ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫຼາຍສິບຄົນ ເສຍຊີວິດ ໃນການປະທະກັນ ຢູ່ຊີເຣຍ (ສະໄລດ໌)


ທ່ານ Paulo Pinheiro ນັກການທູດ​ຊາວບຣາຊີລ ​ລາຍງານ​ຕໍ່ ສະພາ​ສິດທິ​ມະນຸດຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ນະຄອນເຈ​ນີວາ ກ່ຽວກັບສະຖານນະການໃນຊີເຣຍ, ວັນທີ 17 ກັນຍາ 2012.
ທ່ານ Paulo Pinheiro ນັກການທູດ​ຊາວບຣາຊີລ ​ລາຍງານ​ຕໍ່ ສະພາ​ສິດທິ​ມະນຸດຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ນະຄອນເຈ​ນີວາ ກ່ຽວກັບສະຖານນະການໃນຊີເຣຍ, ວັນທີ 17 ກັນຍາ 2012.
ນັກ​ເຄື່ອນ​ໄຫ​ວຊີ​ເຣຍ ກ່າວ​ວ່າ ການ​ປະ​ທະ​ກັນ​ລະຫວ່າງ ທະຫານ
ລັດຖະບານ ​ແລະ​ກໍາລັງ​ຂອງ​ພວກ​ກະບົດ ​ໄດ້​ສັງຫານ​ຫລາຍ​ສິບ​
ຄົນ ​ໃນ​ວັນ​ຈັນວານ​ນີ້ ຊຶ່ງໄດ້​ເນັ້ນ​ໃຫ້​ເຫັນ ຢູ່​ໃນລາຍ​ງານ​ສະບັບ
ໃໝ່​ຂອງ ສະຫະ​ປະຊາ​ຊາດ ທີ່​ຕິຕຽນ​ທັງ​ສອງ​ຝ່າຍ ​ໃນ​ການ​ເພີ້​ມ
ທະວີ​ຈໍານວນ​ການ​ໂ​ຈມຕີ​ຕໍ່​ພົນລະ​ເຮືອນ.

ຫ້ອງການ​ສັງ​ເກດ​ການ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ລາຍ​ງານ​ວ່າ ການ​ປະ​ທະ​ກັນ​ສ່ວນ​ໃຫຍ່ ​ເກີດຂື້ນ​ທີ່​ພາກ​ເໜືອ ແຕ່​ລາຍ​ງານ​ກ່ຽວ​ກັບ​ສັງຫານ​ ແມ່ນ​ມາ​ຈາກທັງ​ສອງ​ພາກ ຄື​ທັງພາກ​ເໜືອ ​ແລະ​ພາກ​ໃຕ້​ຂອງຊີ​ເຣຍ.

ໃນ​ຂະນະ​ທີ່​ການ​ກ່າວ​ອ້າງ ​ໂດຍ​ກຸ່ມ​ສິ້ງຊອມ​ສິດທິ​ມະນຸດທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ອັງ ກິດບໍ່ສາມາໄດ້​ຮັບ​ການຢືນ​ຢັນ​ຈາກ​ອົງການ​ຂ່າວ​ອິດສະຫຼະ​ໄດ້ ​ແຕ່ບັນດາ​ຜູ້ສື​ບ ສວນ​ຂອງອົງການ​ສະຫະ​ປະຊາ​ຊາດ ກໍ​ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ບັນທຶກການກໍ່​ຄວາມ​ຮຸນ​ແຮງ​ຕໍ່​ພົນ​ລະ​ເຮືອນທີ່​ມີ​ເພີ້ມ​ຂຶ້ນ ​ໃນບັນຫາ​ຂັດ​ແຍ້​ງທີ່​ດຳ​ເນີນ​ມາ​ເປັນ​ເວ ລາ 18 ​ເດືອນ​ ລະ​ຫວ່າງກໍາລັງ​ຂອງປະທານາທິບໍດີ Bashar al-Assad ​ແລະ​ຝ່າຍ​ຕົງ​ກັນ​ຂ້າມ.


ທ່ານ Paulo Pinheiro ປະທານ ທີ່​ເປັນ​ຄົນ​ຊາວບຣາຊີນ ​ຊຶ່ງ​ເປັນ​ຜູ້​ນໍາພາ​ຄະນະ​ກໍາມະການສືບສວນ ​ໄດ້​ກ່າວ​ຕໍ່ສະພາ​ສິດທິ​ມະນຸດຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ​ນະຄອນເຈ​ນີວາວ່າ “ການ​ລະ​ເມີດ​ສິດທິ​ມະນຸດ​ຢ່າງຮ້າຍແຮງ​” ​ແມ່ນ​ເກີດ​ຂຶ້ນ​ເລື້ອຍໆ ທີ່​ທີມງານ​ຂອງ​ທ່ານ​ບໍ່​ສາມາດ​ສືບສວນ​ໄດ້​ທັງ​ໝົດ.

ລາຍ​ງານ​ຂອງຄະນະ​ກໍາມະການ​ຊຶ່ງ​ສຳ​ເລັດເສັດສິ້ນ​ໃນ​ເດືອນແລ້ວ​ນີ້ ກ່າວ​ວ່າ ​ໃນ​ຂະນະ​ທີ່ທັງຝ່າ​ຍລັດຖະບານ ​ແລະກໍາລັງ​ຕໍ່ຕ້ານ ​ໄດ້​ພາກັນ​ກໍ່ອາ​ຊະ​ຍາ​ກຳ ​ສົງຄາມຂຶ້ນ ​ແຕ່​ການ​ລ່ວງ​ລະ​ເມີດ​ຂອງ​ກໍາລັງ​ຝ່າຍ​ຄ້ານ ບໍ່​ໄດ້ມີ “ນໍ້າໜັກ, ຄວາມ​ຮ້າຍ​ແຮງ ​ແລະ​ຂອບ​ເຂດ” ຂອງ​ການ​ລ່ວງ​ລະ​ເມີດ​ທີ່ໄດ້​ດຳ​ເນີນ​ໂດຍ
ຝ່າ​ຍລັດຖະບານ. ​
XS
SM
MD
LG