ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົບພະຍົບ ຊີເຣຍ ທ່ານໜຶ່ງ ແມ່ນລວມ ຢູ່ໃນ ບັນຊີແຂກ ຂອງສະຕີໝາຍເລກໜຶ່ງ


ອົບພະຍົບ ຊີເຣຍ ທ່ານ Refaai Hamo ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນເມືອງ Romulus ລັດ Michigan.
ອົບພະຍົບ ຊີເຣຍ ທ່ານ Refaai Hamo ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນເມືອງ Romulus ລັດ Michigan.

ອົບພະຍົບຊາວຊີເຣຍຄົນໜຶ່ງ ຜູ້ທີ່ຫາກໍມາຮອດສະຫະລັດ
ໃໝ່ໆ ແລະ ເປັນອະດີດທະຫານສະຫະລັດ ຊາວມຸສລິມຄົນ
ໜຶ່ງ ຈະລວມຢູ່ໃນລາຍຊື່ຂອງຜູ້ທີ່ຖືກເຊື້ອເຊີນ ໄປນັ່ງຢູ່ໃນ
ບໍລິເວນສ່ວນຕົວ ຂອງສະຕີໝາຍເລກໜຶ່ງ ທ່ານນາງ
Michelle Obama ຂອງທຳນຽບຂາວ ໃນວັນອັງຄານມື້ອື່ນ
ສຳລັບ ລາຍງານສະພາບຂອງປະເທດຊາດ ຄັ້ງສຸດທ້າຍຂອງ
ປະທານາທິບໍດີ ສະຫະລັດ ທ່ານ Barack Obama.

ແຂກຜູ້ທີ່ໄດ້ຖືກເລືອກໂດຍ ສະຕີໝາຍເລກໜຶ່ງ ເພື່ອເຂົ້າຟັງ
ການກ່າວຄຳປາໄສຢ່າງໃກ້ຊິດນັ້ນ ສ່ວນຫຼາຍ ແມ່ນເປັນການ
ເໜັ້ນຢ້ຳເຖິງບຸລິມະສິດຂອງປະທານາທິບໍດີ ແລະ ໃນປີນີ້ ຊຶ່ງບໍ່ແຕກຕ່າງຫຍັງກັບແຕ່ກ່ອນມາ.

ຢູ່ຄຽງຂ້າງທ່ານນາງ Michelle Obama ຈະແມ່ນ ທ້າວ Naveed Shah ຊາວມຸສລິມ
ອະດີດທະຫານສະຫະລັດ ຜູ້ທີ່ໃນເວລາເປັນເດັກນ້ອຍຢູ່ນັ້ນ ພໍ່ແມ່ຂອງລາວໄດ້ ອົບພະ
ຍົບມາ ສະຫະລັດ ຈາກປາກິສຖານ. ທ້າວ Shah ໄດ້ສະໝັກເຂົ້າເປັນທະຫານບົກ ໃນປີ
2006 ແລະ ໄດ້ປະຕິບັດໜ້າທີ່ ໃນອີຣັກ.

ລັດຖະບານທ່ານໂອບາມາ ຍັງໄດ້ເຊື້ອເຊີນ ທ້າວ Refaai Hamo ພົນລະເມືອງ Troy
ລັດ Michigan ເພື່ອເປັນແບບຢ່າງສະພາບການຂອງຊາວອົບພະຍົບ. ທ້າວ Hamo
ໄດ້ມາຮອດນະຄອນ Detroit ເມື່ອວັນທີ 18 ທັນວາ ປີກາຍນີ້ ພ້ອມກັບລູກເຕົ້າຂອງລາວ
ລວມມີ ລູກສາວ 3 ຄົນ ແລະ ລູກຊາຍ 1 ຄົນ ຫຼັງຈາກໄດ້ອາໄສຢູ່ໃນເທີກີ ສອງປີ.

XS
SM
MD
LG