ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ ຊີເຣຍ ຜູ້ໂຈມຕີເມືອງ Bavaria ເຄີຍຮັບ ການປິ່ນປົວ ສຸຂະພາບຈິດ ມາກ່ອນ


ຕຳຫຼວດ ຢືນຢູ່ນອກບ່ອນທີ່ຜູ້ຊາຍອົບພະຍົບຊາວ ຊີເຣຍ ອາຍຸ 21 ປີໄດ້ຂ້າແມ່ຍິງດ້ວຍພ້າໂຕ້ ແລະ ເຮັດໃຫ້ຄົນ
ອື່ນໆອີກ 2 ຄົນໄດ້ຮັບບາດເຈັບໃນເມືອງ Reutlingen, ເຢຍລະມັນ. 24 ກໍລະກົດ, 2016.
ຕຳຫຼວດ ຢືນຢູ່ນອກບ່ອນທີ່ຜູ້ຊາຍອົບພະຍົບຊາວ ຊີເຣຍ ອາຍຸ 21 ປີໄດ້ຂ້າແມ່ຍິງດ້ວຍພ້າໂຕ້ ແລະ ເຮັດໃຫ້ຄົນ ອື່ນໆອີກ 2 ຄົນໄດ້ຮັບບາດເຈັບໃນເມືອງ Reutlingen, ເຢຍລະມັນ. 24 ກໍລະກົດ, 2016.

ຜູ້ຍົກຍ້າຍຖິ່ນຖານຊາວ ຊີເຣຍ ອາຍຸ 27 ປີ ທີ່ໄດ້ລະເບີດຕົນເອງຕາຍ ແລະ ເຮັດໃຫ້ຄົນ ອື່ນໆໄດ້ຮັບບາດເຈັບໃນເມືອງ Bavarian ໃກ້ໆກັບ Nuremberg ນັ້ນ ເຄີຍໄດ້ຮັບການ ປິ່ນປົວທາງດ້ານສຸຂະພາບຈິດມາແລ້ວ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ເຢຍລະມັນ.

12 ຄົນໄດ້ຮັບບາດເຈັບ, 3 ຄົນສາຫັດ ໃນການລະເບີດທີ່ຜູ້ຊາຍຄົນດັ່ງກ່າວໄດ້ກະທຳ ໃນວັນອາທິດວານນີ້ ຫຼັງຈາກລາວໄດ້ຖືກປະຕິເສດບໍ່ໃຫ້ເຂົ້າໃນງານສະແດງດົນຕີທີ່ເມືອງ Ansbach.

ປະຊາຊົນຫຼາຍກວ່າ 2000 ຄົນ ໄດ້ອົບພະຍົບອອກຈາກງານດັ່ງກ່າວຫຼັງຈາກລະເບີດໄດ້ ແຕກຂຶ້ນ.

ແຮງດົນໃຈຂອງຜູ້ໂຈມຕີນັ້ນຍັງບໍ່ມີຄວາມກະຈ່າງແຈ້ງເທື່ອ.

ເມືອງ Ansbach, ເຢຍລະມັນ.
ເມືອງ Ansbach, ເຢຍລະມັນ.

ທ່ານ Michael Schrotberger ໂຄສົກຫ້ອງການຂອງໄອຍະການໃນເມືອງ Ansbach ກ່າວວ່າ “ບໍ່ວ່າມັນຈະມີການເຊື່ອມຕໍ່ກັບພວກຫົວຮຸນແຮງອິສລາມ ຫຼື ບໍ່ ກໍຕາມ ແຕ່ໃນ ເວລານີ້ມັນກໍມີແຕ່ພຽງການສັນນິຖານຊື່ໆ.”

ລັດຖະມົນຕີກະຊວງພາຍໃນຂອງພາກພື້ນ ທ່ານ Joachim Herrmann ກ່່າວວ່າ “ມັນ ເປັນໂສກເສົ້າ, ນີ້ແມ່ນການໂຈມຕີທີ່ຮ້າຍແຮງຄັ້ງໃໝ່ ເຊິ່ງແນ່ນອນຈະເພີ່ມຄວາມບໍ່ ສະບາຍໃຈໃຫ້ກັບປະຊາຊົນ.” ບັນດາເຈົ້າໜ້າທີ່ກ່າວວ່າ ຜູ້ຊາຍຄົນດັ່ງກ່າວໄດ້ພະຍາ ຍາມທີ່ຈະຂ້າໂຕຕາຍ 2 ເທື່ອແລ້ວ ກ່ອນການລະເບີດໃນວັນອາທິດວານນີ້.

ລາວໄດ້ຖືກປະຕິເສດການຂໍລີ້ໄພໃນປີກາຍນີ້, ແຕ່ໄດ້ຖືກອະນຸຍາດໃຫ້ຢູ່ໃນ ເຢຍລະມັນ ຍ້ອນການຕໍ່ສູ້ທີ່ກຳລັງດຳເນີນຢູ່ໃນປະເທດ ຊີເຣຍ.

ອົບພະຍົບຫຼາຍກວ່າລ້ານຄົນ ໄດ້ເດີນທາງເຂົ້າ ເຢຍລະມັນ ໃນປີທີ່ຜ່ານມາ, ເຊິ່ງຫຼາຍ ຄົນໄດ້ສ່ຽງຊີວິດຂ້າມນ້ຳໃນທະເລ ເມດີເຕເຣເນ ເພື່ອຊອກຫາຊີວິດທີ່ດີກວ່າໃນ ເຢຍລະ ມັນ ແລະ ປະເທດອື່ນໆໃນ ຢູໂຣບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG