ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳລັງຊີເຣຍ ຍຶດເອົາເມືອງ Rabia ຄືນຈາກ ພວກຕໍ່ຕ້ານ ລັດຖະບານ


ແຜນທີ່ຊີເຣຍ
ແຜນທີ່ຊີເຣຍ

ກຳລັງ​ຊີ​ເຣຍ ເຂົ້າຍຶດ​ເອົາ​ເມືອງ Rabia ຄືນ​ມາ​ໄດ້ ​ໃນ​ວັນ​ອາທິດ
​ມື້ນີ້​ ຊຶ່ງ​ເປັນການ​ສືບ​ຕໍ່ໄດ້​ຮັບໄຊຊະນະທີ່​ມີ​ມາ​ເປັນ​ລຳດັບຕໍ່​ພວກ
​ຕໍ່ຕ້ານ​ລັດຖະບານ ​ໃນ​ແຂວງ Latakia ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ
​ເໜືອ​ຂອງ​ປະ​ເທດ.

​ເມືອງ Rabia ຕັ້ງຢູ່​ປະມານ 10 ຫຼັກ​ກິ​ໂລ​ແມັດ ຢູ່​ທາງ​ໃຕ້​ ຂອງ​
ຊາຍ​ແດນ​ເທີກີ​ແລະ​ເປັນ​ນຶ່ງ​ໃນ​ສິບ​ກວ່າ​ເຂດ​ ທີ່​ລັດຖະບານ​ເວົ້າ
​ວ່າ ກຳລັງ​ຂອງ​ຕົນ​ໄດ້​ເຂົ້າ ຄວບ​ຄຸມ​ໃນໄລຍະ​ສອງ​ສາມມື້ຜ່ານ
​ມານີ້.

ກຸ່​ມສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ຊຶ່ງ
​ໄດ້​ຕິດຕາມ​ເບິ່ງຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍນັ້ນກ່າວ​ວ່າ ກຳລັງນິຍົມ​ລັດຖະບານ ​ແມ່ນໄດ້​ຮັບ​
ການສະໜັບສະ​ໜຸນ​ຈາກ​ການ​ໂຈ​ມຕີ​ທາງ​ອາກາດ​ຂອງ​ຣັດ​ເຊຍ​ ​ແລະ​ການ​ຊ່ອຍ​ເຫຼືອທາງ​
ດ້ານ​ຍຸດ​ທະ​ສາດ​ຈາກ​ພວກ​ນາຍ​ທະຫານຣັດ​ເຊຍ.

ສ່ວນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ ຂອງ​ຊີ​ເຣຍ ກຸ່ມ​ສິ້ງຊອມ​ສິດທິ​ມະນຸ​ດດັ່ງກ່າວ ​ແຈ້ງວ່າ ການ​
ໂຈມ​ຕີ​ທາງ​ອາກາດ​ຂອງ​ເຮືອບິນ​ລົບຣັດ​ເຊຍແລະ​ຊີ​ເຣຍ​ ​ໄດ້​ສັງຫານຢ່າງ​ໜ້ອຍ 164 ຄົນ
​ໃນ​ໄລຍະ​ສາມມື້ຜ່ານ​ມານີ້ ທີ່​ແຂວງ Deir Ezzor.

ພວກ​ທີ່​ເສຍ​ຊີວິດ​ແມ່ນ​ຮວມທັງ​ເດັກນ້ອຍ 43 ຄົນ ຢູ່​ໃນ​ສີ່​ເມືອງ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ​ ຍັງແຈ້ງ​ໃຫ້​ຊາບ​ຕື່ມ​ວ່າ ມີ 44 ຄົນ ​ເສຍ​ຊີວິດ ​ໃນ​ການ​
ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ​ແລະ​ຊີ​ເຣຍ ທີ່​ເມືອງ Raqqa ຫົວ​ເມືອງ​ໃນ​ພາກ​ເໜືອຊີ​
ເຣຍທີ່​ຖືກໃຊ້​ເປັນ​ນະຄອນຫຼວງຂອງ​ກຸ່ມ​ລັດ​ອິສລາມ​ນັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

Syria, Islamic State Figure as Key US Election Concerns
please wait

No media source currently available

0:00 0:02:51 0:00

XS
SM
MD
LG