ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພົນລະເຮືອນ ຊີເຣຍ ຫຼົບໜີຈາກເມືອງທີ່ຖືກ ໂຈມຕີທາງອາກາດ ໂດຍພັນທະມິດ


ເຮືອບິນຮົບ F-15 ຂອງກອງທັບອາກາດສອງລຳ ບິນຢູ່ເທິງ
ທ້ອງຟ້າທາງພາກເໜືອຂອງປະເທດ ອີຣັກ ຫຼັງຈາກໄດ້ດຳເນີນ
ການໂຈມຕີທາງອາກາດໃນປະເທດ ຊີເຣຍ.
ເຮືອບິນຮົບ F-15 ຂອງກອງທັບອາກາດສອງລຳ ບິນຢູ່ເທິງ ທ້ອງຟ້າທາງພາກເໜືອຂອງປະເທດ ອີຣັກ ຫຼັງຈາກໄດ້ດຳເນີນ ການໂຈມຕີທາງອາກາດໃນປະເທດ ຊີເຣຍ.

ພວກຕິດຕາມເບິ່ງເຫດການກ່າວວ່າ ພົນລະເຮືອນຊີເຣຍຫຼາຍຮ້ອຍຄົນໄດ້ຫຼົບໜີຈາກ ສອງຫົວເມືອງ ທີ່ພວກຈີຮາດຄວບຄຸມຢູ່ ໃກ້ໆກັບຊາຍແດນອີຣັກໃນວັນເສົາວານນີ້ ຫຼັງ ການໂຈມຕີທາງອາກາດຢ່າງໜັກ ທີ່ແນໃສ່ຕຶກອາຄານຕ່າງໆທີ່ເປັນບ່ອນອາໄສຂອງ ພວກນັກຮົບຫົວຮຸນແຮງແລະຄອບຄົວຂອງພວກເຂົາ.

ລາຍງານຕ່າງໆຈາກພວກທີ່ເຫັນເຫດການທັງຫຼາຍເວົ້າວ່າ ການຖິ້ມລະເບີດທາງອາກາດ ໃສ່ເມືອງ ມາຢາດີນ ກັບເມືອງ ອັລບູກາມານແຄມແມ່ນໍ້າ ຢູເຟຣດ ໃນຕອນເຊົ້າວັນສຸກ ແລະໄດ້ບັງຄັບໃຫ້ຊາວເມືອງຕ້ອງໄດ້ຫຼົບໜີໄປສູ່ເຂດຊົນນະບົດເປັນຈຳນວນຫຼາຍ. ພວກ
ໄອຊິສ ຄວບຄຸມເຂດ ຊາຍແດນທີ່ອຸດົມສົມບູນໄປດ້ວຍນໍ້າມັນແຫ່ງນີ້ ແລະ ລາຍງານ
ຈາກເຂດດັ່ງກ່າວເວົ້າວ່າ ຄອບຄົວຂອງພວກ ໄອຊິສ ທີ່ຫຼົບໜີຕາຍກໍແມ່ນຢູ່ໃນຈຳພວກ
ທີ່ໜີພ່າຍໜິເຊັ່ນກັນ.

ລາຍງານທັງຫຼາຍ ຈາກພວກທີ່ເຫັນເຫດການເວົ້າວ່າ ການຖິ້ມລະເບີດຈາກເຮືອບິນ ແມ່ນມາຈາກເຮືອບິນຮົບ ຂອງພວກພັນທະມິດທີ່ນຳໂດຍ ສະຫະລັດ ແນເປົ້າໝາຍໃສ່
ທີ່ໝັ້ນຂອງພວກໄອຊິສໃນ ຊີເຣຍແລະອີຣັກນັບຕັ້ງແຕ່ປີ 2014 ເປັນຕົ້ນມາ.

ພວກຕິດຕາມເຫດການ ຈາກອົງການສິ້ງຊອມດ້ານສິດທິມະນຸດ ຊີເຣຍ ກ່າວວ່າ ຢ່າງ ໜ້ອຍພວກຍາດພີ່ນ້ອງຂອງພວກນັກຮົບ ໄອຊິສ ໄດ້ເສຍຊີວິດ 80 ຄົນ ໃນວັນສຸກຜ່ານ
ມາລວມທັງພວກເດັກນ້ອຍ 33 ຄົນ. ຢ່າງໃດກໍດີ ລາຍງານດັ່ງກ່າວບໍ່ສາມາດຈະຢືນຢັນ
ໄດ້.

ທຳນຽບຫ້າແຈຮັບຮູ້ວ່າ ໄດ້ມີການຖິ້ມລະເບີດຂອງພວກກຳລັງປະສົມແທ້ ໃນເຂັດດັ່ງ
ກ່າວ ໃນວັນພະຫັດ ແລະ ວັນສຸກ. ໂຄສົກຜູ້ນຶ່ງເວົ້າວ່າພວກນັກວິເຄາະ “ກຳລັງທຳ ການຊັ່ງສາຕີລາຄາເບິ່ງຜົນຂອງການໂຈມຕີດັ່ງກ່າວຢູ່.”

ຮ້ອຍເອກ ເຈຟ ເດວິສ ເວົ້າວ່າ “ພວກເຮົາຖືເອົາເລື່ອງການຕາຍທັງໝົດຂອງພົນລະ ເຮືອນເປັນເລື່ອງສຳຄັນທີ່ສຸດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG