ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຫວັນ ເລືອກເອົາ ປະທານາທິບໍດີ ແມ່ຍິງ ຄົນທຳອິດ


Taiwan Elects First Female President
please wait

No media source currently available

0:00 0:01:41 0:00

ທ່ານນາງ Tsai Ing-wen ປະທານາທິບໍດີແມ່ຍິງຄົນທຳອິດຂອງ ໄຕ້ຫວັນ

ບັນດາຜູ້ລົງຄະແນນສຽງຂອງ ໄຕ້ຫວັນ ໄດ້ເລືອກເອົາທ່ານນາງ Tsai Ing-wen ເປັນປະທານາທິບໍດີແມ່ຍິງຄົນທຳອິດຂອງເກາະ ດັ່ງກ່າວ, ຈາກການໄດ້ຮັບໄຊຊະນະດ້ວຍຄະແນນສຽງສ່ວນຫຼາຍ ລໍ້າໜ້າພັກຊາດນິຍົມ KMT, ເຊິ່ງກຳລັງຕົກເປັນຈຸດສົນໃຈຢ່າງ ແຮງກ່ຽວກັບ ສາຍພົວພັນທີ່ກຳລັງຂະຫຍາຍຕົວຂຶ້ນກັບ ຈີນ ແຜ່ນ ດິນໃຫຍ່ ຕັ້ງແຕ່ໄດ້ເຂົ້າກຳອຳນາດໃນ 8 ປີທີ່ຜ່ານມາ.

ນອກນັ້ນ ​ພັກ​ປະຊາທິປະ​ໄຕ​ກ້າວໜ້າຫຼື DPP ຂອງທ່ານນາງຍັງ ໄດ້ຮັບໄຊຊະນະຄະແນນສຽງສ່ວນຫຼາຍໃນ ສະພານິຕິບັນຍັດເປັນ ຄັ້ງທຳອິດ, ເປັນການພັດທະນາທີ່ອາດຈະສົ່ງ ຜົນກະທົບອັນໃຫຍ່ ຫຼວງຕໍ່ເສດຖະກິດ ແລະ ນະໂຍບາຍອື່ນໆກັບ ຈີນ.

ບໍ່ດົນຫຼັງຈາກຜົນຂອງການເລືອກຕັ້ງໄດ້ຖືກປະກາດອອກມາ, ຫ້ອງການພົວພັນ ໄຕ້ຫວັນ ຂອງ ຈີນແຜ່ນດິນໃຫຍ່, ເຊິ່ງມີໜ້າທີ່ໃນການຈັດການເລື້ອງສາຍພົວພັນກັບນະຄອນຫຼວງ ໄທເປ ໄດ້ກ່າວວ່າ ຕົນຈະສືບຕໍ່ຄັດຄ້ານກິດຈະກຳຕ່າງໆ ທີ່ນຳໄປສູ່ຄວາມເອກະລາດຂອງ ໄຕ້ຫວັນ. ໃນຖະແຫຼງການສະບັບໜຶ່ງທີ່ໄດ້ຖືກເຜີຍແຜ່ໂດຍອົງການຂ່າວລັດຖະບານ ຊິນຫົວ ກ່າວວ່າ ຄວາມຕັ້ງໃຈຂອງ ຈີນ ທີ່ຈະປົກປ້ອງດິນແດນຂອງຕົນແມ່ນ “ແຂງເທົ່າກັບກ້ອນຫີນ.”

Taiwan China
please wait
Embed

No media source currently available

0:00 0:02:00 0:00

XS
SM
MD
LG