ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຕ້ຫວັນ ເສຍພັນທະມິດ ດ້ານການທູດ ຊຶ່ງຊີ້ໃຫ້ເຫັນວ່າ ຈີນ ກຳລັງບໍ່ພໍໃຈ


ລັດຖະມົນຕີການຕ່າງປະເທດຂອງໄຕ້ຫວັນ ທ່ານ David Lee (ກາງ) ກ່າວຖະແຫລງ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ຫຼັງຈາກທີ່ ປະເທດ ຊາວໂຕເມ ແລະແປຣັງຊີບ ຍຸຕິ ສາຍສຳພັນກັບໄຕ້ຫວັນ, ໃນນະຄອນຫຼວງໄທເປ, ວັນທີ 21 ທັນວາ 2016.
ລັດຖະມົນຕີການຕ່າງປະເທດຂອງໄຕ້ຫວັນ ທ່ານ David Lee (ກາງ) ກ່າວຖະແຫລງ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ຫຼັງຈາກທີ່ ປະເທດ ຊາວໂຕເມ ແລະແປຣັງຊີບ ຍຸຕິ ສາຍສຳພັນກັບໄຕ້ຫວັນ, ໃນນະຄອນຫຼວງໄທເປ, ວັນທີ 21 ທັນວາ 2016.

ການຕັດ​ຄວາມ​ສຳພັນຢ່າງກະທັນຫັນ ລະຫວ່າງໄຕ້ຫວັນ ແລະ ໜຶ່ງໃນຈຳນວນ ບໍ່ຫຼາຍປະ​ເທດຢູ່ແລ້ວ ທີ່ພັນທະມິດໃນດ້ານການທູດຂອງຕົນນັ້ນ ຊີ້ໃຫ້ເຫັນເຖິງ ຄວາມບໍ່ພໍໃຈ ທີ່ກຳລັງເກີດຂຶ້ນ ໃນຈີນ ຕໍ່ການນຳຂອງ Taipei ແລະ ບັນດາ
ນັກວິເຄາະ ເຕືອນວ່າ ການເຄື່ອນໄຫວເຊັ່ນນັ້ນ ຈະມີຂຶ້ນຕື່ມ ໂດຍປັກກິງ.

ປະເທດເກາະ ຊາວໂຕເມ ແລະແປຣັງຊີບ ຊຶ່ງເປັນພັນທະມິດ ຂອງ ໄຕ້ຫວັນ ຢູ່ທາງ ທິດຕາເວັນຕົກ ຂອງອາຟຣິກາ ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ໄດ້ຕັດສາຍສຳພັນ ໃນວັນພຸດມື້ນີ້ ແລະ ຫຼັງຈາກນັ້ນ ໄຕ້ຫວັນ ໄດ້ຍຸບສະຖານທູດ ຢູ່ໃນນະຄອນຫຼວງ
ໄທເປ ແລະ ຍຸຕິການແລກປ່ຽນຫຼາຍດ້ານ. ສະພາຮັບຜິດຊອບໃນດ້ານຈີນແຜ່ນດິນ
ໃຫຍ່ ຂອງລັດຖະບານໄຕ້ຫວັນ ໄດ້ກ່າວວ່າ ຈີນໃຊ້ “ການທູດດ້ານການເງິນ” ເພື່ອ
ຊຸກຍູ້ ຊາວໂຕເມ ແລະແປຣັງຊີບ ໃຫ້ຕັດສາຍສຳພັນ ນັ້ນ.

ການຕັດສາຍສຳພັນ ເປັນເທື່ອທຳອິດ ໃນຫຼາຍກວ່າ ແປດປີຜ່ານມາ ຫຼັງຈາກ ມີ ການສົນທະນາທາງໂທລະສັບ ເມື່ອວັນທີ 2 ທັນວາ ໂດຍປະທານາທິບໍດີ ໄຕ້ຫວັນ ທ່ານນາງ Tsai Ing-Wen ກັບປະທານາທິບໍດີທີ່ຖືກເລືອກໃໝ່ ຂອງສະຫະລັດ
ທ່ານ Donald Trump ແລະ ທ່ານ Trump ຕໍ່ຈາກນັ້ນມາ ໄດ້ມີຄຳເຫັນທີ່ ທ່ານ ໄດ້ເຫັນວ່າ ບໍ່ຈຳເປັນທີ່ຈະຕ້ອງປະຕິບັດຕາມສັນຍາ ທີ່ ສະຫະລັດ ຮັບຮູ້ແຕ່ພຽງຈີນ
ດຽວ ບໍ່​ແມ່ນໄຕ້ຫວັນ. ຈີນໄດ້ອ້າງເອົາອະທິປະໄຕ ກ່ຽວກັບໄຕ້ຫວັນ ຊຶ່ງໄດ້ປົກຄອງ ຕົນເອງ ແລະ ຊອກຫາຊ່ອງທາງ ທີ່ຈະລົດພາບພົດໃນດ້ານການຕ່າງປະເທດຂອງ
​ໄຕ້​ຫວັນ​ລົງ.

ບັນດານັກວິເຄາະ ກ່າວວ່າ ຈີນໄດ້ເຄື່ອນໄຫວ ເພື່ອຈະດຶງເອົາປະເທດ ຂອງອາຟຣິກາ ອອກຫ່າງ​ໄປຈາກ ໄຕ້ຫວັນ ແລະ ບາງສ່ວນຄາດກັນວ່າ ພັນທະມິດ ອີກຫຼາຍປະເທດ ຈະຫັນໄປຫາປັກກິ່ງ ໃນຕະຫຼອດປີໜ້ານີ້. ນອກນັ້ນຈີນ​ຍັງ​ໄດ້ ທຳ​ການ​ຊ້ອມ​ລົບ​ໃນ​ເຂດ​ລະບຸ​ໂຕ​ທາງ​ອາກາດໃກ້ໆ​ກັບ​ໄຕ້​ຫວັນ ຫລັງ​ຈາກ​ທ່ານ Trump ​ໄດ້ໂທລະສັບ ​ໄປ​
ໂອ້​ລົມ​ ອີງ​ຕາມ​ການ​ຖະ​ແຫຼງຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG