ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກກະບົດ ໂຈມຕີ ຄ້າຍຮັກສາຄວາມປອດໄພ ໃນຊີເຣຍ


ທະຫານປົດປ່ອຍຊີເຣຍ ກໍາລັງແລ່ນຫລົບໜີ ຈາກໂຈມຕີຂອງ ກໍາລັງລັດຖະບານໃນເຂດກໍ້າຕາເວັນຕົກຂອງເມືອງ Aleppo.
ທະຫານປົດປ່ອຍຊີເຣຍ ກໍາລັງແລ່ນຫລົບໜີ ຈາກໂຈມຕີຂອງ ກໍາລັງລັດຖະບານໃນເຂດກໍ້າຕາເວັນຕົກຂອງເມືອງ Aleppo.
ບັນດາ​ນັກ​ເຄື່ອນ​ໄຫ​ວກ່າວ​ວ່າ ພວກ​ກະບົດໄດ້​ໂຈມ​ຕີຄ້າຍ​ຮັກ
ສາ​ຄວາມ​ປອດ​ໄພ​ຫລາຍ​ແຫ່ງ ທີ່​ເມືອງ Aleppo ​ໃນພາກ​
ເໜືອ​ຂອງ​ປະ​ເທດ ​ຂະນະ​ທີ່ການປະ​ທະ​ກັນຍັງ​ດຳ​ເນີນຢູ່​ໃນ​
ຫລາຍ​ໆເຂດ​ຂອງຊີ​ເຣຍ ທີ່​ປະສົບ​ກັບ​ໄພ​ສົງຄາມ​ນັ້ນ.

ອົງ​ການ​ສີ້​ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ
​ຢູ່​ປະ​ເທດອັງກິດ ກ່າວ​ໃນ​ວັນ​ສຸກ​ນີ້ວ່າ ການ​ໂຈມ​ຕີບັ້ນນຶ່ງ
​ທີ່ເມືອງ Aleppo ​ໄດ້​ເຮັດ​ໃຫ້ມີ​ການ​ຍິງ​ຕໍ່​ສູ້ ກັນຢ່າງ​ໃຫຍ່
ທີ່​ເປັນ​ເຫດໃຫ້​ທະຫານ​ລັດຖະບານຈໍາ​ນ​ວ​ນນຶ່ງ ໄດ້​ຖືກສັງ
ຫານ ​ແລະ​ໄດ້​ຮັບ​ບາດ​ເຈັ​ບ. ​ເຂົາ​ເຈົ້າ​ບໍ່​ໄດ້​ບອກຈຳນວນ​ທີ່​
ຄັ​ກ​ແນ່.

​ເດືອນ​ແລ້ວ​ນີ້ ກໍາລັງ​ຂອງ​ພວກ​ກະບົດ ​ໄດ້​ເຂົ້າ​ຄວບ​ຄຸມບາງ​ເຂດ​ ຂອງເມືອງ Aleppo ທີ່​ເປັນ​ສູນກາງ​ການ​ຄ້າ​ຂອງ​ຊີ​ເຣຍ ​ແລະ​ເກີດ​ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ຢູ່​ທີ່​ນັ້ນ.

ເຊັ່ນ​ດຽວ​ກັນ​ໃນ​ວັນ​ສຸກມື້ນີ້ ກຸ່ມ​ສັງ​ເກດ​ການ​ກ່າວ​ວ່າ ກໍາລັງ​ຂອງ​ລັດຖະບານ ​ແລະ​ພວກ​ກະບົດ​ໄດ້​ສູ້​ລົບກັນຢູ່​ທາງ​ກໍ້າເໜືອ​ຂອງ​ນະຄອນຫຼວງ Damuscus ​ແລະເມືອງ Albu Kamal ທີ່​ຢູ່ຕິດ​ຊາຍ​ແດນ​ອີ​ຣັກ​. ວີ​ດີ​ໂອ​ທີ່​ນຳ​ເຜີຍ​ແຜ່​ທາງ ອິນ​ເຕີ​ແນັດ ປະກົດ​ວ່າ​ໄດ້ສະ​ແດງ​ໃຫ້ເຫັນເຖິງ​ການ​ສູ້​ລົບ​ກັນຢູ່​ໃນ​ເມືອງ Homs Daraa ແລະນະຄອນ Damuscus.

ກ່ຽວຂ້ອງກັນ

XS
SM
MD
LG