ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກະບົດຊີ​ເຣຍ ເອົາວີດີໂອ ທະຫານທີ່ຖືກ ຂ້າຕາຍ ອອກເຜີຍແຜ່ (ສະໄລດ໌)


ທະຫານກະບົດສອງຄົນກໍາລັງແລ່ນລົບລີ້ຫລັງຈາກການໂຈມຕີ ໂດຍລົດຖັງຂອງທະຫານຊີເຣຍ ທີ່ເຂດ izaa ໃນເມືອງ Aleppo.
ທະຫານກະບົດສອງຄົນກໍາລັງແລ່ນລົບລີ້ຫລັງຈາກການໂຈມຕີ ໂດຍລົດຖັງຂອງທະຫານຊີເຣຍ ທີ່ເຂດ izaa ໃນເມືອງ Aleppo.
ພວກ​ກະບົດຊີ​ເຣຍ ​ໄດ້​ນໍາ​ເອົາ​ຮູ​ບວີ​ດີ​ໂອອອກ​ເຜີຍ​ແຜ່​ທາງອິນ​ເຕີແນັ​ດ ຊຶ່ງປະກົດວ່າ ​ເປັນ​ຊາກ​ສົບ​ຂອງ​ທະຫານ 20 ຄົນ ຜູ້​ທີ່​ເຂົາ​ເຈົ້າ​ໄດ້​ສັງຫານ​ຢູ່​ທີ່​ເ​ມື​ອງ Aleppo ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ.

ຢູ່​ໃນ​ວີ​ດີ​ໂອ ທີ່​ນຳ​ອອກເຜີຍ​ແຜ່​ໃນ​ວັນ​ຈັນວານ​ນີ້ ຊາກ​ສົບ​ຂອງ​ພວກ​ຜູ້​ຊາຍ​ນຸ່ງ​ເຄື່ອງ​ແບບ​ທະຫານ ​ໄດ້​ຖືກ​ວາງ​ລຽນ​ກັນ​ເປັນ​ແຖວ​ຢູ່​ຕາມ​ຂອບ​ທາງ ຊຶ່ງຫົວ​ຂອງ​ເຂົາ​ເຈົ້າ​ມີ​ເລືອດ​ໄຫລ​ອອກ​ມາ. ພວກ​ຜູ້​ຊາຍ​ເຫລົ່​ານີ້​ຖືກ​ເອົາ​ຜ້າ​ມັດ​ຕາ​ໄວ້ ​ແລະຖືກໃສ່​ກັບ​ມື. ​ນອກ​ນັ້ນຍັງໄດ້​ຍິນ​ສຽງ​ຂອງພວກ​ກະບົດ​ຮ້ອງ​ອອກ​ມາ​ວ່າ “ພວກ​ໝາ.” ອົງການ​ສີ້​ງຊອມ​ສິດທິ​ມະນຸດຢູ່​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ປະ​ເທດ​ອັງກິດ ກ່າວ​ວ່າ ​ເຫດການ​ດັ່ງກ່າວ​ເກີດ​ຂື້ນ​ລະຫວ່າງສອງ​ສາມ​ມື້​ທີ່​ຜ່ານ​ມານີ້.

ບັນດາເຈົ້າ​ໜ້າທີ່ອົງການ​ສະຫະ​ປະຊາ​ຊາດໄດ້ກ່າວ​ຫາທັງຝ່າຍລັດຖະບານຊີ​ເຣຍແລະ​ພວກ​ກະບົດວ່າ ພາກັນ​ກໍ່​ໂທດ​ກຳ​ຂຶ້ນ​ໃນ​ສົງຄາມ​ກາງ​ເ​ມື​ອງຂອງ​ປະ​ເທດ. ​ໃນ​ການ​ຖະ​ແຫຼງຈາກ​ນະຄອນ​ Geneva ​ໃນ​ວັນ​ຈັນວານ​ນີ້ ​ຂ້າ​ຫລວງ​ໃຫຍ່ສິດທິ​ມະ​ນຸດສະຫະ​ປະຊາ​ຊາດ ທ່ານ Navi Pilay ​ໄດ້​ຮຽກຮ້ອງ​ໃຫ້ສະ ພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ສົ່ງ​ເລື້ອງດັ່ງກ່າວໄປ​ຍັງສານ​ອາຍາ​ນາໆ​ຊາດ ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ພວກ​ລ່ວງ​ລະ​ເມີດ​ສິດທິທັງ​ໝົດ ຈະ​ບໍ່​ລຸດພົ້ນໄປ​ຈາກ​ການ​ດຳ​ເນີນ​ຄະດີ.

ພ້ອມ​ດຽວ​ກັນ​ຢູ່​ທີ່​ນະຄອນ Geneva ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຕຳ​ໜິສະພາ​ຄວາມໝັ້ນ​ຄົງ ທີ່ບໍ່​ສາມາດ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ກັນເພື່ອ​ຢຸດ​ຕິ​ວິ​ກິດ​ການ​ໃນ​ຊີ​ເຣຍ. ທ່ານ​ກ່າວ​ວ່າ ທ່ານ​ມີ “ຄວາມ​ກັງວົນ​ໃຈເປັນ​ທີ່​ສຸດ​ ຕໍ່​ການ​ຖີ້ມລະ​ເບີດ​ໃສ່ພົນ​ລະ​ເຮືອນຂອງ​ກໍາລັງ​ລັດຖະບານ” ຢູ່​ໃນ​ຊີ​ເຣຍ ​ແລະ​ທ່ານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ເຄັ່ງຕຶງທາງ​ດ້ານ​ສາສະໜາ ​ແລະ​ສະຖານະ​ການ​ດ້ານມະນຸດສະ​ທໍາທີ່​ພວມ​ຊຸດ ​ໂຊມ​ລົງ.

ທ່ານ Ban ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ ​ແລະ​ຊີ​ເຣຍ ​ໃຫ້ການສະໜັບ ສະ​ໜຸນ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມທາງ​ດ້ານ​ການ​ທູດ​ ຂອງທູດ​ພິ​ເສດສະ ຫະປະຊາ​ຊາດ​ແລະສັນນິບາດອາຣັບຄົນ​ໃໝ່​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ໃນ​ຊີ​ເຣຍ ທ່ານ Lakhdar Brahim. ທູດ​ພິ​ເສດ​ໄດ້​ພົບ​ກັບ​ເຈົ້າໜ້າ​ທີ່​ອີ​ຈິບ​ແລະສັນນິບາດ​ອາຣັບ ທີ່​ກຸງ​ Cairo ​ໃນ​ວັນ​ຈັນວານ​ນີ້.

XS
SM
MD
LG