ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດ ປະທານາທິບໍດີ ໄຕ້ຫວັນ ພະຍາຍາມ ຂ້າຕົວຕາຍ ໃນຄຸກ


ທ່ານ Chen Shui-bian ອະດີດປະທານາທິບໍດີ ທີ່ຖືກຈໍາຄຸກ ໄດ້ຍ່າງອອກຈາກບ່ອນສົງສະການມື້ລາງແມ່ເຖົ້າຂອງທ່ານ ລຸນຫລັງໄດ້ໄປເຄົາລົບສົບ ຂອງເພິ່ນແລ້ວໃນເມືອງ Tainan ທາງພາກໃຕ້ຂອງໄຕ້ຫວັນ ໃນວັນທີ 6 ມັງກອນ 2012.
ທ່ານ Chen Shui-bian ອະດີດປະທານາທິບໍດີ ທີ່ຖືກຈໍາຄຸກ ໄດ້ຍ່າງອອກຈາກບ່ອນສົງສະການມື້ລາງແມ່ເຖົ້າຂອງທ່ານ ລຸນຫລັງໄດ້ໄປເຄົາລົບສົບ ຂອງເພິ່ນແລ້ວໃນເມືອງ Tainan ທາງພາກໃຕ້ຂອງໄຕ້ຫວັນ ໃນວັນທີ 6 ມັງກອນ 2012.
ເຈົ້າໜ້າທີ່​ໄຕ້​ຫວັນເວົ້າວ່າ ອະດີດປະທານາທິບໍດີ Chen
Shui-bian ທີ່ ຖືກຈໍາຄຸກ ໄດ້ພະຍາຍາມທີ່ຈະຂ້າຕົວຕາຍ.

ກະຊວງຍຸດຕິທໍາຂອງໄຕ້ຫວັນ ໄດ້ເຜີຍແຜ່ຖະແຫລງການສະບັບ
ນຶ່ງອອກມາໃນວັນຈັນມື້ນີ້ ທີ່​ກ່າວວ່າທ່ານ Chen ​ໄດ້ພະຍາຍາມ
ຈະຂ້າ ຕົວຕາຍ ໃນຄືນວັນອາທິດວານນີ້ ຢູ່ຄຸກ Taichung ຢູ່
ພາກ​ກາງຂອງ ໄຕ້ຫວັນ.

ຖະແຫລງການເວົ້າອີກວ່າ ທ່ານ Chen ໄດ້ໃຊ້ຜ້າເຊັດ​ໂຕໃນ
ການພະຍາຍາມຂ້າຕົວຕາຍ ແຕ່ວ່າຖືກຄົນຍາມຢູ່ໃນຫ້ອງນໍ້າ
ຂອງຄຸກຂັດຂວາງ ທ່ານໄວ້. ລາຍງານບໍ່ໄດ້ເວົ້າວ່າ ທ່ານ​ໄດ້
ໃຊ້ຜ້າເຊັດ​ໂຕ​ເຮັດ​ຫຍັງໃນການພະຍາຍາມຂ້າຕົວຕາຍດັ່ງກ່າວ.

ເຈົ້າໜ້າທີ່ເວົ້າວ່າ ​ເວລາ​ນີ້ ທ່ານ Chen ມີອາການ​ທຸ່ນ​ທ່ຽງ​ດີ ຢູ່ໃນໂຮງໝໍຂອງຄຸກ.

ທ່ານ Chen ເປັນປະທານາທິບໍດີຂອງເກາະ​ໄຕ້​ຫວັນ ແຕ່ປີ 2000 ເຖິງ 2008 ແລະປັດ
ຈຸບັນກໍາລັງ​ຮັບ​ໃຊ້​ໂທດຈໍາຄຸກ 20 ປີ ຍ້ອນຖືກຕັດສິນ ວ່າ​ມີຄ​ວາ​ມຜິດ ໃນ​ຂໍ້ຫາສໍ້ລາດ
ບັງຫລວງ.
XS
SM
MD
LG