ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຄົ້ນຫາສົບ ຂອງຜູ້ເຄາະຮ້າຍ ຈາກແຜ່ນດິນໄຫວ ໃນໄຕ້ຫວັນ ໄດ້ສິ້ນສຸດລົງ


ໃນຕອນເຊົ້າໆ ບັນດາພະນັກງານກູ້ໄພ ສຸກເສີນ ສືບຕໍ່ ຊອກຫາ ພວກທີ່ຫາຍສາບສູນ ໃນຊາກຫັກພັງຂອງອາຄານ ຈາກແຜ່ນດິນໄຫວ ໃນເມືອງ Tainan, ຂອງໄຕ້ຫວັນ, ວັນທີ 7 ກຸມພາ 2016.
ໃນຕອນເຊົ້າໆ ບັນດາພະນັກງານກູ້ໄພ ສຸກເສີນ ສືບຕໍ່ ຊອກຫາ ພວກທີ່ຫາຍສາບສູນ ໃນຊາກຫັກພັງຂອງອາຄານ ຈາກແຜ່ນດິນໄຫວ ໃນເມືອງ Tainan, ຂອງໄຕ້ຫວັນ, ວັນທີ 7 ກຸມພາ 2016.

ບັນດາພະນັກງານກູ້ໄພ ໃນໄຕ້ຫວັນ ໄດ້ກອບກູ້ເອົາສົບ ທັງໝົດ
ຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດແຜ່ນດິນໄຫວ ເມື່ອບໍ່ດົນ
ມານີ້ ອອກມາໄດ້ໝົດແລ້ວ.

ສົບຄົນສຸດທ້າຍແມ່ນໄດ້ຖືກນຳອອກມາໃນວັນເສົາວານນີ້
ຈາກຕຶກຫ້ອງເຊົ່າ 17 ຊັ້ນທີ່ໄດ້ພັງລົງຈົນລຽບໃນເມືອງ
Tainan, ເຊິ່ງເປັນເມືອງທີ່ມີຜູ້ອາໄສຢູ່ 2 ລ້ານຄົນ.

ບັນດາເຈົ້າໜ້າທີ່ກ່າວວ່າ 116 ຄົນໄດ້ເສຍຊີວິດໃນເຫດແຜ່ນ
ດິນໄຫວທີ່ມີຄວາມແຮງ 6 ຈຸດ 4 ນີ້. ເຊິ່ງຄົນສ່ວນໃຫຍ່ໄດ້ເສຍ
ຊີວິດໃນຕຶກຫ້ອງເຊົ່າ Wei-guan ທີ່ໄດ້ພັງລົງມານັ້ນ. ບໍລິສັດ
ພັດທະນາຕຶກອາຄານ ແລະ ຜູ້ຊາຍອີກສອງຄົນ ທີ່ກ່ຽວຂ້ອງກັບການສ້າງໂຄງຮ່າງ ຂອງ
ຕຶກແມ່ນໄດ້ຖືກຈັບກຸມ ກ່ຽວກັບຄວາມສົງໄສໃນການຄາດຕະກຳຖານປະໝາດເລິ້ນເລີ້.

Taiwan Earth Quake
please wait
Embed

No media source currently available

0:00 0:00:31 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG