ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

12 ຄົນເສຍຊີວິດ ແລະ 70 ຄົນ ໄດ້ຮັບບາດເຈັບ ໃນເຫດໄຟໄໝ້ ທີ່ໄຕ້ຫວັນ


ພະນັກງານມອດໄຟກັບຕໍາຫລວດ ຊ່ວຍຍົກຍ້າຍເອົາ ພວກຄົນປ່ວຍທີ່ຊະລາພາບ ອອກຈາກໂຮງໝໍ Hsinyinບ່ອນເກີດໄຟໄໝ້, ທີ່ເມືອງTainan, Taiwan, ວັນທີ 23 ຕຸລາ 2012.
ພະນັກງານມອດໄຟກັບຕໍາຫລວດ ຊ່ວຍຍົກຍ້າຍເອົາ ພວກຄົນປ່ວຍທີ່ຊະລາພາບ ອອກຈາກໂຮງໝໍ Hsinyinບ່ອນເກີດໄຟໄໝ້, ທີ່ເມືອງTainan, Taiwan, ວັນທີ 23 ຕຸລາ 2012.
ເຈົ້າໜ້າທີ່ໄຕ້ຫວັນ ກ່າວວ່າ ໄດ້ເກີດໄຟໄໝ້ ທີ່ໂຮງພະຍາບານ
ແຫ່ງນຶ່ງທີ່ຮັກສາຄົນປ່ວຍທີ່ນອນຄາຕຽງເປັນສ່ວນໃຫຍ່ ໃນພາກ
ໃຕ້ຂອງໄຕຫັວນ ເຮັດໃຫ້ 12 ຄົນ ເສຍຊີວິດ ແລະ 70 ຄົນ ໄດ້ຮັບ
ບາດເຈັບ.

ເຈົ້າໜ້າທີ່ໂຮງພະຍາບານ ເວົ້າວ່າ ໄຟໄດ້ລຸກໄໝ້ຂຶ້ນໃນຊັ້ນ 2
ຂອງອາຄານບ່ອນຄົນປ່ວຍນອນ ຂອງໂຮງພະຍາບານ
Hsinying ໃນເມືອງໄຕ້ໜານ ໃນເຊົ້າວັນອັງຄານມື້ນີ້.

ເຈົ້າໜ້າທີ່ກ່າວວ່າ ພວກທີ່ໄດ້ຮັບບາດເຈັບ ຊຶ່ງຫລາຍໆຄົນມີສຸຂະ
ພາບອ່ອນແອເກີນກ່ວາ ຈະລຸກແລ່ນໜີເອົາໂຕລອດໄດ້ນັ້ນ ໄດ້ຖືກ
ນໍາໄປຮັບການປິ່ນປົວ ຢູ່ໂຮງພະຍາບານອີກແຫ່ງນຶ່ງໃກ້ໆນັ້ນ.

ສາເຫດຂອງໄຟໄໝ້ດັ່ງກ່າວນີ້ ຍັງຢູ່ໃນກໍາລັງຖືກສືບສວນ ສອບສວນຢູ່.
XS
SM
MD
LG