ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ HRW ວ່າ ການໂຈມຕີ ຂອງຊີເຣຍ ລະເມີດ ກົດໝາຍ ນາໆຊາດ (ວີດິໂອ)


ເຮືອບິນລົບຊີເຣຍ ໂຈມຕີເມືອງ Ras al-Ain ໃກ້ໆຊາຍແດນເທີກີ (13 ພະຈິກ 2012)
ເຮືອບິນລົບຊີເຣຍ ໂຈມຕີເມືອງ Ras al-Ain ໃກ້ໆຊາຍແດນເທີກີ (13 ພະຈິກ 2012)
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າວ່າ ຊີເຣຍກໍາລັງທຳການໂຈມຕີແບບຜິດກົດໝາຍໂດຍເຈດຕະນາ ແລະບໍ່ຈໍາແນກຕໍ່ພົນລະເຮືອນ ແລະຮຽກຮ້ອງໃຫ້ປະຊາຄົມ
ສາກົນ ກົດດັນໃຫ້ລັດຖະບານຊີເຣຍຍຸຕິການກະທໍາດັ່ງກ່າວ.

ກຸ່ມດັ່ງກ່າວ ນໍາເອົາລາຍງານສະບັບນຶ່ງອອກເຜີຍແຜ່ໃນວັນ
ພະຫັດມື້ນີ້ ຊຶ່ງໄດ້ ພັນລະນາເຖິງການໂຈມຕີທາງອາກາດ
59 ຄັ້ງ ຢູ່ໃນແຂວງ Aleppo, Idlib, ແລະ Latakia ທີ່ເປັນ
ເຂດຕໍ່ຕ້ານລັດຖະບານ ໃນລະຫວ່າງເດືອນສິງຫາ ເຖິງເດືອນ
ທັນວາ ປີກາຍນີ້. ກຸ່ມປົກປ້ອງສິດທິມະນຸດ Human Rights
Watch ເວົ້າວ່າ ການໂຈມຕີດັ່ງກ່າວ ຊຶ່ງບາງຄັ້ງກໍຖືກຮ້ານອົບ
ເຂົ້າຈີ່ແລະໂຮງໝໍນັ້ນໄດ້ ສັງຫານພົນລະເຮືອນ 152 ຄົນ ແລະປະກົດວ່າເປັນສ່ວນນຶ່ງ ຂອງການປຸກລະ ດົມແບບເປັນລະບົບຊຶ່ງເທົ່າໆກັນກັບການກໍ່ອາດຊະຍາກໍາຕ້ານມະ
ນຸດຊາດ.

ລາຍງານຍັງເວົ້າອີກວ່າ ການໂຈມຕີທາງອາກາດເຫຼົ່ານີ້ ລວມມີການໃຊ້ລະເບີດທີ່ບໍ່ມີ
ລະບົບນຳວິຖີ, ເຮືອບິນລົບອາຍພົ່ນ ແລະເຮືອບິນເຮຣີຄອບເຕີ້ທີ່ບິນໃນລະ ດັບສູງ ຊຶ່ງບໍ່
ສາມາດບອກໄດ້ເຖິງຄວາມແຕກຕ່າງ ລະຫວ່າງພົນລະເຮືອນແລະກຳລັງສູ້ລົບທາງພື້ນດິນ.

ຍິ່ງໄປກວ່ານີ້, ກຸ່ມ Human Rights Watch ຍັງເວົ້າວ່າ ພວກໂຕນໜີຈາກກອງທັບອາ
ກາດຊີເຣຍ ແຈ້ງໃຫ້ຕົນຊາບວ່າ ພວກເຂົາເຈົ້າຂາດເທັກໂນໂລຈີ ເພື່ອ “ທໍາການຊີ້
ບອກ ແລະແນເປົ້າໃສ່ຈຸດໝາຍທາງທະຫານຢ່າງເຈາະຈົງຢູ່ໃນເຂດຕົວເມືອງໄດ້.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG