ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮົງກົງ ຈັດພິທີ ລະນຶກເຖິງ ການປາບປາມ ທີ່ທຽນອັນເໝິນ


ພວກສະໜັບສະໜຸນປະຊາທິປະໄຕ ພາກັນໄຕ້ທຽນໄຂ ເປັນນ້ຳເບີ 64 ເພື່ອລະນຶກເຖິງການປາບປາມທີຈະຕຸລັດ ທຽນອັນເໝິນ ທີ່ຮົງກົງ (ວັນທີ 4 ມິຖຸນາ 2015)
ພວກສະໜັບສະໜຸນປະຊາທິປະໄຕ ພາກັນໄຕ້ທຽນໄຂ ເປັນນ້ຳເບີ 64 ເພື່ອລະນຶກເຖິງການປາບປາມທີຈະຕຸລັດ ທຽນອັນເໝິນ ທີ່ຮົງກົງ (ວັນທີ 4 ມິຖຸນາ 2015)

ຮົງ​ກົງ​ຈັດ​ພິທີ​ໄຕ້ທຽນ​ໄຂປະຈຳ​ປີຂຶ້ນ​ໃນແລງ​ວັນ​ພະຫັດ​ມື້​ນີ້ ​
ເພື່ອລະນຶກເຖິງວັນ​ຄົບຮອບ​ໃນການ ປາບປາມຂອງຈີນໃນ
ປີ 1989 ຕໍ່ພວກ​ປະ​ທ້ວງ​ນິຍົມ​ປະຊາທິປະ​ໄຕ​ທີ່​ຈະຕຸ​ລັດ​
Tiananmen​.

ຄາດ​ວ່າ​ຈະ​ມີ​ຫຼາຍ​ສິບ​ພັນ​ຄົນເຂົ້າຮ່ວມການໂຮມ​ຊຸມນຸມ
ປະທ້ວງ​ທີ່​ສວນສາທາລະນະ Victoria ຊຶ່ງ​ໃນ​ປີ​ນີ້​ຈະ​ຈັດໃຫ້ມີ​ຂຶ້ນ ບໍ່​ເທົ່າ​ໃດມື້ ກ່ອນ​ການ
ເລືອກ​ຕັ້ງ​ທີ່ສຳຄັນ ເພື່ອກຳນົດ​ອານາ​ຄົດທາງ​ການ​ ເມືອງ​ຂອງເຂດ​ປົກຄອງ​ຕົນ​ເອງ
ດັ່ງກ່າວ.

​ແຜນການເລືອກ​ຕັ້ງທີ່​ລັດຖະບານ​ຈີນ ​ໄດ້​ໃຫ້​ການ​ອະນຸມັດໄປ​ນັ້ນ ຈະມີການ​ລົງ​ຄະ​ແນນ​ສຽງໂດຍ ສະພານິຕິບັດຢັດຂອງຮົງ​ກົງ ​ໃນ​ວັນ​ທີ 17 ມິຖຸນາ​ຈະ​ມາ​ນີ້ ​ແມ່ນບໍ່ໄດ້ໃຫ້ຄວາມ
ສຳຄັນໂດຍພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ ທີ່ຖືວ່າເປັນເລື້ອງຕະລົກ.

​ແຜນການ​ດັ່ງກ່າວ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຈະ​ອະນຸຍາດ​ໃຫ້​ພວກ​ລົງ​ຄະ​ແນນ​ສາມາດ​ລົງ​ປ່ອນ​ບັດ​ເອົາ​ຫົວໜ້າ​ບໍລິຫານ​ງານ​ຂອງເຂດ​ປົກຄອງ​ຕົນ​ເອງ​ ​ແຕ່​ວ່າ ​ມີ​ພຽງ​ແຕ່​ຜູ້​ລົງ​ສະໝັກ ເລືອກ
​ຕັ້ງ​ທີ່​ໄດ້​ຮັບ​ອະນຸມັດ​ຈາກ​ຄະນະ​ກຳມະການທີ່ຄອບງຳໂດຍປັກ​ກິ່ງ​ເສຍ​ກ່ອນ ຈຶ່ງ​ສາມາດ​ລົງ​ແຂ່ງຂັນ​ໄດ້.

​ໃນ​ປີ​ກາຍ​ນີ້ ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ ​ໄດ້​ປະ​ທ້ວງຂະໜາດໃຫຍ່​ເປັນ​ເວລາ
7 ສັບປະດາ ທີ່​ມີ​ຈຸດປະສົງ​ໃນ​ການ​ຊັກຊວນໃຫ້​ປັກ​ກິ່ງ ​ແລະ​ຮົງ​ກົງ​ຍົກ​ເລີກ​ແຜນການ​ດັ່ງ
ກ່າວ ​ແລະ​ປະຕິບັດຕາມ​ການໃຫ້​ຄຳ​ໝັ້ນ​ສັນຍາ ໂດຍໃຫ້ທຸກຄົນມີ​ສິດ​ໃນ​ການ​ປ່ອນບັດ
ທົ່ວໄປ.

​ໃນ​ທີ່​ສຸດ ພວກ​ປະ​ທ້ວງກໍ​ໄດ້ແຍກຍ້າຍກັນໄປ ​ໂດຍ​ປາດ​ສະ​ຈາກການ​ຍິນຍອມທີ່ສຳຄັນໃດໆ ແມ່ນ​ແຕ່ຢ່າງນຶ່ງ​ຢ່າງ​ດຽວ ຈາກ​ພວກເຈົ້າໜ້າທີ່.

ຍັງ​ບໍ່​ທັນ​ມີ​ຄວາມຮຸນ​ແຮງ​ໃດໆ​ເກີດ​ຂຶ້ນ ຊຶ່ງ​ບໍ່​ຄື​ກັນ​ກັບ​ໃນ​ເດືອນ​ມິຖຸນາ 1989 ຕອນ​ທີ່​ຈີນ​ໄດ້​ສົ່ງ​ລົດ​ຖັງ ​ແລະ​ກອງ​ກຳລັງ ​ເຂົ້າທັບມ້າງການ​ປະ​ທ້ວງ​ເປັນ​ຫຼາຍໆອາທິດ ​ທີ່ຈະຕຸ​ລັດ Tian-
anmen​. ຈຳນວນ​ພວກທີ່​ເສຍ​ຊິວິດ ແມ່ນ​ກະ​ປະມານ​ວ່າ ມີຫຼາຍໆ​ຮ້ອຍ ຫຼື​ບໍ່​ກໍ​ຫຼາຍ​ພັນ​ຄົນ.

China Tiananmen Security
please wait

No media source currently available

0:00 0:00:49 0:00

Hong Kong holds its annual candlelight vigil Thursday to commemorate the anniversary of China's 1989 crackdown on pro-democracy protesters in Tiananmen Square.

Tens of thousands are set to pack Hong Kong's Victoria Park for the rally, which this year takes place just days ahead of a key vote to determine the territory's political future.

The Chinese government-approved electoral plan being voted on by Hong Kong's legislature on June 17 has been dismissed by pro-democracy activists as a farce.

The plan would, for the first time, allow voters to elect the territory's chief executive, but only candidates approved by a Beijing-dominated committee will be allowed to run.

Pro-democracy activists last year held seven weeks of huge protests aimed at convincing Beijing and Hong Kong to scrap the plan and follow through on their promise for universal suffrage.

The protests were eventually disbursed without a single major concession by authorities.

There was no serious violence, unlike in June, 1989, when China sent in tanks and troops to disband weeks of protests in Tiananmen Square. Estimates of the death toll range from a few hundred to a few thousand.

Security was tight Thursday in the central Beijing square. Reuters reported policed carried away a middle-aged woman holding a plastic rose. "Why won't you let me go? Because you are thugs," the woman yelled, according to Reuters, before she was dragged away.

Beijing authorities do not allow public discussion of the Tiananmen Square incident. The country's Internet censors also work overtime to scrub social media of any references to the brutal crackdown.

XS
SM
MD
LG