ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເຈລະຈາ ສັນຕິພາບ ຊີເຣຍ ຈະມີຂຶ້ນ ບໍ່ໄດ້ ໂດຍບໍ່ມີ ພວກຕໍ່ຕ້ານ ເຂົ້າຮ່ວມ (ວີດີໂອ)


ທູດພິເສດນາໆຊາດ ທ່ານ Lakhdar Brahimi
ທູດພິເສດນາໆຊາດ ທ່ານ Lakhdar Brahimi
ທູດພິເສດນາໆຊາດ ທ່ານ Lakhdar Brahimi ໄດ້ທຳການຮ້ອງ
ຮຽນຄັ້ງໃໝ່ຕໍ່ບັນດາກຸ່ມຕໍ່ຕ້ານທີ່ມີການແບ່ງແຍກຂອງຊີເຣຍໃຫ້
ເຂົ້າຮ່ວມກອງປະຊຸມສັນຕິພາບ ທີ່ໄດ້ມີການສະເໜີໄປແລ້ວນັ້ນ.

ໃນການຖະແຫລງທີ່ນະຄອນຫຼວງດາມັສກັສ ໃນວັນສຸກມື້ນີ້ ທ່ານ
Brahimi ກ່າວວ່າມັນຈະເປັນໄປບໍ່ໄດ້ສຳລັບກອງປະຊຸມເຈນີວາ
ທີ່ມີການຄອງຄອຍຖ້າມາເປັນເວລາດົນນານແລ້ວນັ້ນ ມີຂຶ້ນໂດຍ ປາສະຈາກພວກຕໍ່ຕ້ານລັດຖະບານເຂົ້າຮ່ວມ.

ທ່ານ Brahimi ກ່າວວ່າ “ລັດຖະບານຊີເຣຍ ໄດ້ຮັບປະກັນ
ກ່ຽວກັບການເຂົ້າຮ່ວມໃນກອງປະຊຸມນີ້. ພວກຕໍ່ຕ້ານລັດ
ຖະບານ ບໍ່ວ່າຈະເປັນກຸ່ມແນວໂຮມຫລືພັກການເມືອງຕ່າງໆ ແມ່ນພວມຊອກຫາ ຊ່ອງທາງທີ່ຈະມີໜ້າຢູ່ໃນກອງປະຊຸມເຈນີວາ.”


ພວກຕໍ່ຕ້ານລັດຖະບານໄດ້ທວງໃຫ້ປະທານາທິບໍດີ Bashar al-Assad ລາອອກ ກ່ອນທີ່ ພວກເຂົາເຈົ້າຈະເຂົ້າຮ່ວມກອງປະຊຸມສັນຕິພາບຊຶ່ງມີກຳນົດຈະໄຂຂຶ້ນພາຍໃນທ້າຍເດືອນ ນີ້. ທ່ານ Brahimi ກ່າວວ່າ ບັນຫານີ້ ຄົງຈະໄດ້ຮັບການແກ້ໄຂ ພາຍໃນໄລຍະສອງສາມມື້ ຂ້າງໜ້ານີ້.

ກຸ່ມຕໍ່ຕ້ານລັດຖະບານທີ່ສຳຄັນ ຄືກຸ່ມແນວໂຮມແຫ່ງຊາດຈະປະຊຸມກັນໃນອາທິດໜ້າເພື່ອ ຕັດສິນຊີ້ຂາດ ກ່ຽວກັບທ່າທີຂອງຕົນຕໍ່ການເຈລະຈາສັນຕິພາບ. ພວກຕໍ່ຕ້ານອິສລາມບາງ ກຸ່ມທີ່ໄດ້ປະຕິເສດ ຕໍ່ການນຳພາຂອງພວກແນໂຮມໄດ້ເຕືອນວ່າ ເຂົາເຈົ້າຈະຖືວ່າ ພວກທີ່ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວນີ້ ເປັນພວກທີ່ຂາຍຊາດ.

ນອກນັ້ນ ທ່ານ Brahimi ຍັງໄດ້ກ່າວຢໍ້າວ່າ ມັນແມ່ນທ່າທີຂອງອົງການສະຫະປະຊາຊາດ
ທີ່ວ່າອີຣ່ານ ຊຶ່ງເປັນຜູ້ໃຫ້ການສະໜັບສະໜຸນທີ່ສຳຄັນ ແກ່ທ່ານ Assad ນັ້ນ ຈະໄປຮ່ວມ ກອງປະຊຸມດັ່ງກ່າວ.

ຂະນະດຽວກັນມີລາຍງານວ່າ ເຮືອບິນລົບຂອງອິສຣາແອລໄດ້ໂຈມຕີການຂົນສົ່ງລູກສອນ
ໄຟ ທີ່ຄ້າຍທະຫານຊີເຣຍແຫ່ງນຶ່ງໃກ້ໆເມືອງທ່າ Lattakia.

ເຈົ້າໜ້າທີ່ສະຫະລັດທີ່ບໍ່ເປີດເຜີຍຊື່ຄົນນຶ່ງກ່າວໃນວັນພະຫັດວານນີ້ວ່າເປົ້າໝາຍໃນການ ໂຈມຕີທາງອາກາດຂອງອິສຣາແອລ ແມ່ນມີທ່າທາງວ່າ ເປັນລູກສອນໄຟຂອງຣັດເຊຍ ທີ່ ສົ່ງໄປໃຫ້ກຸ່ມຫົວຮຸນແຮງອິສລາມ Hezbollah.

ກຸ່ມຫົວຮຸນແຮງຊີໄອທ໌ ທີ່ມີຖານປະຕິບັດງານ ຢູ່ໃນເລບານອນດັ່ງກ່າວ ໄດ້ຮ່ວມສູ້ລົບຄຽງ ບ່າຄຽງໄຫຼ່ ກັບລັດຖະບານຊີເຣຍ ໃນການເຮັດສົງຄາມກາງເມືອງ ກັບພວກຕໍ່ຕ້ານລັດຖະ
ບານ ຊຶ່ງສ່ວນໃຫຍ່ແລ້ວ ເປັນພວກທີ່ນັບຖືສາສະໜາອິສລາມນິກາຍຊຸນນີ່. ນອກນັ້ນແລ້ວ ກຸ່ມຫົວຮຸນແຮງທີ່ວ່ານີ້ ຍັງທຳການສູ້ລົບກັບອິສຣາແອລນຳດ້ວຍ.

ທັງເຈົ້າໜ້າທີ່ອິສຣາແອລແລະຊີເຣຍຕ່າງກໍບໍ່ໄດ້ໃຫ້ການຢືນຢັນກ່ຽວກັບການໂຈມຕີຕໍ່ຄ້າຍ ທະຫານຊີເຣຍ ຊຶ່ງມີຂຶ້ນໃນຕອນແລງຂອງມື້ວັນພຸດ ຫລືຕອນເຊົ້າ ຂອງມື້ວັນພະຫັດວານນີ້. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າການໂຈມຕີດັ່ງກ່າວນີ້ປະສົບຄວາມສຳເລັດໃນການທຳລາຍ ລູກສອນໄຟຫຼືບໍ່.

ມີລາຍງານວ່າ ອິສຣາແອລໄດ້ໂຈມຕີການສົ່ງລູກສອນໄຟຂອງຣັດເຊຍຫຼືອີຣ່ານຢູ່ໃນຊີເຣຍ ຢ່າງໜ້ອຍ 2 ຄັ້ງ ໃນປີນີ້ ແຕ່ອິສຣາແອລ ບໍ່ເຄີຍໃຫ້ການຢືນຢັນ ກ່ຽວກັບການໂຈມຕີເຫຼົ່ານີ້ ຢ່າງເປັນການເປີດເຜີຍ.

ຊີເຣຍໄດ້ທຳການປະທ້ວງຢ່າງແຂງຂັນຕໍ່ການແຊກແຊງທາງທະຫານຂອງອິສຣາແອລ ແຕ່ ມາຮອດປັດຈຸບັນ ຍັງບໍ່ເຄີຍປະຕິບັດຕາມຄຳຂູ່ຂອງຕົນ ທີ່ຈະຕອບໂຕ້ຄືນນັ້ນ.

SYRIA SOTVO
please wait
Embed

No media source currently available

0:00 0:00:23 0:00
XS
SM
MD
LG