ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍ ຮຽກຮ້ອງ ໃຫ້ຊີເຣຍ ຮ່ວມມື ກັບ ຄະນະສືບສວນ ສປຊ (ສະໄລດ໌/ວີດີໂອ)


ຮູບຈາກຕາໜ່າງຂ່າວ Shaam ທີ່ອອກໃນວັນທີ 22 ສິງຫາ 2013 ສະແດງໃຫ້ເຫັນວ່າ ສົບຫຼາຍໆສົບກຳລັງຖືກຝັງ ໃນພິທີ ສົ່ງສະການ ເມື່ອວັນທີ 21 ສິງຫາ 2013 ຢູ່ໃນເຂດ ຊານເມືອງ ຂອງນະຄອນຫຼວງດາມັສກັສ.
ຮູບຈາກຕາໜ່າງຂ່າວ Shaam ທີ່ອອກໃນວັນທີ 22 ສິງຫາ 2013 ສະແດງໃຫ້ເຫັນວ່າ ສົບຫຼາຍໆສົບກຳລັງຖືກຝັງ ໃນພິທີ ສົ່ງສະການ ເມື່ອວັນທີ 21 ສິງຫາ 2013 ຢູ່ໃນເຂດ ຊານເມືອງ ຂອງນະຄອນຫຼວງດາມັສກັສ.
ຣັດເຊຍ ຮຽກຮ້ອງໃຫ້ຊີເຣຍ ຊຶ່ງເປັນພັນທະມິດຂອງຕົນຈົ່ງໃຫ້
ການຮ່ວມມື ແກ່ພວກນັກຊ່ຽວຊານ ຂອງອົງການສະຫະປະຊາ
ຊາດ ແລະອະນຸຍາດ ໃຫ້ພວກເຂົາເຈົ້າ ດຳເນີນການສືບສວນ ກ່ຽວກັບການກ່າວຫາທີ່ວ່າ ມີການໃຊ້ອາວຸດເຄມີໃກ້ໆນະຄອນ
ຫຼວງດາມັສກັສໃນອາທິດນີ້ໂດຍທະຫານທີ່ຈົງຮັກພັກດີຕໍ່ປະທາ
ນາທິບໍດີ Bashar al-Assad.

ຖະແຫຼງຂ່າວສະບັບນຶ່ງຂອງກະຊວງການຕ່າງປະເທດຣັດເຊຍ
ກ່າວໃນມື້ວັນສຸກມື້ນີ້ວ່າ ລັດຖະມົນຕີການຕ່າງປະເທດຣັດເຊຍ
ທ່ານ Sergei Lavrov ແລະ ລັດຖະມົນຕີການຕ່າງປະເທດສະ
ຫະລັດ ທ່ານ John Kerry ໄດ້ຕົກລົງ ໃນລະຫວ່າງການໂທລະ
ສັບໂອ້ລົມກັນວ່າການກ່າວອ້າງຂອງພວກຕໍ່ຕ້ານຊີເຣຍຄວນຈະໄດ້ຮັບການສືບສວນເບິ່ງ ແບບຍຸຕິທຳ. ນອກນັ້ນແລ້ວ ຣັດເຊຍຍັງເວົ້າວ່າ ພວກຕໍ່ຕ້ານລັດຖະບານຊີເຣຍ ຄວນໃຫ້ ການຄໍ້າປະກັນຕໍ່ຄວາມປອດໄພຂອງຄະນະປະຕິບັດງານສະຫະປະຊາຊາດ.



ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ກ່າວໃນຕອນເຊົ້າວັນ ສຸກມື້ນີ້ວ່າ ການໃຊ້ອາວຸດເຄມີຢູ່ໃນຊີເຣຍ ແມ່ນທໍ່ກັນກັບເປັນການກໍ່ອາດຊະຍາກໍາຕ້ານ ມະນຸດຊາດ ທີ່ຈະພາໃຫ້ມີຜົນຕິດຕາມມາຢ່າງຮ້າຍແຮງ ຖ້າການກ່າວຫາດັ່ງກ່າວຫາກພິ ສູດວ່າເປັນຄວາມຈິງ. ທ່ານເວົ້າວ່າອົງການສະຫະປະຊາຊາດໄດ້ທຳການຮ້ອງຂໍຢ່າງເປັນ ທາງການ ໃຫ້ລັດຖະບານຊີເຣຍ ອະນຸຍາດໃຫ້ ເຈົ້າໜ້າທີ່ ອົງການສະຫະປະຊາຊາດ ທຳ ການ ສືບສວນຢ່າງວ່ອງໄວເບິ່ງບ່ອນທີ່ມີການກ່າວຫາວ່າຖືກໂຈມຕີດ້ວຍອາວຸດເຄມີໃນມື້ ວັນພຸດຜ່ານ ມານີ້. ຊີເຣຍໄດ້ປະຕິເສດຕໍ່ການໃຊ້ອາວຸດເຄມີ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຕໍ່ໂທລະພາບ CNN ວ່າ ເວລານີ້ ພວກເຈົ້າໜ້າທີ່ກຳລັງຮວບຮວມຂໍ້ມູນ ກ່ຽວກັບລາຍງານຂ່າວເຫຼົ່ານີ້. ທ່ານເວົ້າວ່າ ການ ໂຈມຕີທີ່ເປັນໄປໄດ້ ດ້ວຍອາວຸດເຄມີ ຢູ່ໃນຊີເຣຍ ແມ່ນຈະແຈ້ງ ເປັນເລື່ອງໃຫຍ່ ທີ່ສ້າງ ຄວາມວິຕົກກັງວົນເປັນທີ່ສຸດ.

US Cannot 'Conclusively Determine' Chemical Weapons Attack in Syria
please wait

No media source currently available

0:00 0:02:25 0:00
ລິງໂດຍກົງ


ນອກນັ້ນທ່ານໂອບາມາຍັງເວົ້າວ່າ ຈຸດສຳຄັນຂອງຜົນປະໂຫຍດແຫ່ງຊາດຂອງສະຫະລັດ ໃນເວລານີ້ກໍແມ່ນພົວພັນກັບສົງຄາມກາງເມືອງໃນຊີເຣຍເຊັ່ນວ່າ ໃຫ້ເປັນທີ່ແນ່ໃຈວ່າອາ ວຸດທີ່ມີອະນຸພາບຮ້າຍແຮງບໍ່ໄດ້ມີສ່ວນພົວພັນຫຼືນຳໃຊ້ແລະຄວາມຈຳເປັນທີ່ຕ້ອງໄດ້ປົກ ປ້ອງພັນທະມິດຂອງສະຫະລັດ ແລະຖານທັບຕ່າງໆທີ່ຢູ່ໃນຂົງເຂດ.

ພວກຜູ້ນຳຝ່າຍຕໍ່ຕ້ານແລະພວກນັກເຄື່ອນໄຫວໃນຊີເຣຍ ໄດ້ກ່າວຫາລັດຖະບານຊີເຣຍ ວ່າ ໃຊ້ລູກປືນໃຫຍ່ ແລະຈະຫຼວດທີ່ບັນຈຸອາຍພິດ ໂຈມຕີເຂດຄວບຄຸມ ຂອງຝ່າຍຕໍ່ຕ້ານ ລັດຖະບານໃນບໍລິເວນຊານເມືອງຂອງນະຄອນຫລວງດາມັສກັສ. ເຂົາເຈົ້າເວົ້າວ່າ ມີພົນ ລະເຮືອນຫລາຍຮ້ອຍຄົນເສຍຊີວິດ ແລະນຳອອກເຜີຍແຜ່ວີດີໂອທີ່ສະແດງໃຫ້ເຫັນວ່າມີ ສົບພວກຜູ້ໃຫຍ່ແລະເດັກນ້ອຍຈຳນວນຫຼວງຫຼາຍພາກັນນອນລຽນກັນເປັນແຖວຢູ່ກັບພື້ນ ດິນ ໂດຍບໍ່ມີຮ່ອງຮອຍຂອງການບາດເຈັບໃດໆທັງສິ້ນ. ບໍ່ວ່າຈະເປັນຈຳນວນຂອງຜູ້ເສຍ ຊີວິດຫຼືສາເຫດໃນການຕາຍຂອງພວກເຂົາເຈົ້າຍັງບໍ່ສາມາດໄດ້ຮັບການຢືນຢັນຢ່າງເປັນ ອິດສະຫຼະເທື່ອ.
XS
SM
MD
LG