ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອ້າຍຂອງເດັກຊາຍ ຊີເຣຍ ຜູ້ທີ່ໄດ້ຮັບບາດເຈັບ ໄດ້ເສຍຊີວິດແລ້ວ


ຮູບພາບນີ້ ໄດ້ມາຈາກພາບວິດີໂອ ສະໜອງໃຫ້ໂດຍ ສູນກາງ
ສື່ມວນຊົນ ອາແລັບໂປ ຂອງກຸ່ມນັກເຄື່ອນໄຫວຕໍ່ຕ້ານລັດ
ຖະບານ ຊີເຣຍ . ເດັກນ້ອຍຄົນໜຶ່ງ ນັ່ງຢູ່ລົດພະຍາບານ ຫຼັງ
ຈາກໄດ້ຖືກດຶງອອກມາຈາກຕຶກທີ່ຖືກໂຈມຕີທາງອາກາດໃນ
ເມືອງ ອາແລັບໂປ, ຊີເຣຍ. 17 ສິງຫາ, 2016.
ຮູບພາບນີ້ ໄດ້ມາຈາກພາບວິດີໂອ ສະໜອງໃຫ້ໂດຍ ສູນກາງ ສື່ມວນຊົນ ອາແລັບໂປ ຂອງກຸ່ມນັກເຄື່ອນໄຫວຕໍ່ຕ້ານລັດ ຖະບານ ຊີເຣຍ . ເດັກນ້ອຍຄົນໜຶ່ງ ນັ່ງຢູ່ລົດພະຍາບານ ຫຼັງ ຈາກໄດ້ຖືກດຶງອອກມາຈາກຕຶກທີ່ຖືກໂຈມຕີທາງອາກາດໃນ ເມືອງ ອາແລັບໂປ, ຊີເຣຍ. 17 ສິງຫາ, 2016.

ພວກນັກເຄື່ອນໄຫວທີ່ຕໍ່ຕ້ານຣັດຖະບານຊີເຣຍກ່າວວ່າ ອ້າຍຂອງເດັກຊາຍຊີເຣຍ ທີ່ໄດ້ ຮັບບາດເຈັບແລະໄດ້ຮັບຄວາມສົນໃຈຈາກນາໆຊາດນັ້ນ ໄດ້ເສຍຊີວິດແລ້ວ.

ອົງການສິ້ງຊອມສິດທິມະນຸດຂອງຊີເຣຍທີ່ມີສູນກາງຕັ້ງຢູ່ປະເທດອັງກິດກ່າວວ່າ Ali Daqneeshອາຍຸ 10 ປີ ໄດ້ເສຍຊີວິດໃນມື້ກ່ອນ ຍ້ອນບາດແຜທີ່ໄດ້ຮັບມາຈາກການ ໂຈມຕີທາງອາກາດຄັ້ງດຽວກັນກັບການໂຈມຕີໃສ່ຄຸ້ມທີ່ພວກກະບົດຄວບຄຸມຢູ່ໃນ ອາແລັບໂປ.

ຮູບພາບທີ່ໜ້າຢ້ານກົວຂອງພວກນັກເຄື່ອນໄຫວຊີເຣຍທີ່ຖືກນຳເຜີຍແຜ່ ສະແດງໃຫ້ເຫັນ ວ່າ ທ້າວ Omron Daqneesh ອາຍຸ 5 ປີ ທີ່ລອດຊີວິດມາໄດ້ຈາກຕຶກທີ່ຖືກທຳລາຍບາງ ສ່ວນ ລຸນຫຼັງການໂຈມຕີທາງອາກາດໃນວັນພຸດແລ້ວນີ້ ໃນເມືອງທາງພາກເໜືອ ຊຶ່ງໄດ້ ມີການສູ້ຮົບກັນຢ່າງໜັກຫວ່າງບໍ່ຫຼາຍອາທິດມໍ່ໆມານີ້.Omron ໄດ້ຮັບການປິ່ນ ແລະ ໄດ້ ອອກຈາກໂຮງໝໍໄປແລ້ວ.

ສະຖານີໂທລະພາບຝ່າຍຄ້ານ​Halab Todayໄດ້ສະແດງໃຫ້ເຫັນຮູບພາບຂອງ ອາລີ ອາຍຸ 10 ປີ ຢູ່ໃນໂຮງໝໍ ເວລາທໍ່ຢາງຕົກອອກຈາກປາກຂອງລາວ ແລ້ວຕໍ່ມາກໍເສຍຊີວິດ ຍ້ອນບາດແຜດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG