ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມປົກປ້ອງ ສິດທິມະນຸດ ກ່າວວ່າ ພວກກຸ່ມ ລັດອິສລາມ ໄດ້ທຳການ ປະຫານຊີວິດໝູ່


ຮູບພາບຈາກ ວີດີໂອ ໄດ້ຖືກນຳລົງເຜີຍແຜ່ ໂດຍພະແນກ ສື່ມວນຊົນ ຂອງກຸ່ມລັດອິສລາມ (IS) ວັນທີ 3 ມັງກອນ 2016, ທີ່ປາກົດວ່າ ສະແດງໃຫ້ເຫັນ ນັກລົບ IS ຢູ່ສະຖານທີ່ບໍ່ເປີດເຜີຍ ກ່ອນໜ້າການປະຫານຊີວິດ ຊາຍ 5 ຄົນ ຈາກເມືອງ Raqa ຂອງຊີເຣຍ.
ຮູບພາບຈາກ ວີດີໂອ ໄດ້ຖືກນຳລົງເຜີຍແຜ່ ໂດຍພະແນກ ສື່ມວນຊົນ ຂອງກຸ່ມລັດອິສລາມ (IS) ວັນທີ 3 ມັງກອນ 2016, ທີ່ປາກົດວ່າ ສະແດງໃຫ້ເຫັນ ນັກລົບ IS ຢູ່ສະຖານທີ່ບໍ່ເປີດເຜີຍ ກ່ອນໜ້າການປະຫານຊີວິດ ຊາຍ 5 ຄົນ ຈາກເມືອງ Raqa ຂອງຊີເຣຍ.

ກຸ່ມສິ້ງຊອມສິດທິມະນຸດ ​ໃນຊີເຣຍ ກ່າວວ່າ ກຸ່ມຫົວຮຸນແຮງລັດອິສລາມ ໄດ້ປະຫານ
ຊີວິດ 33 ຄົນ ໃນສັບປະດານີ້ ອັນເປັນການປະຫາຊີວິດໝູ່ຄັ້ງທຳອິດ ທີ່ໄດ້ດຳເນີນການ
ໂດຍພວກຫົວຮຸນແຮງ ໃນປີນີ້.

ກຸ່ມສິ້ງຊອມ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດກຸ່ມນີ້ ກ່າວວ່າ ການສັງຫານ ໄດ້ມີຂຶ້ນຢູ່ໃນ
ເຂດຊົນນະບົດ ຂອງເມືອງ Deir Ezzor ທາງພາກຕາເວັນອອກ ຂອງຊີເຣຍ ເມື່ອຕອນ
ເຊົ້າວັນພຸດວານນີ້. ກຸ່ມສິ້ງຊອມນີ້ກ່າວອີກວ່າ ພວກນັກເຄື່ອນ ໄຫວຂອງຕົນໄດ້ເຫັນ
ການປະຫານຊີວິດ ແຕ່ກ່າວວ່າ ບໍ່ຮູ້ຈັກວ່າ ພວກທີ່ຖືກຂ້ານັ້ນ ແມ່ນເປັນນັກລົບຈາກ
ຝ່າຍໃດຝ່າຍນຶ່ງ ຂອງສົງຄາມກາງເມືອງທີ່ແກ່ຍາວມາໄດ້ 6 ປີ ຫຼືເປັນພົນລະເຮືອນ
ຜູ້ທີ່ໄດ້ຖືກຈັບກຸມ ໂດຍກຳລັງຂອງລັດອິສລາມ ແລະ ໄດ້ຖືກຕັດສິນ ໃຫ້ປະຫານ​ຊີວິດ.

ກຸ່ມສິ້ງຊອມສິດທິ​ມະນຸດ​ນີ້ ກ່າວຕື່ມວ່າ ມັນເປັນການປະຫານຊີວິດໝູ່ ທີ່ໃຫຍ່ທີ່ສຸດ
ທີ່ໄດ້ປະຕິບັດການໂດຍພວກລັດອິສລາມ ນັບຕັ້ງແຕ່ໄດ້ມີ ສອງກຸ່ມ ກຸ່ມລະ 15 ຄົນ
ໄດ້ຖືກສັງຫານ ໃນການປະຫານຊີວິດແຍກກັນ ໃນລະຫວ່າງ ເດືອນ ກັນຍາ ແລະ
ຕຸລາປີກາຍນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG