ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໄຕ້ຫວັນ ໄປຢ້ຽມຢາມ ເກາະທີ່ກຳລັງ ມີບັນຫາຂັດແຍ້ງ ໃນທະເລຈີນໃຕ້


ປະທານາທິບໍດີ ໄຕ້ຫວັນ Ma Ying-jeou ກ່າວຖະແຫລງ ຂະນະທີ່ປະກາດ ໂຄງການລິເລີ້ມ ສັນຕິພາບ ໃນທະເລຈີນໃຕ້ ຂອງທ່ານ ໃນລະຫວ່າງ ກອງປະຊຸມ 2015 ILA-ASIL Asia Pacific Research Forum ຢູ່ທີ່ນະຄອນຫຼວງໄທເປ ຂອງໄຕ້ຫວັນ, ວັນທີ 26 ພຶດສະພາ 2015.
ປະທານາທິບໍດີ ໄຕ້ຫວັນ Ma Ying-jeou ກ່າວຖະແຫລງ ຂະນະທີ່ປະກາດ ໂຄງການລິເລີ້ມ ສັນຕິພາບ ໃນທະເລຈີນໃຕ້ ຂອງທ່ານ ໃນລະຫວ່າງ ກອງປະຊຸມ 2015 ILA-ASIL Asia Pacific Research Forum ຢູ່ທີ່ນະຄອນຫຼວງໄທເປ ຂອງໄຕ້ຫວັນ, ວັນທີ 26 ພຶດສະພາ 2015.

ປະທານາທິບໍດີຂອງໄຕ້ຫວັນ ຊຶ່ງ​ເປັນ​ຜູ້​ສະໜັບສະໜຸນ​ຢ່າງ
​ແຂງ​ຂັນ ​ແຕ່​ໄດ້ມອງຂ້າມ ໃນບັນຫາຂັດແຍ້ງທາງ​ທະ​ເລ ທີ່​
ໃຫຍ່​ສຸດ​ໃນ​ເຂດເອເຊຍ ​ໄດ້ອອກ​ເດີນທາງ​ໄປ​ຍັງ​ເກາະ​ທີ່​ມີ
​ການ​ຂັດ​ແຍ້​ງ ຢູ່ໃນທະເລຈີນໃຕ້ ​ໃນ​ວັນ​ພະຫັດມື້ນີ້ ເພື່ອຈະ
ສົ່ງສັນຍານ ທີ່ໄປໄກຈົນຮອດວໍຊິງຕັນ.

ປະທານາທິບໍດີ Ma Ying-jeou ໄດ້ຂຶ້ນເຮືອບິນທະຫານ
ກ່ອນ 9 ໂມງເຊົ້າ ເພື່ອບິນໄປຍັງເກາະ Itu Aba ຊຶ່ງເປັນເກາະ
ຫີນ​ນຶ່ງຢູ່ໃນ ທະເລຈີນໃຕ້ ທີ່ຮູ້ຈັກກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ ເກາະ
Taiping ນັ້ນ. ທ່ານຈະໄປຢ້ຽມຢາມ 200 ຄົນ ທີ່ປະຈຳການ
ເປັນໜ່ວຍທະຫານຍາມຝັ່ງ, ພະນັກງານແພດ ແລະ ນັກຄົ້ນ
ຄວ້າວິທະຍາສາດ ຢູ່ທີ່ນັ້ນກ່ອນທີ່ທ່ານຈະເດີນທາງກັບຄືນໄປ ນະຄອນຫຼວງໄທເປ ພາຍໃນຕອນ​ແລງ ມື້ນີ້.

ເກາະ Itu Aba ເປັນເກາະນຶ່ງທີ່ຢູ່ໃນກຸ່ມໝູ່ເກາະ Spratly
ເກາະ Itu Aba ເປັນເກາະນຶ່ງທີ່ຢູ່ໃນກຸ່ມໝູ່ເກາະ Spratly

​ໂຄສົກຂອງປະທານາທິບໍດີ ທ່ານ Charles Chen ໄດ້ກ່າວໃນວັນພຸດວານນີ້ວ່າ “ປະທາ
ນາທິບໍດີ Ma ໄດ້ເນັ້ນຢ້ຳວ່າ ເກາະ Taiping ເປັນດິນແດນ ທີ່​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້
ຂອງສາທາລະນະລັດຈີນ. ປະທານາທິບໍດີ Ma ແມ່ນຍັງບໍ່ໄດ້ໄປຢ້ຽມຢາມເທື່ອ.”

ການເດີນທາງໄປຢ້ຽມຢາມເກາະດັ່ງກ່າວ ທີ່ໄກຈາກໄຕ້ຫວັນ 1,600 ກິໂລແມັດນັ້ນ ມີຂຶ້ນ
ຫຼັງຈາກ ມີຖະແຫລງການທີ່ແຮງຜິດປົກກະຕິສະ ບັບນຶ່ງເມື່ອອາທິດແລ້ວນີ້ ຈາກກະຊວງ
ການຕ່າງປະເທດ ທີ່ເອີ້ນ 4 ເກາະຢູ່ໃນເຂດ​ເສັ້ນສູນສູດ​ນັ້ນວ່າ ເປັນພາກສ່ວນນຶ່ງ ຂອງ
ສາທາລະນະລັດຈີນ ພາຍໃຕ້ກົດໝາຍສາກົນ. ສາທາລະນະລັດຈີນ ແມ່ນເປັນຊື່ ທີ່ຖືກ
ຕ້ອງຕາມກົດໝາຍ ຂອງໄຕ້ຫວັນ. ຖະແຫລງການນີ້ ກ່າວອີກວ່າ ໄຕ້ຫວັນ ໄດ້ “​ເອົາ​ທ່າ
​ທີ​ຢ່າງ​ໜັກ​ແໜ້ນ”
ກ່ຽວ​ກັບເກາະ Itu Aba ແລະໝູ່ເກາະອື່ນໆ ມາໄດ້ 60 ປີແລ້ວ.

ພາບນີ້ໄດ້ຖືກເປີດເຜີຍ ໂດຍອົງການຂໍ້ມູນຂອງທະຫານ ຢູ່ທີ່ໄຕ້ຫວັນ ສະແດງໃຫ້ເຫັນ ເຮືອລົບສອງລຳຂອງໄຕ້ຫວັນ ທີ່ຈອດຢູ່ໃກ້ ຝັ່ງເກາະ Taiping, ຊຶ່ງເປັນເກາະທີ່ໃຫຍ່ສຸດ ໃນໝູ່ເກາະຢູ່ໃນ Spratly ທີ່ກຳລັງຖືກຂັດແຍ້ງກັນ, ໂດຍມີຖານທັບຕັ້ງຢູ່ດ້ານໜ້າຂອງພາບນີ້.
ພາບນີ້ໄດ້ຖືກເປີດເຜີຍ ໂດຍອົງການຂໍ້ມູນຂອງທະຫານ ຢູ່ທີ່ໄຕ້ຫວັນ ສະແດງໃຫ້ເຫັນ ເຮືອລົບສອງລຳຂອງໄຕ້ຫວັນ ທີ່ຈອດຢູ່ໃກ້ ຝັ່ງເກາະ Taiping, ຊຶ່ງເປັນເກາະທີ່ໃຫຍ່ສຸດ ໃນໝູ່ເກາະຢູ່ໃນ Spratly ທີ່ກຳລັງຖືກຂັດແຍ້ງກັນ, ໂດຍມີຖານທັບຕັ້ງຢູ່ດ້ານໜ້າຂອງພາບນີ້.

ການ​ໄປຢ້ຽມຢາມຂອງປະທານາທິບໍດີ ອາດຊ່ອຍ​ເນັ້ນຢ້ຳໃຫ້ເຫັນ ເຖິງທ່າທີຂອງໄຕ້ຫວັນ.
ເຖິງແມ່ນວ່າ ​ໄດ້ອ້າງເອົາກຳມະ​ສິດ​ ຂອງທະເລເກືອບທັງໝົດ 3 ລ້ານ 5 ​ແສນ ຕະລາງ
ກິໂລແມັດ ກໍ​ຈິງ ແຕ່ທຳມະດາແລ້ວ ​ໄຕ້​ຫວັນກໍບຸກບືນ ເພື່ອເຮັດໃຫ້​ໄດ້​ຮັບຄວາມສົນໃຈ
ກ່ຽວກັບເລື່ອງນີ້ ຍ້ອນການຂາດແຄນການພົວພັນດ້ານການທູດ ໃນເອເຊຍ. ສ່ວນຈີນ
ຜູ້ທີ່ມີອຳນາດຫຼາຍທີ່ສຸດ ໄດ້ອ້າງເອົາກຳມະສິດໃນເຂດທະເລ ທີ່ມີບັນຫາຂັດແຍ້ງກັນນີ້
ກ່າວວ່າ ໝູ່ເກາະຂອງໄຕ້ຫວັນນັ້ນ ກໍເປັນຂອງ ປັກກິ່ງ ແລະຫ້າມບໍ່ໃຫ້ປະເທດອື່ນໆ ຈັດ
ຕັ້ງສາຍພົວພັນທາງການທູດ.

ໄຕ້ຫວັນໄດ້ພັດທະນາເກາະ Itu Aba ທີ່ເປັນປະກາລັງ ຢູ່ໃນເຂດໝູ່ເກາະ Spratly ທີ່ມີ ຄ້າຍທະຫານຍາມຝັ່ງ ກວມເອົາເຄິ່ງກິໂລແມັດມົນທົນຂອງເກາະ ໂດຍມີໂຄງການພະລັງ
ແສງອາທິດຕ່າງໆ ແລະ ມີພະນັກງານແພດປະຈຳ ເພື່ອຊ່ອຍເຫຼືອພວກເຮືອກຳປັ່ນ ທີ່ປະ
ສົບກັບພາຍຸ. ການເຄື່ອນໄຫວຕ່າງໆເຫຼົ່ານັ້ນ ຢູ່ໃນເຂດມະຫາສະມຸດອັນກວ້າງໃຫຍ່ ທີ່ມີ
ໝູ່ເກາະໂດຍທຳມະຊາດ ແມ່ນເປັນພາກສ່ວນນຶ່ງ ​ໃນຄວາມພະຍາຍາມ ຂອງໄຕ້ຫວັນ
ເພື່ອ​ຈະ​ໄດ້​ຮັບ​ຄວາມ​ສົນ​ໃ​ຈຈາກນາໆຊາດ. ໃນຖະແຫລງການສະບັບວັນພະຫັດມື້ນີ້
ປະທານາທິບໍດີ Ma ຮຽກຮ້ອງໃຫ້ນຳໃຊ້ເກາະ Itu Aba ໃນທາງ “ສັນຕິ.”

Taiwan South China Sea
please wait

No media source currently available

0:00 0:00:44 0:00

XS
SM
MD
LG