ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຕ້ຫວັນແອບໝູ ໃຫ້ຖ່າຍລົງປ່ອງ ຢ່າງເປັນລະບຽບ


ແຜນທີ່ໄຕ້ຫວັນ
ແຜນທີ່ໄຕ້ຫວັນ

















ພວກ​ເຈົ້າ​ໜ້າທີ່ດ້ານ​ສິ່ງ​ແວດ​ລ້ອມ​ຂອງ​ໄຕ້​ຫວັນ​ ຢາກສອນ​ໃຫ້​ໝູ​ຈໍານວນ 6 ລ້ານໂຕ​ໃນ​
ເກາະ​ໄຕ້​ຫວັນ ​ຮຽນ​ຮູ້​ວິທີ​ການ​ໃຊ້​ຫ້ອງ​ນໍ້າ.

ພາຍ​ໃຕ້​ວິທີການ​ທີ່​ຄິດ​ຂຶ້ນ​ມາ ໂດຍ​ອົງການ​ປົກ​ປ້ອງ​ສິ່ງແວດ​ລ້ອມນັ້ນ ເຈົ້າ​ຂອງ​ຟາ​ມໝູ​ຈະ
ແອບໃຫ້​ໝູ​ໃຊ້​ຄອກສໍາລັບ​ຖ່າຍ​ທີ່​ເຮັດຂຶ້ນ​ມາ​ເປັນ​ພິ​ເສດ​ ​ຢູ່ໃນ​ຄອກໃຫຍ່ຂອງ​ພວກມັນ ​ຊຶ່ງ​
ມີ​ປ່ອງ​ຫ່າງໆ​ທີ່ເຮັດ​ດ້ວຍ​ເຫລັກ​ເສ້ນ​ໃສ່​ພື້ນຄອກ​ນັ້ນ ​ແລະ​ຂີ້​ໝູ​ຈະຕົກລົງ​ໄປໃສ່ບ່ອນ​ພິ​ເສດ
ຢູ່​ກ້ອງ​ຕາ​ໝ່າ​ງ​ເຫ​ລັກ ອັນ​ເປັນ​ບ່ອນ​ທີ່ພວກ​ກະສິກອນ​ລ້ຽງໝູ​ ຈະ​ມາ​ເກັບເອົາ​ຂີ້​ໝູ ​ແລະ​ໃສ່
ຖົງ​ອອກ​ໄປ​ຂາຍ​ເປັນ​ຝຸ່ນ​ປຸ໋ຍ​ໄດ້​ນັ້ນ.

ຍ້ອນວ່າ​ພວກ​ກະສິກອນ​ລ້ຽງ​ໝູ​ຈະ​ຕ້ອງ​ໄດ້ລ້າງ ສະ​ເພາະ​ແຕ່​ບ່ອນທີ່​ໝູຂີ້ລົງ​ໄປ​ເທົ່າ​ນັ້ນ ວິທີ​
ການ​ໃໝ່​ນີ້ຈະ​ຕັດ​ປະລິມານ​ນໍ້າ​ສໍາລັບ​ລ້າງ​ຄອກ​ໝູທັງ​ໝົດ​ນັ້ນ​ລົງ. ນອກ​ນີ້​ແລ້ວ ກໍ​ຍັງຈະ​ຍົກ
ສູງອັດຕາການຢູ່​ລອດ​ຂອງ​ໝູ​ ​ໃນ​ເມື່ອ​ວ່າ​ພວກ​ລ້ຽງ​ໝູ​ບໍ່​ຈໍາ​ເປັນ​ຕ້ອງ​ໃຊ້​ສາຍ​ທໍ່​ນໍ້າສີດ​ລ້າງໂຕ​
ໝູ ຊຶ່ງ​ພາ​ໃຫ້​ໝູ​ເຈັບ​ປ່ວຍ​ໄດ້​ງ່າຍໆ​ນັ້ນ.

ວິທີ​ສອນ​ໃຫ້​ໝູ​ຖ່າຍ​ໃສ່​ຄອກ​ ຍັງ​ຈະ​ປັບ​ປຸງ​ຄຸນ​ນະພາ​ບຂອງ​ປຸ່ຍຂີ້​ໝູ​ນັ້ນ​ອີກ ​ເພາະ​ມັນ​ຈະ​ບໍ່
ຖືກ​ນໍ້າ ​ແລະ​ພ້ອມ​ດຽວ​ກັນ ກໍຫລຸດຜ່ອນນໍ້າ​ເປື້ອນຂີ້​ໝູທີ່​ຈະ​ໄຫລ​ຊືມລົງ​ໄປ​ໃສ່​ແມ່​ນໍ້າ​ທີ່ຢູ່
ໃກ້ໆ​ນັ້ນ​ອີກ.

XS
SM
MD
LG