ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ໃຕ້ຫວັນທວງໃຫ້ ຟິລິບປິນ ຂໍຂະມາໂທດ ທີ່ໄດ້ຍິງ ຊາວປະມົງໄຕ້ຫວັນ ຕາຍ (ວີດີໂອ)


ໃຕ້ຫວັນ ​ໃຫ້​ເວລາ​ແກ່ຟິລິບ​ປີນ ຈົນ​ຮອດ​ວັນ​ອັງ​ຄານ​ມື້​ອຶ່ນນີ້ ​
ເພື່ອ​ໃຫ້​ຂໍ​ຂະມາ​ໂທດ ​ຕໍ່​ຄອບຄົວ​ຂອງ​ຊາວ​ປະມົງ​ ທີ່ຖືກຍິງຕາຍ ໃນວ
ໃຕ້ຫວັນ ​ໃຫ້​ເວລາ​ແກ່ຟິລິບ​ປີນ ຈົນ​ຮອດ​ວັນ​ອັງ​ຄານ​ມື້​ອຶ່ນນີ້ ​ ເພື່ອ​ໃຫ້​ຂໍ​ຂະມາ​ໂທດ ​ຕໍ່​ຄອບຄົວ​ຂອງ​ຊາວ​ປະມົງ​ ທີ່ຖືກຍິງຕາຍ ໃນວ
ໃຕ້ຫວັນ ​ໄດ້​ໃຫ້​ເວລາ​ແກ່ຟິລິບ​ປີນ ຈົນ​ຮອດ​ວັນ​ອັງ​ຄານ​ມື້​ອຶ່ນນີ້ ​
ເພື່ອ​ໃຫ້​ຂໍ​ຂະມາ​ໂທດ ​ຕໍ່​ຄອບຄົວ​ຂອງ​ຊາວ​ປະມົງ​ຄົນ​ນຶ່ງ ​ທີ່​ຖືກ
ເຈົ້າ​ໜ້າ​ທີ່ຟິລິບປິນ​ ​ຍິງ​ຕາຍ.

ກຸງໄທ​ເປ ກ່າວ​ວ່າ ຖ້າ​ຫາກ ກຸງ​ມະນີ​ລາ ບໍ່​ຫົວຊາ​ນໍາ​ຄໍາ​ຂາດດັ່ງ​
ກ່າວ ຕົນ​ກໍຈະ​ຖອນຜູ້​ແທນ​ຂອງ​ຕົນ ທີ່​ມີ​ອໍານາດທຽບ​ເທົ່າເອກ
ອັກຄະ​ລັດຖະທູດນັ້ນ ອອກຈາກ​ກຸງ​ມະນີ​ລາ ​ແລະຫ້າມ​ຄົນ​ງານ
​ຈາກຟິລິບ​ປີນ ​ເຂົ້າ​ໄປເຮັດ​ວຽກ​ໃນ​ໄຕ້​ຫວັນ ຊຶ່ງ​ຈະມີ​ຜົນ​ກະທົບ
​ຕໍ່​ຊາວ​ຟິລິບ​ປີນ​ ເຖິງ 88,000 ຄົນ.

ກຸງ​ມະນີ​ລາ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ​ ຕໍ່ຄອບຄົວ​ຂອງ​ຜູ້​
ເສຍ​ຊີວິດ ​ແຕ່​ວ່າ​ຍັງ​ບໍ່ໄດ້​ກ່າວ​ຄໍາ​ຂໍ​ຂະມາໂທດ ຈົນ​ກວ່າ​ການ​ສືບ​
ສວນ​ຂອງ​ອຸປະຕິ​ເຫດ ຈະ​ສີ້​ນສຸດ​ລົງ.

​ເຈົ້າ​ໜ້າ​ທີ່ຝ່າຍການ​ປະມົງຂອງຟິລິບ​ປີນຄົນ​ນຶ່ງ​ກ່າວ​ວ່າ ​ເຮືອຂອງ​
ຕົນ​ລໍາ​ນຶ່ງ ​ທີ່​ທໍາ​ການ​ຕອບ​ໂຕ້ ​ຍ້ອນ​ຢ້ານ​ວ່າ​ເຮືອ​ຂອງ​ໄຕ້​ຫວັນ​ຈະ​
ແລ່ນ​ເຂົ້າ​ມາ​ຕໍານັ້ນ ​ໄດ້​ຍິງໃສ່​ເຮືອ​ຫາ​ປາ​ຂອງ​ຊາວໄຕ້​ຫວັນ ​ໃນ​
ວັນ​ພະຫັດ​ແລ້ວ​ນີ້ ຢູ່​ໃນ​ເຂດ​ເສດຖະກິດທາງທະເລ​ ທີ່​ກວມ​ກັນ ຊຶ່ງ​ເຮັດ​ໃຫ້​ຄົນ​ຫາ​ປາ ອາຍຸ 65 ປີ​ ເສຍ​ຊີວິດນັ້ນ.


Taiwan
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG