ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາ ສັນຕິພາບ ຊີເຣຍ ເກືອບຈະ ພັງລົງແລ້ວ (ສະໄລດ໌/ວີດີໂອ)


An advertising van with images of Britain's Prime Minister David Cameron and leader of the opposition Labor Party Ed Miliband drives around Parliament Square, central London, May 7, 2015.
An advertising van with images of Britain's Prime Minister David Cameron and leader of the opposition Labor Party Ed Miliband drives around Parliament Square, central London, May 7, 2015.
ການເຈລະຈາສັນຕິພາບ ພາຍໃຕ້ຄວາມອຸບປະຖຳຂອງອົງການ
ສະຫະປະຊາຊາດ ເລີ້ມຂຶ້ນອີກ ໃນວັນເສົາມື້ນີ້ ລະຫວ່າງຄະນະ ຜູ້ແທນຂອງລັດຖະບານຊີເຣຍແລະພວກຕໍ່ຕ້ານລັດຖະບານຊຶ່ງ
ທັງສອງຝ່າຍຕ່າງກໍຍັງຢູ່ຫ່າງໄກກັນຫຼາຍກ່ຽວກັບຄວາມເປັນໄປ
ໄດ້ ໃນການທີ່ຈະບັນລຸການຕົກລົງກັນ ໃດໆກໍຕາມ.

ທ່ານ Lakhdar Brahimi ຜູ້ໄກ່ເກ່ຍ ຂອງອົງການສະຫະປະຊາ
ຊາດໄດ້ພົບປະກັບຜູ້ແທນຂອງທັງສອງຝ່າຍທີ່ນະຄອນເຈນີວາ ໃນການດຳເນີນຄວາມພະຍາຍາມຂັ້ນສຸດທ້າຍເພື່ອກອບກູ້ການ
ເຈລະຈາສັນຕິພາບ ທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ ທ່າມກາງທີ່ມີ
ຄວາມຢ້ານກົວກັນວ່າ ການເຈລະຈາດັ່ງກ່າວນີ້ ອາດຈະພັງທະລາຍລົງນັ້ນ.



ກຸ່ມຕໍ່ຕ້ານລັດຖະບານ ທີ່ໃຫຍ່ທີ່ສຸດໃນຊີເຣຍ ກ່າວໃນມື້ວັນສຸກວານນີ້ວ່າ ການເຈລະຈາ
ສັນຕິພາບກັບລັດຖະບານ ໄດ້ປະສົບກັບທາງຕັນ ຫລັງຈາກ ໄດ້ໂອ້ລົມກັນມາ ເປັນເວລາ ຫລາຍໆມື້ ໂດຍປາສະຈາກຄວາມກ້າວໜ້າໃດໆ.

ທ່ານ Louay Safi ໂຄສົກຂອງພວກຕໍ່ຕ້ານໄດ້ຖິ້ມໂທດໃສ່ອັນທີ່ທ່ານເອີ້ນວ່າ ຄວາມກະ ຫາຍສົງຄາມຂອງລັດຖະບານ. ສ່ວນຮອງລັດຖະມົນຕີຕ່າງປະເທດຊີເຣຍ ທ່ານ Fayssal Mikdad ກ່າວວ່າ ພວກຕໍ່ຕ້ານມີວາຣະການປະຊຸມ ທີ່ເຟີ້ຝັນ ບໍ່ເປັນຈິງ.

ພວກຕໍ່ຕ້ານຢາກໂອ້ລົມກ່ຽວກັບການສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ ທີ່ມີທ່າທາງວ່າ ຈະບໍ່ຮວມທັງປະທານາທິບໍດີ Bashar al-Assad. ສ່ວນຝ່າຍລັດຖະບານກ່າວວ່າ ການ ເພັ່ງເລັງຕ້ອງແມ່ນແນໃສ່ການປາບປາມພວກກໍ່ການຮ້າຍ ຊຶ່ງເປັນຄຳເວົ້າທີ່ລັດຖະບານຊີ ເຣຍໃຊ້ ເວລາກ່າວເຖິງພວກຕໍ່ຕ້ານລັດຖະບານນັ້ນ.

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາກ່າວໃນຕອນແລງວັນສຸກວານນີ້ວ່າ ການ ແກ້ໄຂທາງດ້ານການທູດສຳລັບຊີເຣຍຕ້ອງໄດ້ຊອກຫາໃຫ້ພົບ. ປະທານາທິບໍດີໂອບາມາ ເວົ້າວ່າ ໃນຂະນະທີ່ທ່ານຄິດວ່າການແກ້ໄຂຈະບໍ່ສາມາດບັນລຸກັນ ໃນອະນາຄົດອັນໃກ້ໆ ນີ້ກໍຈິງ ແຕ່ຈະມີການເອົາບາດກ້າວຕ່າງໆເພື່ອທຳການກົດດັນເພີ້ມຂຶ້ນຕໍ່ອຳນາດການປົກ ຄອງຂອງທ່ານ Assad.

Syrian Talks Stagger, Progress Remains Elusive
please wait

No media source currently available

0:00 0:02:23 0:00
ລິງໂດຍກົງ
XS
SM
MD
LG