ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Tabare Vazquez ເຂົ້າຮັບຕຳແໜ່ງ ເປັນຜູ້ນຳ ຂອງຢູຣູກວາ​ຍ ອີກຄັ້ງນຶ່ງ


ປະທານາທິບໍດີຄົນໃໝ່ ຂອງຢູຣູກວາ​ຍ ທ່ານ Tabare Vazquez ມີຄວາມເຫັນຕໍ່ສື່ຂ່າວ ຂະນະເດີນທາງໄປຮອດ ບ່ອນຈັດພິທີມອບທຸງຊາດ ໃຫ້ປະທານາທິບໍດີ Jose Mujica ໃນການດຳລົງຕຳແໜ່ງມື້ສຸດທ້າຍຂອງທ່ານ ຢູ່ທີ່ນະຄອນຫລວງ Montevideo, ວັນທີ 27 ກຸມພາ 2015.
ປະທານາທິບໍດີຄົນໃໝ່ ຂອງຢູຣູກວາ​ຍ ທ່ານ Tabare Vazquez ມີຄວາມເຫັນຕໍ່ສື່ຂ່າວ ຂະນະເດີນທາງໄປຮອດ ບ່ອນຈັດພິທີມອບທຸງຊາດ ໃຫ້ປະທານາທິບໍດີ Jose Mujica ໃນການດຳລົງຕຳແໜ່ງມື້ສຸດທ້າຍຂອງທ່ານ ຢູ່ທີ່ນະຄອນຫລວງ Montevideo, ວັນທີ 27 ກຸມພາ 2015.

ທ່ານ Tabare Vazquez ​ນາຍ​ແພດ​ປົວ​ໂຣກມະ​ເຮັງ ​ໄວ 75 ປີ
ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ ປະທານາທິບໍດີ​ຄົນໃໝ່ ຂອງຢູຣູກວາ​ຍ
ໃນ​ວັນ​ອາທິດ​ມື້​ນີ້ ​ຊຶ່ງ​ເປັນຄັ້ງທີ່​ສອງ​ ທີ່​ທ່ານ​ໄດ້ດຳລົງ​ຕຳ​ແໜ່​ງນີ້.

ທ່ານ​ເຄີຍ​ເປັນ​ປະທາ​ນ​າທິບໍດີ​ຂອງຢູຣູກວາ​ຍ ມາ​ແລ້ວ ຈາກ
​ປີ 2005 ຫາ 2010. ຢູຣູກວາ​ຍ ຊຶ່ງ​ຕັ້ງ​ຢູ່ໃນ​ພາກ​ພື້ນອາ​ເມຣິກາ​
ໃຕ້​ນັ້ນ ຫ້າມປະທານາທິບໍດີ ດຳລົງ​ຕຳ​ແໜ່​ງສອງ​ສະ​ໄໝ ​ຕິດ​ຕໍ່​ກັນ
ຊຶ່ງ​ສະ​ໄໝ​ນຶ່ງ​ມີ​ກຳນົດ 5 ປີ.

ທ່ານ Vazquez ​ໄດ້​ຮັບ​ເອົາໜ້າ​ທີ່​ເປັນ​ຜູ້ນຳຂອງຢູຣູກວາ​ຍ ຈາກ​
ທ່ານ Jose Mujica ທີ່ໄດ້​ຮັບ​ຄວາມນິຍົມ​ຊົມ​ຊອບ​ສູງ ​ແລ​ະ​ເປັນ
​ອະດີດ​ນັກ​ລົບກອງໂຈນ ທີ່​ຮູ້​ຈັກ​ກັນ​ໂດຍ​ທົ່ວ​ໄປ ຍ້ອນວິຖີການ​ດຳ​ລົງ​ຊີວິດ​ແບບ​ຖ່ອມ​ໂຕ​ຂອງ​ທ່ານ​. ທັງ​ປະທານາທິບໍດີ Mujica ​ແລະ ປະທານາທິບໍດີ ຄົນ​ໃໝ່ ທ່ານ Vazquez​ ແມ່ນ ສັງກັດ​ໃນ​ພັກ ​ກຸ່ມປະສົມແນວ​ໂຮມ ກວ້າງຂວາງ ຫຼື Broad Front Coalition ຊຶ່ງໄດ້​ກຳ ອຳນາດມາ​ໄດ້ ​ທົດ​ສະຫວັດ​ນຶ່ງ​ແລ້ວ.

ພາຍ​ໃຕ້ການ​ນຳ​ຂອງ​ທ່ານ Mujica ນັ້ນ ຢູຣູກວາ​ຍໄດ້ເຮັດ​ໃຫ້​ກັນຊາ​ຖືກຕ້ອງ ຕາມ​ກົດໝາຍ ​ແລະ ​ໃຫ້​ສິດ​ໃນ​ການຮີດ​ລູກອອກ. ທ່ານ Mujica ​ໃຊ້​ຊີວິດງ່າຍໆ ​ຢູ່​ໃນ​ຟາ​ມນ້ອຍໆ ​ແລະ ຂັບ​ລົດ​ຍີ່​ຫໍ້ Volkswagen ລຸ້ນ Beetle ທີ່​ເກົ່າ​ແກ່. ທ່ານ​ມີ​ໝາ​ສາມ​ຂາ​ ທີ່ເປັນ ເພື່ອ​ນໃກ້ຊິດ​ ຕິດຕາມ​ທ່ານ​ໄປ​ທຸກຫົນ​ແຫ່ງ.

XS
SM
MD
LG