ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະບານ ຊີເຣຍ ແລະ ພວກກະບົດ ອາດ ປະເຊີນ ກັບ ຂໍ້ຫາ ກໍ່ອາຊະຍາກຳ ສົງຄາມ


ພວກນັກຮົບກະບົດ ຕິດອາວຸດ ຂີ່ລົດທະຫານໃນເມືອງ Dahiyet al-Assad, ພາກຕາເວັນຕົກຂອງເມືອງ Aleppo, ຊີເຣຍ, 30 ຕຸລາ, 2016.
ພວກນັກຮົບກະບົດ ຕິດອາວຸດ ຂີ່ລົດທະຫານໃນເມືອງ Dahiyet al-Assad, ພາກຕາເວັນຕົກຂອງເມືອງ Aleppo, ຊີເຣຍ, 30 ຕຸລາ, 2016.

ອົງການສະຫະປະຊາຊາດ ແມ່ນກຳລັງເຕືອນລັດຖະບານ ຊີເຣຍ ແລະ ພວກກະບົດວ່າ ພວກເຂົາເຈົ້າອາດມີຄວາມຜິດ ​ໃນ​ຖານ​ກໍ່ອາຊະຍາກຳສົງຄາມໃນເມືອງ Aleppo ທີ່ຖືກ ແບ່ງແຍກ​ໃນພາກເໜືອຂອງ ຊີເຣຍ.

ພວກກອງກຳລັງລັດຖະບານ ໄດ້ພະຍາຍາມທີ່ຈະເຂົ້າຍຶດ​ເອົາໝູ່ບ້ານຕ່າງໆທີ່ຖືກຄວບ ຄຸມໂດຍພວກກະບົດ ໃນພາກຕາເວັນອອກຂອງເມືອງ, ດ້ວຍການປິດລ້ອມທີ່ໄດ້ຕັດຂາດ ຂົງເຂດດັ່ງກ່າວ ບໍ່​ໃຫ້​ມີ​ການ​ສົ່ງອາຫານແລະການຊ່ວຍເຫຼືອມະນຸດສະທຳ​ເຂົ້າ​ໄປ ໃນຂະ ນະທີ່ການໂຈມຕີທາງອາກາດຫຼາຍຄັ້ງ ໄດ້ຕົກໃສ່ເຂດທີ່ໝັ້ນ ຂອງພວກກະບົດ.

​ເພື່ອ​ເປັນການຕອບໂຕ້, ພວກກະບົດໄດ້ພະຍາຍາມທີ່ຈະທັບ​ມ້າງ​ການ​ປິດລ້ອມນັ້ນ ​ໂດຍ ເພີ່ມການໂຈມຕີໃສ່​ເຂດພາກຕາເວັນຕົກຂອງເມືອງ Aleppo, ເຊິ່ງຢູ່ພາຍໃຕ້ການຄວບ ຄຸມຂອງລັດຖະບານ ຊີເຣຍ. ດ້ວຍເຫດນີ້, ຈຳນວນຜູ້ບາດເຈັບ ແລະ ເສຍຊີວິດຂອງພົນ ລະເຮືອນແມ່ນກຳລັງເພີ່ມຂຶ້ນ.

ພວກນັກຮົບກະບົດ ຂີ່ລົດກະບະພ້ອມກັບພວກພົນລະເຮືອນຜູ້ທີ່ຫຼົບໜີອອກຈາກພື້ນທີ່ຂອງການຕໍ່ສູ້ ໃນເມືອງ Dahiyet al-Assad, ພາກຕາເວັນຕົກຂອງເມືອງ Aleppo, ຊີເຣຍ. 30 ຕຸລາ 2016.
ພວກນັກຮົບກະບົດ ຂີ່ລົດກະບະພ້ອມກັບພວກພົນລະເຮືອນຜູ້ທີ່ຫຼົບໜີອອກຈາກພື້ນທີ່ຂອງການຕໍ່ສູ້ ໃນເມືອງ Dahiyet al-Assad, ພາກຕາເວັນຕົກຂອງເມືອງ Aleppo, ຊີເຣຍ. 30 ຕຸລາ 2016.


ອົງການສະຫະປະຊາຊາດກ່າວວ່າ ໃນ​ໄລຍະສອງສາມມື້ທີ່ຜ່ານມານີ້, ປະຊາຊົນຫຼາຍ ກວ່າ 40 ຄົນໄດ້ຖືກຂ້າຕາຍ ແລະອີກຫຼາຍຄົນໄດ້ຮັບບາດເຈັບ.

ໂຄສົກອົງການປະສານງານດ້ານມະນຸດສະທຳ ຂອງສະຫະປະຊາຊາດ ທ່ານ Jens Laerke ກ່າວວ່າ ການ​ບາດ​ເຈັບ​ລົ້ມຕາຍ​ເຫຼົ່ານີ້ແມ່ນ​ເປັນຍ້ອນການຍິງຈະ​ຫຼວດ​ໂຈມ​ຕີ ຢ່າງບໍ່ຈຳແນກໂດຍກຸ່ມຕໍ່ຕ້ານປະກອບອາວຸດ ໃສ່ຂົງເຂດຕ່າງໆທີ່ມີພົນລະເຮືອນອາໄສ ຢູ່ໃນພາກຕາເວັນຕົກຂອງເມືອງ Aleppo.

ທ່ານ Laerke ໄດ້ກ່າວວ່າ “ພວກເຂົາເຈົ້າຍັງ​ໃຫ້​ຂໍ້​ສັງ​ເກດວ່າ, ​ໃນ​ເວລາ​ດຽວ​ກັນ​ກໍມັນມີ ປະຊາຊົນ 275,000 ຄົນ ຍັງຕິດຄ້າງຢູ່ໃນພາກຕາ ເວັນອອກຂອງເມືອງ Aleppo ທີ່​ຖືກປິດລ້ອມຢູ່ນັ້ນ ບໍ່ມີການຊ່ວຍເຫຼືອເຂົ້າໄປໄດ້, ບໍ່ມີຜູ້ຄົນອອກມາໄດ້, ໂຊກບໍ່ດີ.”

ທ່ານໂຄສົກຍັງໄດ້ກ່າວປະນາມການໂຈມຕີດ້ວຍລົດຖັງໃນວັນອາທິດທີ່ຜ່ານມາໃສ່ຕຶກ ຫຼັງໜຶ່ງໃນພາກຕາເວັນຕົກຂອງເມືອງ Aleppo, ເຊິ່ງເປັນທີ່ຕັ້ງຂອງອົງການສະຫະປະຊາ​ຊາດໃນພາກພື້ນ. ອົງການສະຫະປະຊາ​ຊາດ ໄດ້ກ່າວວ່າ ການໂຈມຕີນັ້ນໄດ້ແນເປົ້າໂດຍ ກົງໃສ່ອາຄານດັ່ງກ່າວ, ເຊິ່ງຮູ້ຈັກມາດົນນານ​ແລ້ວວ່າເປັນຫ້ອງການຂອງອົງການສະຫະ​ປະຊາ​ຊາດ.

ໂຄສົກອົງການສິດທິມະນຸດຂອງສະຫະ​ປະຊາ​ຊາດ ທ່ານນາງ Ravina Shamdasani ກ່າວວ່າ ພວກພົນລະເຮືອນຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດຈຳນວນຫຼາຍໄດ້ຊີ້ໃຫ້ເຫັນ ວ່າ ກຸ່ມຕໍ່ຕ້ານ​ທີ່ຕິດອາວຸດແມ່ນ​ໄດ້ລະເມີດກົດໝາຍມະນຸດສະທຳສາກົນ ໂດຍຍິງໂຈມຕີ ຢ່າງ​ບໍ່​ເລືອກ​ໜ້າ ໃສ່ບໍລິເວນຕ່າງໆ ທີ່ມີພົນລະເຮືອນອາໄສຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG