ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄະນະຜູ້ຕາງໜ້າ ພວກຕໍ່ຕ້ານ ໃນຊີເຣຍ ເດີນທາງໄປຮ່ວມ ການເຈລະຈາ ສັນຕິພາບ ທີ່ ເຈນີວາ


ທູດພິເສດສະປະຊາຊາດ ທ່ານ Staffan de Mistura ກ່າວເປີດກອງປະຊຸມສັນຕິພາບຊີເຣຍ.
ທູດພິເສດສະປະຊາຊາດ ທ່ານ Staffan de Mistura ກ່າວເປີດກອງປະຊຸມສັນຕິພາບຊີເຣຍ.

ຄະນະ​ຕາງໜ້າ​ໃຫ້​ກຸ່ມ​ຕໍ່ຕ້ານ​ລັດຖະບານ ​ທີ່ສຳຄັນ​ຂອງຊີເຣຍ ມີ
​ກຳນົດ​ທີ່​ຈະ​ເດີນທາງ​ໄປ​ເຖິງນະຄອນ Geneva ​ໃນ​ວັນ​ເສົາ​ມື້​ນີ້.

ຍັງ​ບໍ່​ທັນ​ແຈ້ງຂາວ​ເທື່ອ​ວ່າ ບັນດາ​ສະມາຊິກ​ຂອງສະພາ​ເຈ​ລະ​ຈາ
​ລະ ດັບ​ສູງ ທີ່​ເອີ້ນຫຍໍ້​ວ່າ HNC ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ໂດຍຊາ
​ອຸ​ດີ ອາຣາ​ເບຍ ອາ​ດຈະ​ຕັດສິນ​ໃຈ​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາ​ສັນ
ຕິພາບ​ໂດຍ ກົງ ທີ່​ມີ​ຈຸດປະສົງເພື່ອ​ຍຸດຕິ​ສົງຄາມຢູ່​ໃນ​ຊີ​ເຣຍ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາຊາດ ​ໄດ້​ເປີດ​ການ​ເຈລະ​ຈາທີ່​ປະ​ເທດ
ສະ​ວິດ ​ເຊີ​ແລນໃນ​ວັນ​ສຸກ​ວານ​ນີ້​ເຖິງ​ແມ່ນ​ວ່າກຸ່ມ HNC ​ໄດ້ບອຍ
ຄອດ​ບໍ່​ຍອມ ​ເຂົ້າຮ່ວມ​ກໍ​ຕາມ.

ການ​ເຈລະຈາ​ເລິ້ມຂື້ນດ້ວຍ​ການ​ປະຊຸມ​ຢູ່​ທີ່ຫ້ອງການສະຫະ​ປະຊາ​ຊາດ ລະຫວ່າງ​ທູດ​ພິ
​ເສດ ຮັບຜິດຊອບ​ເລື້ອງຊີ​ເຣຍ ທ່ານ Staffan de Mistura ​ແລະຜູ້​ຕາງໜ້າ​ລັດຖະບານ​
ຊີ​ເຣຍນຳພາ​ໂດຍເອກ​ອັກຄະ​ລັດ​ ຖະ​ທູດຊີ​ເຣຍ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ Bashar
Ja’afari.
ຫລັງ​ຈາກ​ການ​ພົບ​ປະກັນ​ແລ້ວ ທ່ານ de Mistura ກ່າວ​ວ່າ ທ່ານ​ຫວັງ​ວ່າ ຈະ​ພົນ​ປະ​ກັບ
ບັນດາ​ຜູ້ຕາງ​ໜ້າຂອງ​ກຸ່ມ HNC ​ໃນ​ວັນ​ອາທິດ​ມື້​ອື່ນນີ້.

ທ່ານ De Mistura ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ມີ​ເຫດຜົນ​ທີ່​ເຊື່ອ​ວ່າ ​ເຂົາ ​ເຈົ້​າ ພະຍາຍ​າ​ມຢ່າງ​
ແທ້​ຈິງ ​ແລະເພາະສະ​ນັ້ນ ຈະ​ຢູ່່​ໃນ​ທ່າ​ທີ ອາດ​ຈະ​ເປັນວັນ​ອາ​ທິດມື້ອື່ນ ທີ່​ຈະ​ເລີ້ມ​ຕົ້ນ​ການ​
ສົນທະນາ​ກັນກັບ​ເຂົາ​ເຈົ້າ ​ເພື່ອຈະ​ມີ​ຄວາມ​ສາມາດ​ດຳ​ເນີນ​ການ​ເຈລະຈາ​ພາຍ​ໃນ​ກັບ​
ຊີ​ເຣຍ.”

ກຸ່ມ HNC ​ໄດ້​ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າ​ຮ່ວມການ​ເຈລະຈາຫລັງ​ຈາກ​ການ ຮຽກຮ້ອງຂອງ
​ພວກ​ເຂົາ​ເຈົ້າຮ ບໍ່​ໄດ້​ຮັບ​ການ​ສະໜອງ​ຕອບ​ຢ່າງ​ເປັນ​ທີ່​ພໍ​ໃຈ ​ເພື່ອ​ໃຫ້​ຢຸດ​ເຊົາການໂຈມ
​ຕີ​ທາງ​ອາກາດ​ໃສ່​ພົນລະ​ເຣືອນ ​ໂດຍ​ລັດຖະບານ​ຊີ​ເຣຍ ​ແລະຣັດ​ເຊຍ ​ແລະ​ຍົກ​ເລີກ​ການ
​ປິດ​ລ້ອມ​ຢູ່​ໃນ​ເຂດທີ່ເຂົາ​ເຈົ້າ​ຄວບຄຸມ.

Syria Talks
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG