ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະ​ເບີດ​ລົດ ​​ສັງຫານ​ ຢ່າງ​ນ້ອຍ 8 ຄົນ ໂຮມທັງ ເດັກນ້ອຍ 6 ຄົນ ຢູ່ຊີເຣຍ(ວີດີໂອ/ສະໄລດ໌)


ການວາງລະເບີດລົດ ໃກ້ໆໂຮງຮຽນປະຖົມ ໃນ​ແຂວງ Homs
ການວາງລະເບີດລົດ ໃກ້ໆໂຮງຮຽນປະຖົມ ໃນ​ແຂວງ Homs
ມີ​ລາຍ​ງານ​ວ່າ ມີພວກ​ນັກຮຽນ​ຮວມຢູ່​ໃນ​ພວກ​ທີ່​ຖືກ​ສັງຫານໃນ
ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດທີ່​ຮ້າຍ​ແຮງ​ ​ໃນ​ວັນ​ອາທິດ​ວານ​ນີ້
ຢູ່​ໃກ້ໆ​ກັບໂຮງຮຽນ​ປະຖົມ ​ໃນ​ແຂວງ Homs ທາງ​ພາກ​ຕາ​ເວັນ
​ອອກ​ຂອງ​ຊີ​ເຣຍ.

ສື່​ຂອງ​ທາງການ ກ່າວ​ວ່າ ການ​ໂຈມຕີໃນ​ເມືອງ Umm al-Amed
​ໄດ້​ສັງຫານ​ຢ່າງ​ນ້ອຍ 8 ຄົນ ຊຶ່ງ​ຮວມທັງ ເດັກນ້ອຍ 6 ຄົນ.

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ໄດ້​ລາຍງານວ່າ ມີ​ຢ່າງ​ນ້ອຍ 12 ຄົນ ຖືກ​ສັງຫານ.


ຢູ່ເຂດ​ອື່ນໆນັ້ນ ພວກ​ນັກ​ລົບ​ຂອງ​ຝ່າຍ​ຕໍ່ຕ້ານໃນ​ຊີ​ເຣຍ ກ່າວ​ວ່າ ​ເຮືອບິນຂອງລັດຖະບານ
ຍັງ​ສືບ​ຕໍ່​ຖິ້ມ​ລະ​ເບີດ​ໃສ່​ ຂົງ​ເຂດ​ທີ່ໝັ້ນ​ຂອງ​ພວກຕົນ​ ​ໃນ​ເມືອງ Aleppo ທາງ​ພາກ​ເໜືອ​
ຂອງ​ປະ​ເທດ​ນັ້ນ.

ການ​ໂຈມຕີທີ່​ວ່າ​ນີ້ ​ໄດ້​ມີ​ຂຶ້ນ​ເປັນ​ວັນ​ທີ 8 ​ແລ້ວ. ພວກ​ນັກ​ເຄື່ອນ​ໄຫວຂອງກຸ່ມ​ຕໍ່ສູ້ ກ່າວ​ວ່າ
ລັດຖະບານ​ໄດ້​ຖິ້ມ​ຖັງ​ລະ​ເບີດ​ ໃສ່​ພົນລະ​ເຮືອນ.

ສະຫະ​ປະຊາ​ຊາດ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 1 ​ແສນ​ຄົນ ​ໄດ້​ຖືກ​ສັງຫານ ​ໃນ​ໄລຍະ​ເກືອບ 3 ປີ
ຂອງ​ການ​ປະ​ທະ​ກັນ ລະຫວ່າງ ຝ່າຍ​ຕໍ່ຕ້ານ ​ແລະ​ລັດຖະບານ​ຊີ​ເຣຍ.

SYRIA VIOLENCE
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG