ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນເດຍ ກຳລັງຕໍ່ສູ້ ກັບການຂົ່ມຂູ່ ຈາກພວກ ແມງໄມ້ ຢູ່ທີ່ ປາສາດ Taj Mahal


ໃນຮູບພາບຖ່າຍເມື່ອວັນທີ 3 ມິຖຸນາ 2013 ນີ້ ສະແດງໃຫ້ເຫັນ ພະນັກງານຄົນນຶ່ງ ກວດດ້ານໜ້າ ຂອງ Taj Mahal ໃນເມືອງ Agra ຂອງອິນເດຍ.
ໃນຮູບພາບຖ່າຍເມື່ອວັນທີ 3 ມິຖຸນາ 2013 ນີ້ ສະແດງໃຫ້ເຫັນ ພະນັກງານຄົນນຶ່ງ ກວດດ້ານໜ້າ ຂອງ Taj Mahal ໃນເມືອງ Agra ຂອງອິນເດຍ.

ປະສາດ Taj Mahal ທີ່ເປັນສັນຍາລັກຂອງອິນເດຍ ກຳລັງຕໍ່ສູ້ກັບການຂົ່ມຂູ່ແບບໃໝ່ ຂອງພວກແມງໄມ້ຕ່າງໆ ທີ່ຂະຫຍາຍຂຶ້ນມາຢ່າງວ່ອງໄວ ຢູ່ໃນແມ່ນ້ຳ Yamuna ທີ່ ເປິເປື້ອນຢ່າງໜັກ ຊຶ່ງໄຫລຜ່ານດ້ານຫຼັງ ອະນຸສາວະລີ ສະໄໝ ສັດຕະວັດທີ 17 ນີ້. ບັນດາເຈົ້າໜ້າທີ່ ກ່າວວ່າ ພວກແມງໄມ້ ໄດ້ຕັ້ງທີ່ຢູ່ ຕາມຂອບປະສາດ ແລະ ໄດ້ປ່ອຍ ປະໄວ້ຂີ້ຂອງພວກມັນ ຊຶ່ງໄດ້ກາຍເປັນຈຸດຮອຍເປື້ອນສີຂຽວຫຼາຍແຫ່ງ ໃສ່ຫີນອ່ອນສີ ຂາວດັ່ງໝຸກ ຂອງອະນຸສາວະລີດັ່ງກ່າວ.

ສ້ວມຖ່າຍຊົ່ວຄາວ ທີ່ຕິດຕັ້ງຂຶ້ນ ໂດຍພວກຊາວກະສິກອນ ສຳລັບພວກເຂົາເຈົ້ານຳໃຊ້ ທີ່ສາມາດແນມເຫັນໄດ້ ຢູ່ແຄມແມ່ນ້ຳ Yamuna ໃນນະຄອນຫຼວງ New Delhi ຂອງອິນເດຍ, ວັນທີ 19 ພະຈິກ 2015.
ສ້ວມຖ່າຍຊົ່ວຄາວ ທີ່ຕິດຕັ້ງຂຶ້ນ ໂດຍພວກຊາວກະສິກອນ ສຳລັບພວກເຂົາເຈົ້ານຳໃຊ້ ທີ່ສາມາດແນມເຫັນໄດ້ ຢູ່ແຄມແມ່ນ້ຳ Yamuna ໃນນະຄອນຫຼວງ New Delhi ຂອງອິນເດຍ, ວັນທີ 19 ພະຈິກ 2015.

ທ່ານ Bhuvan Vikram ເຈົ້າໜ້າທີ່ຂັ້ນສູງ ຢູ່ທີ່ ກົມສຳຫຼວດບູຮານຄະດີ ຂອງອິນເດຍ ໃນເມືອງ Agra ຢູ່ທາງພາກເໜືອ ບ່ອນທີ່ເປັນທີ່ຕັ້ງຂອງ Taj Mahal ກ່າວວ່າ “ໃນ ລະຫວ່າງ ຍາມຄ່ຳຄືນ ພວກແມງໄມ້ໄດ້ຖືກດຶງດູດໂດຍພື້ນທີ່ສີຂາວ ຂອງ Taj Mahal ແລະ ໃນຍາມກາງຄືນ ພວກມັນຈະຢູ່ທີ່ນັ້ນ ຕະຫຼອດຄືນ ແລະ ພວກມັນກໍຈະປະໄວ້ ສິ່ງເສດເຫຼືອຕ່າງໆ ທີ່ເປັນສີຂຽວຂອງມັນ.”

ເຖິງແມ່ນວ່າ ພວກພະນັກງານ ຈະເຊັດລ້າງທຳ ພວກຂີ້ແມງໄມ້ກໍຕາມ ແຕ່ບັນດານັກ ຊ່ຽວຊານ ກໍຢ້ານວ່າ ການຄັດຖູຢ່າງໜັກ ອາດທຳລາຍ ຜົນງານຂອງສິ່ງສະຫລັກໄວ້ ອັນລະອຽດອ່ອນ ທີ່ໄດ້ປະດັບປະດາ Taj Mahal ນັ້ນ.

ທ່ານ Vikram ໄດ້ອະທິບາຍວ່າ ພວກເພິ່ນໄດ້ປະເຊີນກັບບັນຫານີ້ ເມື່ອປີກາຍນີ້ ແຕ່ເມື່ອ ບໍ່ດົນມານີ້ ໄດ້ລະບຸແມງໄມ້ທີ່ເປັນໂຕການຊະນິດນຶ່ງ ທີ່ມີຮູບຮ່າງຍາວ ຮູ້ຈັກກັນວ່າເປັນ ປະເພດແມງ ທີ່ຄ້າຍຄືກັບຍຸງ ທີ່ມີຊື່ທາງວິທະຍາສາດວ່າ Geoldichironomus.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG