ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

IS ທຳລາຍຢ່າງ​ຮ້າຍ​ແຮງ ວັດ​​ບູຮານອີກ​ແຫ່ງ​ນຶ່ງ ​ຢູ່​ໃນ​ເມືອງປະຫວັດສາດ​ Palmyra

Britaniya - Mançesterdəki bomba hücumu qurbanının dəfn mərasimi

Britaniya - Mançesterdəki bomba hücumu qurbanının dəfn mərasimi

ພວກ​ລັດ​ອິສລາມ ​ໄດ້​ທຳລາຍ​ວັດເກົ່າ​ແກ່​ບູຮານອີກ​ແຫ່ງ​ນຶ່ງ
ຢ່າງ​ຮ້າຍ​ແຮງ ​ຢູ່​ໃນ​ເມືອງປະຫວັດສາດ​ Palmyra ຂອງ​ຊີ​ເຣຍ
ອີງ​ຕາມ​ບັນດາ​ນັກ​ເຄື່ອນ​ໄຫວ.

ອົງການ​ສິງ​ຊອມ​ສິດທິ​ມະນຸດໃນ​ຊີ​ເຣຍ ທີ່​ມີ​ຫ້ອງການ​ຕັ້ງຢູ່​ໃນ
​ອັງກິດ ​ໄດ້​ອ້າງ​ອີງ​ເຖິງ​ບັນດາ​ຜູ້​ເຫັນ​ເຫດການ ​ໃນ​ເມືອງ
Palmyra ທີ່​ກ່າວ ​ໃນ​ວັນ​ອາທິດ​ວານ​ນີ້ ​ວ່າ ພວກ​ຫົວ​ຮຸນ​ແຮງ
​ໄດ້​ໃຊ້​ລະ​ເບີດຈຳນວນ​ນຶ່ງ ຕໍ່​ວັດ Bel ທີ່​ມີ​ອາຍຸ​ໄດ້​ເກືອບ
2,000 ປີ ນັ້ນ.

ຜູ້​ເຫັນ​ເຫດການ​ຄົນ​ນຶ່ງ ກ່າວ​ວ່າ ພຽງ​ແຕ່​ຝາ​ເທົ່າ​ນັ້ນ ທີ່​ຍັງເຫຼືອຢູ່.

ພວກ​ລັດ​ອິສລາມ ​ໄດ້​ນຳເອົາ​ຮູບ​ພາບ​ຕ່າງໆ ​ເຜີຍ​ແຜ່ລົງ​ ໃນ​ສື່​ສັງຄົມ ​ເມື່ອ​ອາທິດ​ແລ້ວ​ນີ້
ທີ່​ສະ​ແດງ​ໃຫ້​ເຫັນ ພວກ​ຫົວ​ຮຸນ​ແຮງ ກຳລັງ​ທຳລາຍ ວັດ Palmyra ​ບູຮານ​ອີກ​ແຫ່ງ​ນຶ່ງ ທີ່​
ມີຊື່ວ່າ Baal Shamin. ອົງການ​ວັດທະນະທຳ ຂອງສະຫະ​ປະຊາ​ຊາດ ​ເອີ້ນ​ການ​ກະທຳ​
ນັ້ນວ່າ ​ເປັນ​ອາ​ຊະ​ຍາ​ກຳ ສົງຄາມ.

ພາບຂອງວັດ Baal Shamin ທີ່ຕັ້ງຢູ່ດ້ານຫຼັງ ລະຫວ່າງກາງເສົາ Corinthian ຢູ່ໃນເມືອງບູຮານ Palmyra, ປະເທດຊີເຣຍ.
ພາບຂອງວັດ Baal Shamin ທີ່ຕັ້ງຢູ່ດ້ານຫຼັງ ລະຫວ່າງກາງເສົາ Corinthian ຢູ່ໃນເມືອງບູຮານ Palmyra, ປະເທດຊີເຣຍ.

ອົງການ​ສິ້ງຊອມ​ໃນ​ຊີ​ເຣຍ ກ່າ​ວວ່າ ພວກລັດອິສລາມ ​ໄດ້​ຕັດ​ຫົວ
ອະດີດ​ຜູ້ອຳ​ນວຍ​ການ​ ວັດຖຸບູຮານ ທ່ານ Khaled Asaad ​ແລະ
​ໄດ້​ນຳ​ເອົາ​ຊາກ​ສົບ​ຂອງ​ຜູ້ກ່ຽວ ​ເປີດ​ເຜີຍ​ຕໍ່​ສາທາລະນະ.

ລັດ​ອິສລາມ​ໄດ້​ຢຶດ​ເອົາ​ເມືອງ Palmyra ​ໃນ​ເດືອນ​ພຶດສະພາ
ຜ່ານ​ມາ ​ແລະ ບັນດາ​ນັກ​ປະຫວັດສາດ ​ໄດ້​ສົ່ງ​ຄຳ​ເຕືອນ​ອອກ​ໄປ
​ຫາ​ໂລກ​ໃນ​ທັນທີ. ພວກ​ຫົວ​ຮຸນ​ແຮງ ​ເອີ້ນ​ວັດຖຸບູຮານ ​ທີ່​ຕີ​ລາຄາ
​ບໍ່​ໄດ້ ​ແລະ ຮູບ​ປັ້ນຕ່າງໆ​ເຫຼົ່າ​ນັ້ນ ວ່າ ​ເປັນ​ການ​ດູ​ໝິ່ນສາສະໜາ.

ພວກ​ເຂົາ ຍັງ​ໄດ້​ທຳລາຍ ສະຖານ​ທີ່​ປະຫວັດ​ສາດ ຫຼາຍ​ແຫ່ງ
​ຢູ່​ໃນ​ອີຣັກ.

​ແຕ່​ອົງການ​ນັ້ນ ກ່າວອີກ​ວ່າ ພວກ​ລັດ​ອິສລາມ ​ໄດ້​ຂາຍ​ສິ່ງ​ບູຮານ​ຈຳນວນ​ນຶ່ງ ​ເພື່ອ​ລະດົມ​ເງິນ​ທຶນ. ອົງການນີ້ກ່າວ​ວ່າ ​ແທ້​ຈິງ​ແລ້ວ ພວກ​ຫົວ​ຮຸນ​ແຮງ ​ແມ່ນ​ໄດ້​ທຳລາຍອັນ​ທີ່​ເປັນຂອງ​ ຈຳ​ລອງ ​ແລະ ​ເປັນ​ຂອງທຽມ ​ໃນ​ບາງ​ວີ​ດີ​ໂອ​ ທີ່​ໄດ້ສະ​ແດງ​ໃຫ້​ເຫັນ ວ່າ ພວກ​ເຂົາກຳລັງ​ທັບ​ຖິ້ມງານສິລະ​ປະກຳ ຕ່າງໆ​ນັ້ນ.

XS
SM
MD
LG