ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກກະບົດ ສັງຫານ ທະຫານ 23 ຄົນ ໃນຊີເຣຍ


ພວກກະບົດກໍາລັງຊ່ວຍເຫລຶອຜູ້ໄດ້ຮັບບາດເຈັບ ຈາກການປະທະກັນກັບ ທະຫານ
ລັດຖະບານ ທີ່ເມຶອງ Rustan, Syria.
ພວກກະບົດກໍາລັງຊ່ວຍເຫລຶອຜູ້ໄດ້ຮັບບາດເຈັບ ຈາກການປະທະກັນກັບ ທະຫານ ລັດຖະບານ ທີ່ເມຶອງ Rustan, Syria.

ບັນດາ​ນັກ​ເຄື່ອນໄຫວ ກ່າວ​ວ່າ ພວກ​ກະບົດ​ໄດ້​ສັງຫານທະຫານ 23 ຄົນ ​ໃນ
​ການ​ປະ​ທະ​ກັນໃກ້ໆ​ກັບ​ເມືອງ Rastan ຊຶ່ງ​ເປັນວັນ​ທີ່​ໄດ້​ຮັບ ຄວາມ​ເສຍ​ຫາຍ ​
ຮ້າຍ​ແຮງ​ສຸດ​ມື້​ນຶ່ງ ຂອງ​ກໍາລັງທະຫານ​ຝ່າຍ​ລັດຖະ ບານໃນການລຸກ​ຮື​ຂື້ນ​ຕໍ່​ຕ້ານ​
ລັດຖະບານ​ເປັນ​ເວລາ 14 ​ເດືອນ​ທີ່​ຜ່ານ​ມາຢູ່​ໃນ​ຊີ​ເຣຍ.

ການ​ສູ້​ລົບ​ໄດ້​ເກີດ​ຂື້ນ ຫລັງ​ຈາກ​ເມືອງ​ນຶ່ງ​ທີ່ຕັ້ງຢູ່​ທາງ​ເໜືອ​ຂອງ​ເມືອງ Homs
ປະມານ 25 ກິ​ໂລ​ແມັດ ​ໄດ້​ຖືກ​ທະຫານ​ຊີ​ເຣຍຍິງ​ໂຈມ​ຕີ​ຢ່າງ​ໜັກ​. ມີ​ປະຊາຊົນຈໍາ​
ນວນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ​ແລະ​ລົດ​ທະຫານຫຼາຍ ຄັນ ​ໄດ້ຖືກທໍ​າລາຍ​ໃນ​ລະຫວ່າງ​
ການ​ປະ​ທະ​ກັນ.

ການ​ສູ້ລົບ​ໃນ​ຄັ້ງນີ້ ຍັງໄດ້ສ້າງ​ຄວາມ​ເສຍ​ຫາຍ​ເພີ່ມ​ຕື່ມ​ໃຫ້​ແກ່​ສັນຍາ​ຢຸດ​ຍິງທີ່​ມີ​ມາ
​ໄດ້​ນຶ່ງ​ເດືອນ​ ຊຶ່ງ​ໄດ້ເກີດຄວາມ​ເຄັ່ງ​ຕຶງຂຶ້ນຍ້ອນ​ມີ​ການ​ປະ ທະ​ກັນ​ຕະຫຼອດມາ​ລະ
ຫວ່າງ​ພວກ​ກະບົດ​ແລະ​ທະຫານ​ລັດຖະບານ​ແລະ ການ​ໂຈມ​ຕີ​ພົນລະ​ເຮືອນ ໂດຍ
ທະຫານ​ຊີ​ເຣຍ. ບັນດາຜູ້​ສັງ​ເກດ​ການ​ຂອງສະຫະ​ປະຊາ​ຊາດເກືອບ 200 ຄົນຢູ່​ໃນ
ຊີ​ເຣຍ ກໍາລັງ​ພາກັນພະ ຍາຍາມຫາ​ທາງ​ລະ​ງັບ​ຄວາມ​ຮຸນ​ແຮງ.

ສະຫະລັດ ຢູ​ໂຣບ ​ແລະ​ບັນດາ​ປະ​ເທດ​ອາຣັບ ໃນ​ຂົງ​ເຂດ​ອ່າວເປີ​ເຊຍ ຢາກ​ໃຫ້​
ປະທານ​າທິບໍດີຊີ​ເຣຍ ທ່ານ Bashar al-Assad ລາ​ອອກ​ຈາກ​ຕໍາ​ແໜ່​ງ ​ແຕ່​ວ່າ
ຣັດ​ເຊຍ ຊຶ່ງ​ເປັນພັນທະ​ມິດຂອງ​ທ່ານ​ໄດ້​ກີດ​ກັ້ນ ​ການ​ເອົາ​ມາດ​ຕະການ​ໜັກ​ຂຶ້ນ
ຕໍ່​ຊີເຣຍ ຢູ່ໃນ​ສະພາ​ຄວາມໝັ້ນຄົງ​ຂອງ​ ອົງການສະຫະ​ປະຊາ​ຊາດ.

ຮອງ​ລັດຖະມົນຕີ​ກະ​ຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Gennady Gatilov
​ໄດ້ກ່າວ​ປ້ອງກັນ​ກາ​ນຈັດສົ່ງ​ອາ​ວຸດໄປໃຫ້​ຊີ​ເຣຍ ຕໍ່ການ​ຕິ ຕຽນ​ຂອງ​ປະ​ເທດ​
ຕາ​ເວັນ​ຕົກໂດຍກ່າວ​ວ່າ ກໍາລັງ​ຂອງ​ລັດຖະບານຈຳ ​ເປັນ​ຕ້ອງ​ໄດ້​ປ້ອງ​ກັນ​ຕົນ​ເອງ​
ຈາກ​ພວກ​ກະບົດ ທີ່​ໄດ້​ຮັບ​ອາ​ວຸດ​ຈາກ​ຕ່າງປະ​ເທດນັ້ນ.

ທີ່​ກຸ​ງບຣັສເຊີລສ ໃນ​ວັນ​ຈັນວານ​ນີ້ ສະຫະພາບ​ຢູ​ໂຣບໄດ້ຕໍ່​ອາຍຸ​ການ ຫ້າມ​ອອກ​
ວິຊ່າ ​ແລະການ​ກັກ​ຊັບ​ສິນ ຕໍ່​ບຸກຄົນ​ໃໝ່ອີກ​ສາມ​ຄົນແລະ 2 ບໍລິສັດ ​ທີ່​ພົວພັນ​ກັບ
ລັດຖະບານ​ຊີ​ເຣຍ. ປັດ​ຈຸ​ບັນ​ນີ້ ບັນ​ຊີລາຍ​ຊື່ການ​ລົງ​ໂທດ​ຂອງສະຫະພາບຢູ​ໂຣບ
​ແມ່ນຮວມ​ທັງພວກ​ສະໜັບສະໜຸນ​ທ່ານ Assad 128 ຄົນ ​ພ້ອມ​ທັງ 43 ບໍລິສັດ ​
ທະນາຄານ ​ແລະອົງ ການຈັດ​ຕັ້ງ​ຕ່າງໆຂອງ​ຊີ​ເຣຍ.

XS
SM
MD
LG