັດເຊຍ, ກຳລັງນອນຢູ່ຕຽງຂອງໂຮງໝໍ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 21 ມັງກອນ 2016.

ບັນດາເຈົ້າໜ້າທີ່ອັຟການິສຖານ ກ່າວວ່າ ການ​ໂຈມ​ຕີ​ດ້ວຍລົດ
ລະເບີດສະລະຊີບ ໃກ້ໆສະຖານທູດຣັດເຊຍ ໃນນະຄອນຫຼວງ
ກາບູລ ໄດ້ສັງຫານ ຢ່າງໜ້ອຍ 7 ຄົນ.

ຕຳຫຼວດກ່າວວ່າ ການໂຈມຕີນີ້ ໄດ້ແນເປົ້າໝາຍໃສ່ລົດເມນ້ອຍ
ຄັນໜຶ່ງ ທີ່ບັນທຸກພະນັກງານຜະລິດລາຍການ ຂອງສະຖານີ ໂທ
ລະພາບເອກະຊົນອັຟການິສຖານ. ພະນັກງານຂອງ​ໂທລະພາບ
Tolo ຈຳນວນໜຶ່ງ ແມ່ນລວມຢູ່ໃນພວກທີ່ເສຍຊີວິດ.

ພວກຕາລີບານໄດ້ຢືນຢັນວ່າ ຕົນໄດ້ແນເປົ້າໝາຍໃສ່ ພວກພະ
ນັກງານ ຂອງໂທລະພາບ Tolo ໃນເວລາພວກເຂົາເຈົ້າ ອ້າງເອົາ
ຄວາມຮັບຜິດຊອບ ​ໃນການໂຈມຕີດັ່ງກ່າວ. ຢູ່ໃນຖະແຫລງການ ທີ່ສົ່ງ​ໄປໃຫ້ສື່ມວນຊົນ
ຕ່າງໆ ລວມທັງວີໂອເອນຳດ້ວຍນັ້ນ ໂຄສົກຂອງກຸ່ມຕາລີບານ ທ້າວ Zabihullah Mujahid
ໄດ້ກ່າວຫາໂທລະພາບດັ່ງກ່າວວ່າ ອອກຂ່າວ ຕໍ່ຕ້ານສາສະໜາອິສລາມ, ຕໍ່ຕ້ານ
ອັຟການິສຖານ ແລະ ຕໍ່ຕ້ານກຸ່ມຕາລີບານ ແລະ ໄດ້ເຕືອນ​ໃຫ້ສືີ່ມວນຊົນ ອັຟການິສຖານ
ອື່ນໆ ຖອດ​ຖອນບົດຮຽນຈາກການໂຈມຕີ ໃນວັນພຸດວານ​ນີ້.

ບໍ່ມີພະນັກງານ​ໃນສະຖານທູດຣັດເຊຍ ທີ່ຕັ້ງຢູ່ໃກ້ຄຽງນັ້ນ ໄດ້ຮັບບາດ ເຈັບເລີຍ ອີງຕາມ
ເຈົ້າໜ້າທີ່ກະຊວງການຕ່າງປະເທດຣັດເຊຍ.

ຄະນະ​ປະຕິບັດ​ງານ​ໃຫ້​ຄວາມສະໜັບສະໜູນຂອງອົງການ​ເນ​ໂຕ້ ຢູ່ໃນອັຟການິສຖານ
ໄດ້ປະນາມຢ່າງແຮງຕໍ່ການໂຈມຕີດັ່ງກ່າວ. ພົນຈັດຕະວາ Wilson Shoffner ຮອງຫົວ
ໜ້າເສນາທິການ ​ໃນ​ດ້ານ​ສື່ສານ ຂອງ​ອົງການ​ເນ​ໂຕ້ກ່າວວ່າ “ໂດຍການແນເປົ້າໝາຍ
ທີ່ເຈາະຈົງໃສ່ ບັນດານັກຂ່າວ ພວກກໍ່ການຮ້າຍ ໄດ້ພິສູດອີກຄັ້ງໜຶ່ງວ່າ ພວກເຂົາເຈົ້າ
ບໍ່ເຄົາລົບນັບຖື ປະຊາຊົນອັຟການິສຖານ ຫຼື ອະນາຄົດຂອງອັຟກາ​ນິສຖານເລີຍ.
ອົງການຂ່າວທີ່ເສລີ ແມ່ນມີຄວາມສຳຄັນທີ່ສຸດ ຕໍ່ອະນາຄົດຂອງອັຟການິສຖານ ແລະ
ພວກເຮົາເປັນໜີ້ບຸນຄຸນ ຕໍ່ພວກຜູ້ຊາຍແລະຍິງ ຜູ້ທີ່ໄດ້ເລືອກອາຊີບເປັນນັກຂ່າວ ໃນ
ເວລາທີ່ສຳຄັນທີ່ສຸດ ໃນປະຫວັດສາດ ຂອງອັຟການິສຖານນີ້.”

ຄະນະກຳມະການປົກປ້ອງນັກຂ່າວ ໄດ້ກ່າວວ່າ “ການໂຈມຕີ ທີ່ແນໃສ່ເພື່ອທັບມ້າງ ອົງ
ການສື່ມວນຊົນອິດສະຫຼະ ຢູ່ໃນອັຟການິສຖານ ແມ່ນເປັນການໂຈມຕີ ໂດຍກົງຕໍ່ພື້ນ
ຖານຂອງປະຊາທິປະໄຕ ​ແລະ​ ອົງການຂ່າວທີ່​ເປັນອິດສະຫຼະ ແລະ ເປີດກວ້າງ ໃນ
ອັຟການິສຖານ.”

Afghan officials say a suicide car bomb blast near the Russian Embassy in the capital Kabul has killed at least seven people.

Police say the attack targeted a minibus carrying carrying production staff of a private Afghan television channel. Several employees of Tolo TV were among the dead.

The Taliban confirmed it was targeting staff of the Tolo television channel when it claimed responsibility for the attack.In a statement sent to media organizations, including VOA, Taliban spokesman Zabihullah Mujahid accused the channel of broadcasting anti-Islam , anti-Afghan and anti-Taliban material and warned other Afghan media to learn a lesson from Wednesday's attack.

There were no injuries among staff at the nearby Russian embassy, according to Russian foreign ministry officials.

NATO's Resolute Support mission in Afghanistan strongly condemned the attack. "By specifically targeting journalists, terrorists have proven once again they have no regard for Afghanistan's people or future," said Brig. Gen. Wilson Shoffner, Resolute Support deputy chief of staff for communications. "A free press is critical to Afghanistan's future, and we owe a debt of gratitude to the men and women who choose to become journalists in this critical time in Afghanistan's history."

The Committee to Protect Journalists said "Attacks aimed at crushing independent media organizations in Afghanistan are a direct assault on the very foundation of Afghan democracy-a free and open press."

XS
SM
MD
LG