ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍ​ພົນໄຕ້ຫວັນ​ຖືກຕັດສິນໂທ​ດ​ ຈໍາຄຸກຕະຫຼອດ​ຊີວິດ​​ ໃນ​ຖານ​ເປັນ​ສອດ​ແນມ​.


ໜວຍຫຸມເກາະຂອງໄຕຫວັນທຳການຊອມລົບ, ວັນທີ 14 ເມສາ 2011. (REUTERS/Pichi Chuang)
ໜວຍຫຸມເກາະຂອງໄຕຫວັນທຳການຊອມລົບ, ວັນທີ 14 ເມສາ 2011. (REUTERS/Pichi Chuang)

ນາຍ​ພົນໄຕ້ຫວັນ ຜູ້​ທີ່​ໄດ້​ຂາຍ​ຄວາມ​ລັບ​ ​ໃຫ້​ກັບສາຍ​ລັບແມ່ຍິງ​ຈີນຄົນ​ນຶ່ງນັ້ນ ​ໄດ້​ຖືກ
ຕັດສິນໂທ​ດ​ ຈໍາຄຸກຕະຫຼອດ​ຊີວິດ ໃນ​ຖານ​ເປັນ​ສອດ​ແນມ​.

ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ພົນ​ຕີ Lo Hsien-che ສາມາດ​ຂໍ​ອຸທອນ​ໄດ້​ຕໍ່​ຄໍ​າຕັດສິນ​ໂທດດັ່ງ
ກ່າວ ທີ່​ມີ​ຂຶ້ນ​ໃນ​ວັນ​ຈັນ​ມື້ນີ້.

ລາຍ​ງານ​ຂ່າວ​ກ່າວ​ວ່າ ທ່ານ Lo ໄດ້​ຖືກດຶງ​ດູດ​ໃຫ້ໄປຕິດ​ບ່ວງ​ຄາລົມ​ຫວານຂອງ​ສາຍ​ລັບ
ຜູ້ຍິງຈີນຄົນ​ນຶ່ງ ຊໍ້າ​ແລ້ວ​ຊໍ້າ​ອີກ ຂະນະທີ່ທ່ານ​ປະ​ຈໍາ​ການ​ຢູ່ໃນ​ປະ​ເທດ​ໄທ​ ໃນ​ປີ 2002
-2005.​ ກະຊວງ​ປ້ອງ​ກັນປະ​ເທດກ່າວ​ວ່າ ທ່ານ Lo ​ໄດ້​ສົ່ງ​ຂໍ້​ມູນ​ທີ່​ຫຼໍ່​ແຫຼມ​ສໍາຄັນ​ຕ່າງໆ
ໃຫ້​ຜູ້ກ່ຽວ ເພື່ອ​ແລກປ່ຽນກັບ​ສິນ​ບົນ 5 ຄັ້ງ​ດ້ວຍ​ກັນ.

ທາງ​ກະຊວງ​ປ້ອງ​ກັນປະ​ເທດ ບໍ່​ໄດ້ໃຫ້​ລາຍລະອຽດກ່ຽວ​ກັບ​ຂໍ້​ມູນ​ລັບ ທີ່ທ່ານ Lo ​ໄດ້
ມອບ​ໃຫ້​ສາຍ​ລັບນັ້ນ​. ແຕ່ ທ່ານ Lo ໄດ້ດໍາລົງ​ຕໍາ​ແໜ່​ງ​ເປັນ​ຫົວໜ້າ​ພະ​ແນ​ກໂທລະຄົມ
ມະນາຄົມແລະ​ຂໍ້​ມູນອີ​ເລັກ​ໂທຣນິກຂອງ​ກອງທັບ ​ແລະ​ທ່ານ​ສາມາດເຂົ້າເຖິງ​ຂໍ້​ມູນ​ທີ່​ຫຼໍ່
ແຫຼມ ກ່ຽວກັບ​ລະບົບອາ​ວຸດ​ຕ່າງໆນັ້ນ.

XS
SM
MD
LG