ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝ່າຍຕໍ່ຕ້ານໃນຊີເຣຍ ໃຊ້ລົດຖັງທີ່ຍຶດໄດ້ນັ້ນ ໂຈມຕີຝ່າຍລັດຖະບານ


ພາບນີ້ຖ່າຍຈາກ ວີດີໂອ ທີ່ໄດ້ມາຈາກແຫລ່ງຂ່າວ Ugarit ທີ່ສະແດງໃຫ້ເຫັນ ລົດຖັງທະຫານ ຊີເຣຍ ຖືກໄຟໄໝ້.
ພາບນີ້ຖ່າຍຈາກ ວີດີໂອ ທີ່ໄດ້ມາຈາກແຫລ່ງຂ່າວ Ugarit ທີ່ສະແດງໃຫ້ເຫັນ ລົດຖັງທະຫານ ຊີເຣຍ ຖືກໄຟໄໝ້.
ນັກ​ເຄື່ອນ​ໄຫ​ວຊີ​ເຣຍກຸ່ມ​ນຶ່ງ​ກ່າວ​ວ່າ ພວກ​ກະບົດ​ກໍາລັງພາກັນ
ໃຊ້​ລົດ​ຖັງ​ ທີ່ຍຶດມາໄດ້​ຈາກ​ຝ່າຍລັດຖະບານ ທໍາ​ການ​ໂຈມ​ຕີ​
ກອງ​ທະຫານ​ທີ່ຈົ່ງ​ຮັກ​ພັກດີ​ຕໍ່ ປະທານາທິບໍດີ Bashar
al-Assad ຢູ່​ພາກຕາ​ເວັນ​ອອກ ຂອງປະ​ເທດ.

ອົງການ​ສີ້​ງຊອມ​ສິດທິມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່ອັງກິດ
ກ່າວ​ວ່າ ຕົນ​ໄດ້ຮັບ​ລາຍງານ​ວ່າ ພວກ​ກະບົດ​ໄດ້​ໃຊ້​ລົດ​ຖັງ​ໃນວັນ​ອາທິດວານ​ນີ້ ຍິງ​ໃສ່​
ທີ່​ຕັ້ງ​ຂອງກອງ​ພົນນ້ອຍກອງ​ນຶ່ງ ​ແລະເດີ່ນ​ບິນ​ທະຫານ ​ໃກ້​ກັບ​ເມືອງ Deir Ezzor. ​
ແລະມີ​ລາຍ​ງານການ​ສູ້​ລົບ​ກັນ ​ຢູ່ໃນທົ່ວ​ປະ​ເທດອີກ.

​ເມືອງ Deir Ezzor ​ເປັນນຶ່ງ​ໃນ​ພວກ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍຂອງລັດຖະບານ ຢູ່ໃນ​ປະ​ເທດທີ່
ຖືກ​ທໍາລາຍ​ເສຍ​ຫາຍ ​ຍ້ອນ​ການ​ສູ້​ລົບ​ກັນ​ມາ​ເປັນ​ເວລາ​ເກືອບ​ສອງ​ປີ ​ແລະ​ການ​ເສຍ​ຊີວິດ
ທີ່​ຄາດ​ຄະ​ເນວ່າ ມີ​ຮອດ 60,000 ຄົນ. ພວກ​ກະບົດພະຍາຍາມ​ຊອກ​ຫາ​ທາງໂຄນ​ລົ້ມລັດ
ຖະບານຂອງປະ​ທາ​ນາ​ທິບໍດີ​ Assad ​ແຕ່​ບໍ່​ສາມາດ​ເອົາ​ຊະນະພະລັງ​ອາວຸດ​ທີ່ເໜືອກ​ວ່າ
ຂອງ​ຝ່າຍ​ລັດຖະບານ.​

​ໃນ​ຕອນ​ທ້າຍຂອງ​ອາທິດ​ແລ້ວ​ນີ້ ​ເຮືອບິນ​ລົບ​ຂອງ​ຊີ​ເຣຍ​ໄດ້ຖີ້ມລະ​ເບີດ ​ໃສ່​ຖະໜົນ​ທີ່​ສໍາຄັນ
ສາຍ​ນຶ່ງ ​ໃນນະຄອນຫລວງ Damascus ​ເພື່ອ​ຍັບຍັ້ງ​ການບຸກ​ຄືບ​ໜ້າ​ຂອງ​ພວກ​ກະບົດທີ່​
ຂົ່ມຂູ່​ຕໍ່​ອໍານາດ​ຄວບ​ຄຸມ​ຂອງ ທ່ານ Assad ຢູ່ໃນ​ເມືອງ​ຫລວງ.
XS
SM
MD
LG