ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກນັກລົບ ຊາວເຄິດ ຍຶດດ່ານກວດ ຊີເຣຍ ໃກ້ໆອີຣັກ


ສະມາຊິກຂອງກຸ່ມກຳລັງ ປົກປ້ອງປະຊາຊົນຊາວເຄີດ ທີ່ເມືອງ Ifrin ໃນເຂດຊົນນະບົດຂອງແຂວງ Aleppo (13 ຕຸລາ 2013)
ສະມາຊິກຂອງກຸ່ມກຳລັງ ປົກປ້ອງປະຊາຊົນຊາວເຄີດ ທີ່ເມືອງ Ifrin ໃນເຂດຊົນນະບົດຂອງແຂວງ Aleppo (13 ຕຸລາ 2013)
ນັກ​ເຄື່ອນ​ໄຫວ​ຊີ​ເຣຍກຸ່ມ​ນຶ່ງ ກ່າວ​ວ່າ ພວກ​ນັກ​ລົບຊາວ​ເຄີດ
​ໄດ້​ຍຶດ​ເອົາດ່ານ ກວດຊີ​ເຣຍ​ແຫ່ງ​ນຶ່ງ ​ຕິດ​ກັບ​ຊາຍ​ແດນ​ອີຣັກ.

ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່​ອັງກິດກ່າວ​ວ່າ
ພວກ​ມື​ປືນຊາວ​ເຄີ​ດ ​ໄດ້​ຍຶດ​ເອົາດ່ານ​ກວດ Yarubiya ​ໃນ​ວັນ
​ເສົາ​ມື້​ນີ້ ຫຼັງ​ຈາກ​ໄດ້​ປະ​ທະ​ກັນເປັນ​ເວລາ 3 ມື້ກັບພວກ​ກະບົດ
ຫຼາຍໆ​ກຸ່ມ ຮວມ​ທັງ ກຸ່ມລັດ​ອິສລາມ​ ໃນ​ອີຣັກ ​ແລະ Levant
​ແລະກຸ່ມ Jabhat al-Nusra.

ການ​ຍຶດ​ເອົາ​ດ່ານ​ກວດ​ນີ້ ມີ​ເກີດ​ຂື້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ
​ໂທລະພາບ​ລັດ ຖະບານ​ຊີ​ເຣຍ ​ໄດ້​ລາຍ​ງານ​ວ່າ ຜູ້​ນໍາຂອງ​ກຸ່ມ Jabhat al-Nusra ​ໄດ້​ຖືກ​ສັງ ຫານ ຊຶ່ງ​ເປັນ​ການ​ກ່າວ​ອ້າງຖ້າ​ຫາກ​ໄດ້​ຮັບ​ການ​ຢືນຢັນ ຈະ​ເປັນ​ການ​ເສຍ​ຫາຍ​ຢ່າງ​ໃຫຍ່ ແກ່ພວກ​ນັກ​ລົບ​ທີ່​ພະຍາຍາມ​ໂຄນ​ລົ້ມ ​ປະທານາທິບໍດີ Bashar al-Assad.

​ແຕ່ໃນ​ເວລາບໍ່​ດົນ​ຕໍ່​ມາ ລາຍ​ງານທີ່​ມີ​ການ​ຂັດ​ແຍ້​ງກັນ​ກໍ​ໄດ້​ເລີ້ມ​ປາກົດ​ອອກ​ມາ​ໃຫ້​ເຫັນ. ​ໂທລະພາບ​ລັດຖະບານຊີ​ເຣຍ ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ​ຍົກ​ເວັ້ນ​ແຕ່​ກ່າວ​ວ່າ ທ້າວ Abu Mohammad al-Golani ​ໄດ້​ຖືກ​ສັງຫານ​ ຢູ່ທີ່ແຂວງ Latakia ຊຶ່​ເປັນ​ແຂວງ​ທີ່​ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລນັ້ນ.

​ຕໍ່​ມາໃນ​ວັນ​ສຸກວານ​ນີ້ ​ໂທລະພາບ​ຂອງ​ຊີ​ເຣຍກໍ​ໄດ້​ລາຍ​ງານ​ດັ່ງກ່າວ ອອກ​ຈາກ​ໜ້າ​ເວັບ​ໄຊ​ຂອງ​ຕົນ ​ໂດຍປາ​ສະ​ຈາກ​ການ​ອະທິ​ບາຍ​ໃດໆ.

ກ່ຽວຂ້ອງກັນ

XS
SM
MD
LG