ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຕໍ່ຕ້ານ ລັດຖະບານ ສັງຫານ ທະຫານຊີເຣຍ ດ້ວຍ ການລະເບີດອຸໂມງ (ວີດີໂອ)


ພວກນັກເຄື່ອນໄຫວຊີເຣຍ ກ່າວວ່າ ພວກຕໍ່ຕ້ານລັດຖະບານໄດ້
ລະເບີດອຸໂມງທີ່ເຕັມໄປດ້ວຍດິນລະເບີດຢູ່ເມືອງ Aleppo ທາງ ພາກເໜືອຂອງປະເທດ ຊຶ່ງໄດ້ສັງຫານ ພວກນັກລົບ ທີ່ນິຍົມລັດ
ຖະບານຢ່າງໜ້ອຍ 20 ຄົນ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ປະເທດອັງ
ກິດກ່າວວ່າ ເຫດລະເບີດໃນຄັ້ງນີ້ມີຂຶ້ນໃກ້ໆຕະຫຼາດ Zahrawi
ໃນເຂດເມືອງເກົ່າ ຂອງເມືອງ Aleppo.

ແນວໂຮມອິສລາມ ຊຶ່ງເປັນກຸ່ມພັນທະມິດຕໍ່ຕ້ານລັດຖະບານທີ່
ໃຫຍ່ທີ່ສຸດຂອງຊີເຣຍ ໄດ້ອ້າງເອົາຄວາມຮັບຜິດຊອບໃນການ
ໂຈມຕີຄັ້ງນີ້. ໃນການຖະແຫຼງຜ່ານທາງ Tweeter ນັ້ນ ກຸ່ມດັ່ງກ່າວອ້າງວ່າ ຕົນໄດ້ສັງຫານ ທະຫານລັດຖະບານ 40 ຄົນ ໃນເຫດລະເບີດນີ້.

ກຸ່ມແນວໂຮມອິສລາມ ຍັງໄດ້ສົ່ງຮູບວີດີໂອຜ່ານທາງ Tweeter ທີ່ກຸ່ມດັ່ງກ່າວເວົ້າວ່າ ເປັນ ເຫດລະເບີດນັ້ນ. ວີດີໂອໄດ້ສະແດງໃຫ້ເຫັນວ່າເຫດລະເບີດທີ່ມີຄວັນກຸ້ມຂຶ້ນຂະໜາດໃຫຍ່ ແລະຊາກຫັກພັງ ຟົ້ງຂຶ້ນສູ່ອາກາດ.

ເມື່ອໄວໆມານີ້ ພວກຕໍ່ຕ້ານລັດຖະບານໄດ້ໃຊ້ອຸໂມງເພື່ອທຳການວາງລະເບີດ ຢູ່ກ້ອງທີ່ຕັ້ງ ທາງທະຫານ.

ບັນຫາຂັດແຍ້ງໃນຊີເຣຍ ຊຶ່ງເວລານີ້ເປັນປີທີ 4 ແລ້ວນັ້ນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປ ຫຼາຍ ກວ່າ 160,000 ຄົນ.
SYRIA VO
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG