ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາ ສັນຕິພາບ ຊີເຣຍ ກຳນົດ ສິ້ນສຸດລົງ ໂດຍ ບໍ່ໄດ້ຮັບ ຄວາມກ້າວໜ້າ (ສະໄລດ໌/ວີດີໂອ)


ຫົວໜ້າຄະນະເຈລະຈາ ຂອງພວກຕໍ່ຕ້ານໃນຊີເຣຍ ທ່ານ Hadi al-Bahra (ທີ 2 ຈາກຊ້າຍ) ໂຄສົກຂອງກຸ່ມແນວໂຮມແຫ່ງຊາດ ຊີເຣຍ ທ່ານ Louay Safi (ທີ 2 ຈາກຂວາ) ແລະ ເລຂາທິການ ຂອງກຸ່ມສະພາແຫ່ງຊາດຊີເຣຍ ທ່ານ Badr Jamous (ຂວາ) ເຂົ້າຮ່ວມການເຈລະຈາທີ່ນະຄອນເຈນີວາ (14 ກຸມພາ 2014)
ຫົວໜ້າຄະນະເຈລະຈາ ຂອງພວກຕໍ່ຕ້ານໃນຊີເຣຍ ທ່ານ Hadi al-Bahra (ທີ 2 ຈາກຊ້າຍ) ໂຄສົກຂອງກຸ່ມແນວໂຮມແຫ່ງຊາດ ຊີເຣຍ ທ່ານ Louay Safi (ທີ 2 ຈາກຂວາ) ແລະ ເລຂາທິການ ຂອງກຸ່ມສະພາແຫ່ງຊາດຊີເຣຍ ທ່ານ Badr Jamous (ຂວາ) ເຂົ້າຮ່ວມການເຈລະຈາທີ່ນະຄອນເຈນີວາ (14 ກຸມພາ 2014)
ການເຈລະຈາຮອບຫຼ້າສຸດລະຫວ່າງລັດຖະບານຊີເຣຍແລະພວກ
ຕໍ່ຕ້ານມີກຳນົດທີ່ຈະມ້ວນທ້າຍລົງໃນວັນສຸກມື້ນີ້ໂດຍທີ່ບໍ່ມີຄວາມ
ກ້າວໜ້າໃດໆ ເພື່ອຍຸດຕິສົງຄາມກາງເມືອງ ທີ່ດຳເນີນມາໄດ້ 3 ປີ
ແລ້ວນັ້ນ.

ທັງສອງຝ່າຍ ຍັງສືບຕໍ່ມີຄວາມເຫັນຂັດແຍ້ງກັນ ແມ່ນແຕ່ກ່ຽວກັບ
ວ່າຈະຫາລືກັນໃນເລື່ອງໃດ ໃນກອງປະຊຸມສັນຕິພາບທີ່ນະຄອນ ເຈນີວາຊຶ່ງໄດ້ເລີ້ມຂຶ້ນໃນເດືອນມັງກອນແລ້ວນີ້ແລະຍັງບໍ່ທັນເປັນ
ທີ່ຈະແຈ້ງເທື່ອວ່າ ການເຈລະຈາຮອບທີ 3 ຈະມີຂຶ້ນຫຼືບໍ່.

ຜູ້ໄກ່ເກ່ຍຂອງອົງການສະຫະປະຊາຊາດທ່ານ Lakhdar Brahi-
mi ກ່າວໃນວັນພະຫັດວານນີ້ ຫຼັງຈາກການພົບປະກັບພວກນັກການທູດຈາກຣັດເຊຍແລະ
ສະຫະລັດແລ້ວວ່າ ການເຈລະຈາບໍ່ໄດ້ມີຄວາມກ້າວໜ້າຫລາຍພໍເທົ່າໃດ.

ທ່ານ Brahimi ກ່າວຕື່ມວ່າ “ຄວາມລົ້ມແຫຼວພວມຈ້ອງເບິ່ງ ມາຍັງໜ້າຂອງພວກເຮົາ ສຳ
ລັບອົງການສະຫະປະຊາຊາດແລ້ວ ແນ່ນອນພວກເຮົາຈະບໍ່ປ່ອຍໃຫ້ມີການສຳຫຼວດກວດ ກາເບິ່ງຊ່ອງທາງໃດນຶ່ງຫຼຸດລອດໄປ ຖ້າຫາກວ່າມັນມີຄວາມເປັນໄປໄດ້ໃນ ການທີ່ຈະສ້າງ ຄວາມກ້າວໜ້າ.”



ໃນຕົ້ນອາທິດນີ້ ພວກຕໍ່ຕ້ານລັດຖະບານໄດ້ສະເໜີໃຫ້ສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ
ໃນແຜນການເພື່ອຫລີກລ່ຽງບໍ່ຢາກກ່າວເຖິງປະທານາທິບໍດີຊີເຣຍ ທ່ານ Basharal-Assad.

ຫຼາຍໆຄົນເບິ່ງການເຄື່ອນໄຫວດັ່ງກ່າວນີ້ວ່າເປັນໂອກາດອັນນຶ່ງໃນເມື່ອວ່າພວກຕໍ່ຕ້ານລັດ
ຖະບານໄດ້ຢືນຢັດມາໂດຍຕະຫຼອດວ່າຕົນຈະບໍ່ມີຄວາມພໍໃຈເດັດຂາດ ນອກເໜືອໄປຈາກ ການສະຫຼະອຳນາດຂອງທ່ານ Assad.

ແຕ່ຊີເຣຍໄດ້ປະຕິເສດ ແມ່ນແຕ່ຈະໂອ້ລົມກັນ ກ່ຽວກັບແຜນການດັ່ງກ່າວ ໂດຍເວົ້າວ່າມັນ ເປັນເລື່ອງລົບກວນ ທີ່ຈະໃຫ້ມີການຫັນເຫໄປຈາກການສົນທະນາຫາລື ກ່ຽວກັບການປາບ ປາມພວກກໍ່ການຮ້າຍໃນອັນທີ່ລັດຖະບານຊີເຣຍຖືວ່າ ເປັນຈຸດປະສົງຫຼັກໃນການເຈລະຈາ ກັນນັ້ນ.

ເປັນທີ່ຄາດກັນວ່າ ທ່ານ Brahimi ຈະພົບປະແບບແຍກກັນກັບພວກຜູ້ຕາງໜ້າຂອງລັດຖະ ບານຊີເຣຍ ແລະກຸ່ມຕໍ່ຕ້ານ ໃນວັນສຸກມື້ນີ້.

ນອກນັ້ນແລ້ວໃນວັນສຸກມື້ນີ້ ສະພາຄວາມໝັ້ນຄົງອົງການກສະຫະປະຊາຊາດ ຍັງຈະສືບຕໍ່ ຫາລືກັນກ່ຽວກັບຮ່າງຍັດຕິ ຊຶ່ງຮວມທັງການສະແດງຄວາມເປັນຫ່ວງທີ່ສຸດ ກ່ຽວກັບພົນລະ ເຮືອນທີ່ຖືກປິດລ້ອມໂດຍທະຫານລັດຖະບານຊີເຣຍ.

Syria
please wait
Embed

No media source currently available

0:00 0:01:34 0:00
XS
SM
MD
LG