ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຝ່າຍ​ຄ້ານ ​ຊີ​ເຣຍ ​ຈະສ້າງຕັ້ງ ລັດຖະບານ ຊົ່ວຄາວ​ຂຶ້ນ


ກຸ່ມ​ແນວ​ໂຮມ​ຝ່າຍ​ຄ້ານ​ແຫ່ງ​ຊາດຊີ​ເຣຍ ​ຈະສ້າງຕັ້ງ ລັດຖະບານ
ຊົ່ວຄາວ​ຂຶ້ນ ຢູ່​ໃນ​ເຂດ​ທິ່ຕົນຄຸ້ມຄອງ.
ກຸ່ມ​ແນວ​ໂຮມ​ຝ່າຍ​ຄ້ານ​ແຫ່ງ​ຊາດຊີ​ເຣຍ ​ຈະສ້າງຕັ້ງ ລັດຖະບານ ຊົ່ວຄາວ​ຂຶ້ນ ຢູ່​ໃນ​ເຂດ​ທິ່ຕົນຄຸ້ມຄອງ.
ກຸ່ມ​ແນວ​ໂຮມ​ຝ່າຍ​ຄ້ານ​ແຫ່ງ​ຊາດຊີ​ເຣຍ ​ໄດ້​ປະກາດ​ແຜນ​ທີ່​
ຈະສ້າງຕັ້ງ ລັດຖະບານຊົ່ວຄາວ​ຂຶ້ນ ຢູ່​ໃນ​ເຂດ​ທີ່ພວກ​ກະບົດ
​ຍຶດ​ໄດ້​ ໃນ​ປະ​ເທດ​ດັ່ງ ກ່າວ.

​ໂຄສົກ​ຂອງ​ພວກຝ່າຍ​ຄ້ານ​ຄົນ​ນຶ່ງໄດ້​ປະກາດ​ໃນ​ວັນ​ສຸກ​ວານ​
ນີ້ຫຼັງຈາກ ການ​ປະຊຸມ​ທີ່​ກຸງໄຄ​ໂຣ ກ່ຽວ​ກັບ​ວ່າ​ຈະເປີດການ​
ເຈລະຈາ​ສະຫງົບ​ເສິກ ກັບລັດຖະບານປະທານາທິບໍດີ Bashar al-Assad ຫຼືບໍ່.

​ໂຄສົກກ່າວ​ວ່າ ​ແນວ​ໂຮມຝ່າຍ​ຄ້ານແຫ່ງ​ຊາດຈະ​ພົບ​ປະກັນ​ທີ່ນະຄອນ Istanbul ​ໃນ​ວັນ​ທີ 2 ເດືອນ​ມີນານີ້​ເພື່ອ​ຄັດ​ເລືອກນາຍົກລັດຖະມົນຕີ.

ທ່ານ Assad ຍັງ​ບໍ່​ທັນ​ໄດ້​ໃຫ້ຄວາມ​ເຫັນ​ໃດໆ ກ່ຽ​ວກັບ​ການ​ປະກາດ ​ທີ່​ວ່າ​ນີ້ ໃນ​ຂະນະ​ທີ່​ຄວາມ​ຮຸນ​ແຮງ​ຍັງ​ສືບ​ຕໍ່​ແຜ່​ຂະຫຍາຍ​ຢູ່​ໃນ​ປະ​ເທດ ດັ່ງກ່າວ.

ກຸ່ມສີ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍກ່າວ​ວ່າ ຢ່າງ​ໜ້ອຍ 12 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ອີກ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ສຸກ​ວານ​ນີ້ ​ໃນການ​ຍິງ​ລູກ​ສອນ​ໄ​ຟ​ໂຈມ​ຕີ ທີ່ເມືອງ Aleppo ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ. ຈໍານວນ​ຜູ້​ເສຍ​ຊີວິດ​ຄາດ​ວ່າ​ຈະມີເພີ້ມຂື້ນ ຊຶ່ງ​ຫລາຍໆ​ຄົນຍັງ​ເຊື່ອ​ວ່າ ຖືກ​ທັບຖົມ​ຢູ່​ກ້ອງ​ຕຶກ​ອາຄານ​ທີ່​ເພພັງ​ລົງ​ມານັ້ນ.

​ໃນ​ມື້​ວັນ​ສຸກ ທູດ​ພິ​ເສດນາໆ​ຊາດ ທ່ານ Lahkdar Brahimi ປະນາມ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃນວັນ​ພະຫັດ​ວ່າ​ນນີ້ ​ທີ່​ນະຄອນ​ຫລວງ​ຊີ​ເຣຍ ຊຶ່ງ​ໄດ້​ສັງຫານ​ຫລາຍ​ກວ່າ 100 ຄົນ ​ໂດຍກ່າວ​ວ່າ ການ​ໂຈມ​ຕີທີ່​ວ່າ​ນີ້​ແມ່ນ​ເທົ່າ​ໆ​ກັບ​ເປັນ​ການ​ກໍ່ “ອາ​ຊະ​ຍາ​ກໍາ​ສົງຄາ​ມ.”

​ໂຕ​ເລກ​ຜູ້​ເສຍ​ຊີວິດ​ທີ່​ທ່ານ Brahimi ​ເວົ້າ​ເຖິງ​ນັ້ນ ​ແມ່ນສູງກວ່າ 60 ຄົນ​ ທີ່​ລາຍງານ​ກ່ອນ​ໜ້ານີ້​ໂດຍກຸ່ມ​ສີ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ​. ລະ​ເບີດ​ໄດ້​ແຕກ​ຂື້ນ​ໃນ​ກຸງ Damuscas ​ໃກ້​
ກັບ​ສຳນັກງານ​ໃຫຍ່​ຂອງ​ພັກ Ba’ath ຊຶ່ງ​ເປັນ​ພັກ​ລັດຖະບານ​ທີ່​ປົກຄອງ​ປະ​ເທດຢູ່​ໃນ
​ເວລາ​ນີ້ ທີ່​ຕັ້ງ​ຢູ່ໃນ​ເຂດ​ທີ່​ມີປະຊາກອນ​ອາ​ໄສ​ຢູ່ຢ່າງ​ໜາ​ແໜ້ນ​ໃກ້​ກັບ​ຄຸ້ມ al-Mazraa
ມີ​ລາຍ​ງານ​ວ່າ ຜູ້​ເຄາະ​ຮ້າຍ​ສ່ວນ​ຫຼາຍແມ່ນ​ພົນລະ​ເຮືອນຮວມທັງພວກ ​ເດັກນ້ອຍ​ຈາກ
​ໂຮງຮຽນ​ແຫ່ງ​ນຶ່ງ​ທີ່ຕັ້ງຢູ່​ໃກ້​ໆນັ້ນ.
XS
SM
MD
LG