ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົບພະຍົບ ຊີເຣຍ 75,000 ຄົນຕິດຄ້າງ ແລະ ໃກ້ຈະເສຍຊີວິດ ຢູ່ໃກ້ກັບເຂດຊາຍແດນ


75,000 Syrian Refugees Trapped, Dying Near Border, Amnesty Says
please wait

No media source currently available

0:00 0:02:30 0:00

ອົບພະຍົບປະມານ 75,000 ຄົນໄດ້ຕິດຄ້າງຢູ່ໃນທະເລຊາຍ ດິນແດນທີ່ບໍ່ມີໃຜຄວບຄຸມ ຢູ່ຊາຍແດນ ຊີເຣຍ ຕິດກັບ ຈໍແດນ ແລະ ຫຼາຍໆຮ້ອຍຄົນແມ່ນກຳລັງໃກ້ຈະສູນເສຍຊີວິດ ຍ້ອນຖືກຕັດຂາດຈາກອາຫານ ແລະ ການຊ່ວຍເຫຼືອທາງການແພດ, ອີງຕາມອົງການນິ ລະໂທດກຳສາກົນ, ເຊິ່ງໄດ້ຖ່າຍພາບວິດີິໂອຈາກໃນເຂດຊາຍແດນທີ່ຮູ້ຈັກກັນວ່າຂອບ ຖະໜົນ. ສັນຍານເຕືອນໄພໄດ້ມີຂຶ້ນກ່ອນ 2 ກອງປະຊຸມສຸດຍອດລະດັບສູງໃນ ສະຫະ ລັດ ກ່ຽວກັບ ວິກິດການອົບພະຍົບທົ່ວໂລກ. ນັກຂ່າວ Henry Ridgwell ມີລາຍງານ ເລື່ອງນີ້ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ກ້ອນຫີນທີ່ຂວ້ຳຫງາຍຢູ່ທົ່ວພື້ນທີ່ຂອງທະເລຊາຍ ໄດ້ຖືກນຳມາເຮັດເປັນສຸສານຊົ່ວຄາວ ເພື່ອລະນຶກເຖິງອົບພະຍົບຫຼາຍສິບພັນຄົນຜູ້ທີ່ລົ້ມທຸກທໍລະມານ.

ໃນໄລຍະເວລາບໍ່ເຖິງໜຶ່ງປີ, ຕົວເລກຂອງປະຊາຊົນທີ່ຕິດຄ້າງຢູ່ໃນເຂດແດນໂດດດ່ຽວ ແຫ່ງນີ້ ໄດ້ຂະຫຍາຍຂຶ້ນຈາກບໍ່ເທົ່າໃດຮ້ອຍຄົນ ຫາປະມານ 75,000 ຄົນ.

ທ່ານນາງ Sara Hashash ຈາກອົງການນິລະໂທດກຳສາກົນກ່າວວ່າ “ປະຊາຊົນຜູ້ທີ່ ພວກເຮົາສາມາດລົມນຳໄດ້ເພື່ອອະທິບາຍເຖິງບາງສະຖານະພາບທີ່ມີຄວາມຮ້າຍ ແຮງແທ້ໆນັ້ນ ພວກເຂົາເຈົ້າເວົ້າວ່າ ອາຫານແມ່ນກຳລັງໃກ້ຈະໝົດ, ພະຍາດແມ່ນກຳ ລັງແຜ່ກະຈາຍ. ພວກຄົນທັງຫຼາຍແມ່ນກຳລັງໃກ້ຈະຕາຍຍ້ອນຄວາມເຈັບປ່ວຍດ້ວຍ ພະຍາດຕິດຕໍ່ ແລະ ສິ່ງທີ່ເປັນຕາເສົ້າໃຈແທ້ໆກໍແມ່ນວ່າ ຖ້າພວກເຂົາເຈົ້າສາມາດ ເຂົ້າເຖິງການຮັກສາພະຍາບານ, ຊີວິດຂອງພວກເຂົາເຈົ້າບາງຄົນກໍໍອາດຖືກຊ່ວຍເຫຼືອ ໄວ້ໄດ້.”

ເຂດຊາຍແດນ ລະຫວ່າງ ຊີເຣຍ ກັບ ຈໍແດັນ ໄດ້ຖືກປິດນັບຕັ້ງແຕ່ເດືອນມິຖຸນາເປັນຕົ້ນ ມາ, ເມື່ອທະຫານ ຈໍແດັນ 6 ຄົນໄດ້ຖືກຂ້າຕາຍໃນການໂຈມຕີລະເບີດລົດສະຫຼະຊີບ ໂດຍພວກຜູ້ຕ້ອງສົງໄສ ຫົວຮຸນແຮງລັດອິສລາມ.

ທ່ານນາງ Hashash ກ່າວວ່າ “ຢ່າງໜ້ອຍທີ່ສຸດ, ຢູ່ໃນລະຫວ່າງ ການຢຸດຍິງນັ້ນ ສິ່ງທີ່ ພວກເຂົາເຈົ້າຕ້ອງເຮັດແມ່ນອະນຸຍາດໃຫ້ການປະຕິບັດການດ້ານມະນຸດສະທຳຢູ່ຕາມ ເຂດຊາຍແດນ ຊີເຣຍ-ຈໍແດັນ ນັ້ນສາມາດສືບຕໍ່ວຽກງານຂອງພວກເຂົາເຈົ້າ.”

ໃນຕົ້ນເດືອນສິງຫາທີ່ຜ່ານມາ, ອົງການອາຫານໂລກຂອງ ສະຫະປະຊາຊາດ ໄດ້ໃຊ້ລົດ ຍົກຂະໜາດໃຫຍ່ເພື່ອປ່ອນອາຫານ ແລະ ເຄື່ອງປິ່ນປົວການແພດລົງໃສ່ໂນນດິນຊາຍ ທີ່ເປັນເຂດແບ່ງແຍກປະເທດອອກຈາກກັນ. ແຕ່ຕອນນີ້ມັນໃກ້ຈະໝົດແລ້ວ.

ອົບພະຍົບ ຊີເຣຍ ລໍຖ້າການອະນຸມັດໃຫ້ເດີນທາງເຂົ້າປະເທດ ຈໍແດັນ, ໃນບໍລິເວນເສັ້ນຊາຍແດນ Hadalat ໃກ້ກັບເຂດຊາຍແດນທາງພາກຕາເວັນອອກສຽງເໜືອ ຈໍແດນ ຕິດກັບ ຊີເຣຍ ແລະ ອີຣັກ ໃກ້ກັບເມືອງ Ruwaished. 14 ມັງກອນ 2016.
ອົບພະຍົບ ຊີເຣຍ ລໍຖ້າການອະນຸມັດໃຫ້ເດີນທາງເຂົ້າປະເທດ ຈໍແດັນ, ໃນບໍລິເວນເສັ້ນຊາຍແດນ Hadalat ໃກ້ກັບເຂດຊາຍແດນທາງພາກຕາເວັນອອກສຽງເໜືອ ຈໍແດນ ຕິດກັບ ຊີເຣຍ ແລະ ອີຣັກ ໃກ້ກັບເມືອງ Ruwaished. 14 ມັງກອນ 2016.

ທູດພິເສດຂອງອົງການສະຫະປະຊາຊາດ ທ່ານນາງ Angelina Jolie ໄດ້ເນັ້ນຢໍ້າເຖິງຊະ ຕາກຳຂອງພວກອົບພະຍົບທີ່ຕິດຄ້າງຢູ່ທະເລຊາຍແຫ່ງນັ້ນ ໃນການເດີນທາງໄປປະເທດ ຈໍແດັນໃນຕົ້ນສັບປະດາທີ່ຜ່ານມາ.

ທ່ານນາງ Angelina Jolie ກ່າວວ່າ “ປະເທດ ຈໍແດັນ ໄດ້ເຕືອນມາຫຼາຍປີແລ້ວວ່າ ພວກເຂົາເຈົ້າຈະໄປເຖິງຈຸດທີ່ພວກເຂົາເຈົ້າ ບໍ່ສາມາດເຮັດໄດ້ດ້ວຍຕົນເອງອີກຕໍ່ໄປ. ໂລກຂອງພວກເຮົາຮັບຮູ້ກ່ຽວກັບ ສະຖານະການຢູ່ເຂດຊາຍແດນເປັນເວລາຫຼາຍ ເດືອນແລ້ວ, ແຕ່ບໍ່ມີການດຳເນີນການແກ້ໄຂບັນຫານີ້ເລີຍ. ນີ້ແມ່ນອາການຂອງບັນ ຫາທີ່ຂະຫຍາຍກວ້າງອອກໄປອີກ.”

ອົງການນິລະໂທດກຳສາກົນ ກຳລັງຮຽກຮ້ອງໃຫ້ປະຊາຄົມນານາຊາດ ຮ່ວມກັນແກ້ໄຂ ວິກິດການໃນກອງປະຊຸມສຸດຍອດ 2 ຄັ້ງ ກ່ຽວກັບ ອົບພະຍົບໃນສັບປະດານີ້ ເຊິ່ງຄັ້ງທຳ ອິດມີກຳນົດຈັດຂຶ້ນໃນວັນຈັນວານນີ້ ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະ ກອງປະຊຸມສຸດຍອດຂອງບັນດາຜູ້ນຳ ຈັດໂດຍປະທານາທິບໍດີ ບາຣັກ ໂອບາມາ ໃນວັນ ອັງຄານມື້ນີ້.

ທ່ານນາງ Sara Hashash ກ່າວວ່າ “ມັນຕ້ອງມີຂໍ້ແກ່ໄຂບັນຫາໃດໜຶ່ງຂອງນານາຊາດ ຖ້າພວກເຮົາຢາກຈັດການກັບວິກິດການອົບພະຍົບນີ້ໃຫ້ໄດ້. ແລະ ຍ້ອນແນວນັ້ນ ພວກ ເຮົາຈຶ່ງພະຍາຍາມຮ້ອງຂໍໃຫ້ບັນດາຜູ້ນຳໂລກທີ່ກອງປະຊຸມສຸດຍອດໃນສັບປະດານີ້, ໂດຍສະເພາະໃນກອງປະຊຸມສຸດຍອດຂອງທ່ານ ໂອບາມາ, ເພື່ອເຮັດຄຳໝັ້ນສັນຍາ ທີ່ເປັນຮູບປະທຳ ເພື່ອຮັບເອົາພວກອົບພະຍົບເພີ່ມເຕີມ ແລະ ຊ່ວຍເຫຼືອໃນການແບກ ຮັບໜ້າທີ່ຮັບຜິດຊອບຂອງພວກເຂົາເຈົ້າດ້ວຍຄວາມຈິງໃຈ.”

ກຸ່ມຊ່ວຍເຫຼືອຕ່າງໆກ່າວວ່າ ສະຖານະການທີ່ຮ້າຍແຮງໃນເຂດຊາຍແດນ ຈໍແດັນ-ຊີເຣຍ ແມ່ນອາການທີ່ຮ້າຍແຮງຂອງຄວາມລົ້ມແຫຼວຂອງໂລກ ໃນການຈັດການກັບວິກິດການ ອົບພະຍົບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG