ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທະກັນໃກ້ກັບ ບ່ອນລີ້ໄພ ວິກິດການ ຊີເຣຍ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ 30 ຄົນ


ຜູ້ຊາຍຄົນໜຶ່ງເບິ່ງຈຸດເກີດເຫດຂອງການທຳລາຍໃນຫ້ອງງານລ້ຽງແຫ່ງໜຶ່ງ, ເມືອງ Deir Qanoun, ຮ່ອມພູ Barada, ປະເທດ ຊີເຣຍ. 15 ມັງກອນ, 2017
ຜູ້ຊາຍຄົນໜຶ່ງເບິ່ງຈຸດເກີດເຫດຂອງການທຳລາຍໃນຫ້ອງງານລ້ຽງແຫ່ງໜຶ່ງ, ເມືອງ Deir Qanoun, ຮ່ອມພູ Barada, ປະເທດ ຊີເຣຍ. 15 ມັງກອນ, 2017

ພວກນັກສິ້ງຊອມກ່າວວ່າ ປືນໃຫຍ່ທີ່ຍິງອອກໂດຍກອງກຳລັງລັດຖະ ບານ ຊີເຣຍ ໄດ້ຕົກ ໃສ່ສະຖານທີ່ຫຼົບລີ້ວິກິດການໃກ້ໆກັບນະຄອນຫຼວງ Damascus ໃນວັນອາທິດວານນີ້, ເຮັດໃຫ້ມີພົນລະເຮືອນຜູ້ທີ່ຫຼົບໜີໄປຢູ່ສະຖານທີ່ດັ່ງກ່າວ ເພື່ອຫຼີກລ່ຽງການຕໍ່ສູ້ລະຫວ່າງ ພວກກະບົດ ກັບ ກອງທັບ ຊີເຣຍ ທີ່ຢູ່ໃກ້ຄຽງ ເສຍຊີວິດ ແລະ ບາດເຈັບຢ່າງ ໜ້ອຍ 30 ຄົນ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ເຊິ່ງເປັນຜູ້ຕິດຕາມ ແລະ ລາຍ ງານ ກ່ຽວກັບ ການ ຕໍ່ສູ້ໃນປະເທດທີ່ຖືກທຳລາຍໂດຍສົງຄາມ, ໄດ້ ເອີ້ນການໂຈມຕີຢູ່ເມືອງ Deir Qanoun ໃນຮ່ອມພູ Barada ວ່າ ແມ່ນການສັງຫານໝູ່. ອົງການສິ້ງຊອມນີ້ກ່າວວ່າ ພວກເຂົາເຈົ້າ ໄດ້ ຢືນຢັນການຕາຍ 7 ຄົນ ແລະ ຜູ້ທີ່ໄດ້ຮັບບາດເຈັບສາຫັດຈຳນວນໜຶ່ງ ທີ່ເບິ່ງຄືວ່າຈະ ເຮັດໃຫ້ລວມຍອດຜູ້ເສຍຊີວິດເພີ່ມສູງຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Syria Clashes
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG