ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ໄຕ້ຫວັນ ແລະ ພວກປະທ້ວງ ຕົກລົງ ທີ່​ຈະ​ພົບ​ພໍ້​ກັນ (ສະໄລດ໌/ວີດີໂອ)


taiwanprotest25mar14
please wait
Embed

No media source currently available

0:00 0:00:44 0:00
ພວກ​ນັກ​ສຶກສາປະ​ທ້ວງ ທີ່​ກຳລັງຄອບຄອງ​ຕຶກ​ລັດຖະສະ
ພາ​ໄຕ້​ຫວັນ ​ໄດ້​ຕົກ ລົງ​ທີ່​ຈະ​ພົບ​ປະ​ກັບ​ປະທານາທິບໍດີ
Ma Ying-jeou ​ເພື່ອ​ແກ້​ໄຂ​ການ​ປະ​ເຊີນ​ໜ້າ​ກັນທາງ
ດ້ານ​ການ​ເມືອງ ກ່ຽວ​ກັບ​ຂໍ້​ຕົກລົງ​ການ​ຄ້າ​ກັບ​ຈີນ ທີ່​ເປັນ​
ບັນຫາ​ໂຕ້​ແຍ່ງ​ກັນນັ້ນ.

​ໃນ​ວັນ​ອັງຄານ​ມື້​ນີ້ ປະທານາທິບໍດີ Ma ໄດ້​ສະ​ເໜີ​ໃຫ້​ມີ​
ການ​ໂອ້​ລົມ​ສົນທະນາ​ກັນ ​ເພື່ອ​ຊ່ອຍຍຸດຕິ​ວິ​ກິດ​ການ​ດັ່ງກ່າວ
ຊຶ່ງ​ໄດ້​ເລີ້ມ​ມາ​ຕັ້ງ​ແຕ່​ສັບປະດາ​ແລ້ວ​ນີ້ ​ເວລາ​ພວກ​ນັກ​ສຶກສາ
​ບຸກ​ເຂົ້າ​ໄປ​ໃນ​ສະພາ​ນິຕິບັນຍັດ ​ແລະຮຽກຮ້ອງ​ໃຫ້​ລັດຖະ
ບານ​ລົບ​ລ້າງ​ຮ່າງຂໍ້ຕົກລົງ​ດັ່ງກ່າວ.

ຍັງບໍ່ທັນເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ ​ເວລາ​ໃດ​ການ​ພົບ​ປະກັນ
​ດັ່ງກ່າວ​ຈຶ່ງຈະ​ເກີດ​ຂຶ້ນ ຫຼືຈະ​ໂອ້​ລົມ​ກັນ​ເລື້ອງ​ໃດ​ແທ້. ​ໃນ
​ການ​ເຊື້ອ​ເຊີນຂອງທ່ານ​ນັ້ນ ​ປະທານາທິບໍດີ Ma ​ໄດ້​ກ່າວ​
ຢ່າງ​ຈະ​ແຈ້ງວ່າ ທ່ານ​ຢາກ​ໃຫ້ການ​ໂອ້​ລົມ​ສົນທະນາ​ກັນ​ນີ້
​ເກີດ​ຂຶ້ນ​ໂດຍ​ບໍ່​ມີ​ການ​ຕັ້ງ​ເງື່ອນ​ໄຂ​ໃດໆ​ລ່ວງ​ໜ້າ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ ມີ​ຂຶ້ນ​ໃນ​ເວລາ​ນຶ່ງ​ມື້ ຫຼັງ​ຈາກ​ຕຳຫຼວດ​ປາບຈະລາ​ຈົນ
ໄດ້​ເຮັດໃຫ້​ຫຼາຍ​ກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນຂະນະ​ທີ່​ທຳ​ການ​ກວາດ​ລ້າງ
ພວກ​ຫ້ອງການ​ຕ່າງໆ​ຂອງ​ຄະນະ​ລັດຖະມົນຕີ ທີ່​ພວກ​ນັກ​ສຶກສາ​ທຳ​ການ​ປະທ້ວງ ຍຶດຄອງ​ເຊັ່ນ​ກັນ​ນັ້ນ.

ປະທານາທິບໍດີ Ma Ying-jeou ຊຶ່ງ​ມີຄວາມເປັນ​ມິດ​ກັບ​ລັດຖະບານກຸງປັກ​ກິ່ງ​ນັ້ນ ​
ໄດ້​ກ່າວ​ປ້ອງ​ກັນວ່າ ສົນທິສັນຍາ​ການ​ຄ້າ​ນີ້​ແມ່ນ​ຈຳ​ເປັນ ​ໂດຍກ່າວ​ເຕືອນ​ວ່າ ​ໄຕ້​ຫວັນ
​ທີ່ກາງຕໍ່​ອາ​ໄສ​ການ​ຄ້າ​ນີ້ ຈະ​ຖືກ​ໂດດດ່ຽວ​ທາງ​ດ້ານ​ເສດຖະກິດຖ້າ​ບໍ່​ມີ​ຂໍ້​ຕົກລົງ​ການ
​ຄ້າເຊັ່ນ​ນີ້.

ພວກ​ປະ​ທ້ວງ​ພາກັນ​ເປັນ​ຫ່ວງ​ວ່າ ຂໍ້​ຕົກລົງ​ການ​ຄ້າ​ນີ້ ຈະ​ສ້າງ​ຄວາມ​ເສຍ​ຫາຍໃຫ້​
ແກ່​ເສດຖະກິດ​ຂອງ​ໄຕ້​ຫວັນ. ຫຼາຍ​ຄົນຍັງ​ມີ​ຄວາມ​ຢ້ານ​ກົວ​ເຊັ່ນກັນວ່າ​ ປັກ ກິ່ງອາດ
ຈະມີອິດ​ທິພົນ​ທີ່​ເພີ້​ມຂຶ້ນ​ນຳດ້ວຍ​.
XS
SM
MD
LG