ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທະຫານ ​ຊີ​ເຣຍ​​ ບຸກໂຈມຕີ​ ເພື່ອ​ເຂົ້າຍຶດ​ ເມືອງ​ Qusair


ພວກ​ຕໍ່ຕ້ານລັດຖະບານ​ ພາກັນ​ສູ້​ລົບ ​ຮັກສາ​ບໍ່​ໃຫ້ເມືອງ Qusair ​ແຕກ ເພື່ອ​ປ້ອງ​ກັນ​​ເສັ້ນ​ທາງ​ຂົນ​ສົ່ງຂອງ​ຕົນ​ ໄປ​ສູ່ Lebanon.
ພວກ​ຕໍ່ຕ້ານລັດຖະບານ​ ພາກັນ​ສູ້​ລົບ ​ຮັກສາ​ບໍ່​ໃຫ້ເມືອງ Qusair ​ແຕກ ເພື່ອ​ປ້ອງ​ກັນ​​ເສັ້ນ​ທາງ​ຂົນ​ສົ່ງຂອງ​ຕົນ​ ໄປ​ສູ່ Lebanon.
ພວກນັກ​ເຄື່ອນ​ໄຫ​ວຕໍ່ຕ້ານລັດຖະບານຊີ​ເຣຍກ່າວ​ວ່າ ທະຫານ
​ຊີ​ເຣຍທໍາ​ການ​ຍິງ​ປືນ​ໃຫຍ່ໂຈມຕີ​ຢ່າງ​ໜັກທີ່​ສຸດ ​ໃນ​ການ​ຕໍ່ສູ້
ກັນມາ​ເປັນ​ເວລາ​ນຶ່ງ​ອາທິດ​ເພື່ອ​ຈະ​ຍຶດ​ເອົາເມືອງ​ Qusair ທີ່​
ເປັນ​ເມືອງຍຸດ​ທະ​ສາດ​ນັ້ນ ຄືນຈາກ​ພວກ​ນັກ​ລົບ​ຕໍ່ຕ້ານລັດ
ຖະບານ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ນິຍົມ​ພວກ​ຕໍ່ຕ້ານ ກ່າວ​
ໃນ​ວັນ​ເສົາ​ມື້​ນີ້​ວ່າ ການ​ຍິງ​ປືນ​ໃຫຍ່​ແລະ​ຈະ​ຫຼວດ​ໂຈມ​ຕີ​ເສັ້ນ
ທາງ​ສາຍ​ສຳຄັນໆຂອງເມືອງ​ດັ່ງກ່າວ ​ແມ່ນໜັກໜ່ວງ​ທີ່​ສຸດ
ນັບ​ຕັ້ງ​ແຕ່ທະຫານ​ລັດຖະບານເລີ້ມ​ບຸກໂຈມ​ຕີ​ໃນວັນ​ອາ​ທິດ
​ແລ້ວ​ນີ້.

ພວກ​ຕໍ່ຕ້ານລັດຖະບານ​ພາກັນ​ສູ້​ລົບ​ຮັກສາ​ບໍ່​ໃຫ້ເມືອງ Qusair ​
ແຕກເພື່ອ​ປ້ອງ​ກັນເສັ້ນທາງ​ຂົນ​ສົ່ງຂອງ​ຕົນ​ໄປ​ສູ່ Lebanon.

​ການ​ໂຈມ​ຕີເມືອງ Qusair ​ໃນ​ວັນ​ເສົາ​ມື້ນີ້ ​ໂດຍ​ທະຫານ​ຊີ​ເຣຍ ​
ແລະ ພວກ​ນັກ​ລົບຂອງກຸ່ມ Hezbollah ທີ່​ມາ​ຈາກ​ Lebanon ​
ໄດ້ເກີດຂື້ນກ່ອນ​ກໍານົດການ​ຖະ​ແຫລ​ງ​ຂອງ​ຫົວໜ້າກຸ່ມHezbollah ທ່ານ Hassan Nasrallah.

ການ​ກ່າວ​ຄໍາ​ປາ​ໄສທີ່​ວ່າ​ນີ້ ​ແມ່ນ​ເປັນ​ຂີດໝາຍ​ຄົບ​ຮອບທີ່ອິສຣາ​ແອ​ລ ​ໄດ້ຖອນ​ອອກ​ຈາກ
Lebanon ​ໃນ​ປີ 2000. ວັນ​ຄົບຮອບ​ປະ​ຈໍາປີດັ່ງກ່າວ​ນີ້ ​ໄດ້​ມີ​ການສະເຫລີ​ມສະຫຼອງໃນ
​ແຕ່ລະ​ປີ ​ເພື່ອ​ເປັນ​ສັນ​ຍາ​ລັກຂອງໄຊຊະນະທີ່​ຍິ່ງ​ໃຫຍ່​ທາງ​ທະຫານ.
XS
SM
MD
LG