ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຕໍ່ຕ້ານ ຊີເຣຍ ປະນາມ ການສັງຫານໝູ່ ປະຊາຊົນ (ວີດີໂອ)


ພວກ​ຕໍ່ຕ້ານ​ໃນ​ຊີ​ເຣຍ ປະນາມ​​ການ​ສັງຫານ​ໝູ່ຂະໜາດໃຫຍ່
​ໂດຍ​ທະຫານ​ລັດຖະບານ ​ແລະ​ທະຫານ​ບ້ານ​ທີ່ຈົງຮັກ​ພັກດີ​ ຕໍ່​
ລັດຖະບານ
ພວກ​ຕໍ່ຕ້ານ​ໃນ​ຊີ​ເຣຍ ປະນາມ​​ການ​ສັງຫານ​ໝູ່ຂະໜາດໃຫຍ່ ​ໂດຍ​ທະຫານ​ລັດຖະບານ ​ແລະ​ທະຫານ​ບ້ານ​ທີ່ຈົງຮັກ​ພັກດີ​ ຕໍ່​ ລັດຖະບານ
ພວກ​ຕໍ່ຕ້ານ​ໃນ​ຊີ​ເຣຍ ປະນາມໃນອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ “ການ​ສັງ
ຫານ​ໝູ່ຂະໜາດໃຫຍ່” ​ໂດຍ​ທະຫານ​ລັດຖະບານ ​ແລະ​ທະຫານ​
ບ້ານ​ທີ່ຈົງຮັກ​ພັກດີ​ຕໍ່​ ລັດຖະບານ ​ທີ່​ມີ​ລາຍ​ງານ​ວ່າ ​ເຮັ​ດ​ໃຫ້​ຫລາຍ​
ສິບ​ຄົນ​ເສຍ​ຊີວິດ ​ທີ່​ຫົວ​ເມືອງ​ນຶ່ງ​ໃນ ພາກ​ຕາ​ເວັນ​ຕົກສຽງ​ເໜືອ
ຂອງ​ປະ​ເທດ.

​ແນວ​ໂຮມແຫ່ງ​ຊາດ​ຊີ​ເຣຍ ກ່າວ​ຫາ​ວ່າ ທະຫານ​ທີ່​ຈົງ​ຮັກ​ພັກດີ​ຕໍ່
ປະ​ທາ​ນາ​ທິບໍດີ​ Bashar al-Assad “​ໄດ້​ພົວພັນ​ໂດຍ​ກົງ​ ໃນ​ການ​
ສັງຫານ ​ແລະ​ຈູດ​ເຜົາຢ່າງ​ໜ້ອຍ 150 ຄົນ ຮວມ​ທັງ​ຜູ້ຍິງ ​ແລະ​ເດັກ
ນ້ອຍ” ຢູ່​ບ້ານ Bayda ​ໃນ​ວັນ​ພະ ຫັດ​ວານ​ນີ້.

ກຸ່ມສີ້ງຊອມສິດທິມະນຸດ​ໃນ​ຊີ​ເຣຍ ທີ່ມີ​ຫ້ອງການຕັ້ງ​ຢູ່​ອັງກິດ ທີ່​ອາໄສ​ລະບົບ​ແຫຼ່ງຂ່າວ​ຈາກ
ເຂດ​ຕ່າງ​ຂອງ​ຊີ​ເຣຍນັ້ນ ກ່າວ​ວ່າ ຕົນໄດ້​ບັນທຶກ​ຢ່າງໜ້ອຍ 50 ຄົນ​ທີ່ເສຍ​ຊີວິດຈາກ​ເຫດຮ້າຍ​
ດັ່ງກ່າວ. ​ແຕ່ໄດ້​ເຕືອນ​ວ່າ ຈໍານວນ​ໂຕ​ເລກ​ທີ່​ແທ້​ຈິງ​ ອາດ​ຈະ​ສູງ​ກ່ອນນີ້ ​ເພາະຍັງ​ມີ​ຫລາ​ຍຄົນ
​ໄດ້​ຫາຍ​ສາບສູນ​ໄປ.

​ບ້ານ Bayda ທີ່ປະຊາຊົນ​ສ່ວນ​ໃຫຍ່ນັບຖື​ສາ​ສະ​ອິສລາມ​ນິກາຍ​ຊຸນ​ນີຕັ້ງ​ຢູ່​ທາງ ​ໃຕ້​ຂອງ​ເຂດ
Banias ລົງ​ໄປ​ໜ້ອຍ​ນຶ່ງ ຊຶ່ງ​ເປັນ​ບ່ອນຢູ່​ອາ​ໄສຂອງບັນດາສະມາ ຊິກທີ່​ນັບຖືນິກາຍ Alawite
ຊຶ່ງ​ເປັນ​ສາສະໜາກຸ່ມ​ນ້ອຍ ທີ່ທ່ານ​ Assad ນັບຖື ນັ້ນ. ການ​ລຸກ​ຮື​ຂື້ນ​ເປັນ​ເວລາ​ສອງ​ປີ ແມ່ນ​
ນໍາພາ​ໂດຍຊາວມຸສລິ​ມນິກາຍ​ຊຸນ​ນີທີ່ ​ເປັນຄົນກຸ່​ມ​ໃຫຍ່ຂອງ​ຊີ​ເຣຍ.

Syria
please wait
Embed

No media source currently available

0:00 0:01:19 0:00
XS
SM
MD
LG